Tou-Vientianepost (20)
ການຄ້າ​ນະຄອນຫຼວງວຽງຈັນ​ ອອກແຈ້ງການໃຫ້ເອົາໃສໃນການຊື້-ຂາຍ ຜ່ານທາງ​ອອນລາຍ​
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 ເດືອນເມສາ, 2023

ການຄ້າ​ນະຄອນຫຼວງວຽງຈັນ​ ອອກແຈ້ງການໃຫ້ເອົາໃສໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງ​ອອນລາຍ​ ໃຫ້ມີຄວາມຮັບປະກັນຜົນປະໂຫຍດທັງຜູ່ຊື້ ແລະ ຜູ່ຂາຍ.
ພະແນກ​ອຸດສາຫະ​ກໍາ​ແລະ​ການຄ້າ​ ນະຄອນ​ຫຼວງວຽງຈັນ​ ອອກແຈ້ງການ​ວັນທີ​ 12​ ເມສາ​ 2023​ ເຖິງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການຄ້າຂາຍ ຫຼື ຊື້, ຊົມໃຊ້ ສິນຄ້າ ຫຼື ການບໍລິການຜ່ານທາງເອເລັກໂຕຣນິກ ໃນທົ່ວນະຄອນຫຼວງວຽງຈັນ,​ ເລື່ອງໃຫ້ເອົາໃຈໃສ່ໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງເອເລັກໂຕຣນິກ ໃຫ້ມີຄວາມຮັບປະກັນຜົນປະໂຫຍດທັງຜູ່ຊື້ ແລະ ຜູ່ຂາຍ.

ອີງຕາມ ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02 / ສພຊ, ລົງວັນທີ 30 ມີຖຸນາ 2010. ອີງຕາມ ດຳລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296 / ລບ, ລົງວັນທີ 12 ເມສາ 2021.

ອີງຕາມ ຂໍ້ຕົກລົງວ່າດ້ວຍ ການປະຕິບັດວຽກງານກວດກາການຄ້າ ສະບັບເລກທີ 1499/ອຄ.ກຄພນ, ລົງວັນທີ08 ກັນຍາ 2017​ ແລະ​ ອີງຕາມ ໜັງສືທາງລັດຖະການ ຂອງຫ້ອງວ່າການນະຄອນຫຼວງວຽງຈັນ ສະບັບເລກທີ 397 / ຫວນວ. ລົງວັນທີ​ 2 ມີນາ 2023.

ການຊື້-ຂາຍ ແລະ ການຊົມໃຊ້ການບໍລິການຜ່ານທາງເອເລັກໂຕຣນິກ ໄດ້ມີບົດບາດເຂົ້າມາໃນລະບົບການຄ້າ-ຂາຍຢ່າງກວ້າງຂວາງ ແລະ ໄວວາ ຢູ່ໃນນະຄອນຫຼວງວຽງຈັນ, ຊຶ່ງເປັນພາກສ່ວນການບໍລິການໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ, ພ້ອມກັນນັ້ນກໍເປັນເງື່ອນໄຂສະດວກໃຫ້ແກ່ຜູ່ຊື້

ແລະ ຜູ່ຂາຍ ໄດ້ພົບກັນໃນຊ່ອງທາງເອເລັກໂທຣນິກ, ຄຽງຄູ່ກັນນັ້ນ ການບໍລິການຜ່ານຊ່ອງທາງດັ່ງກ່າວ ເນື່ອງຈາກບໍ່ໄດ້ພົບປະຊ່ອງໜ້າກັນ ແລະ ເບີ່ງສິນຄ້າຕົວຈິງ ເຮັດໃຫ້ເກີດມີສະພາບການສະເໜີຜ່ານສາຍດ່ວນ 1510 ເພີ່ມຂຶ້ນ ເຊັ່ນ: ສິນຄ້າບໍ່ມີຄຸນນະພາບ, ບໍ່ຕົງກັບການໂຄສະນາ, ຊື້-ຂາຍກັນແລ້ວ ມີບັນຫາເກີດຂຶ້ນກໍບໍ່ສາມາດພົວພັນໄດ້, ຈຶ່ງມີຄວາມຈຳເປັນໃນການແກ້ໄຂ ແລະ ຮ່ວມມືກັນ ເພື່ອໃຫ້ໄດ້ຮັບຜົນປະໂຫຍດທັງຜູ່ຊື້-ຜູ່ຂາຍ.​

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ