ຂ່າວ-Tou-Vientianepost - 2023-05-17T194816.292
ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 ເດືອນພຶດສະພາ, 2023
ໝວດ: ຂ່າວ

ວັນທີ 17 ພຶດສະພາ 2023 ນີ້, ແຂວງສາລະວັນ ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ພັອ ຮວ່າງວັນເຢິ້ນ ຮອງເລຂາ ຫົວໜ້າການເມືອງທະຫານ ແຂວງເທື່ອທຽນເຫວ້.

ທ່ານ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ, ອາໄລ, ອາວອນນີ້ ໄດ້ມີການນໍາພັກລັດຂອງພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດ

ແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມ ເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງ ຮ່າງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຈຳນວນ 16 ຮ່າງອັດຖິ, ໃນນັ້ນ ຂຸດຄົ້ນຈາກແຂວງເຊກອງ ໄດ້ 5 ຮ່າງອັດຖິ, ແຂວງສາລະວັນ 11 ຮ່າງອັດຖິ, ເຊິ່ງພວກສະຫາຍເຫລົ່ານັ້ນຍ່ອມເສຍສະຫລະຊີວິດ, ເລືອດເນື້ອ ໃນປາງສົງຄາມຢູ່ດິນແດນຂອງແຂວງສາລະວັນ ແລະ ແຂວງ

ເຊກອງ ເພື່ອແລກເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດລາວ-ຫວຽດນາມ ພວກສະຫາຍມີຄວາມຈົງຮັກພັກດີ, ອັນບໍລິສຸດ ຜຸດຜ່ອງຢ່າງບໍ່ມີຂອບເຂດ ຕໍ່ສອງປະເທດລາວ-ຫວຽດນາມ ແລະ ເພື່ອໃຫ້ໄດ້ມາເຊິ່ງຄວາມສົມບູນພູນສຸກ ຂອງປະຊາຊົນລາວ ກໍຄືແຂວງສາລະວັນ ແລະ ແຂວງເຊກອງໃນທຸກວັນນີ້. ໄຊຊະນະດັ່ງກ່າວ ພວກເຮົາຂໍສະແດງຄວາມໄຫວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ດວງວິນຍານ ຂອງບັນດາພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ.

ທີ່ມາ ໜັງສືພິມສາລະວັນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ