ດວງ-Tou-Vientianepost (4)
ອົງການ GIZ ໃຫ້ທຶນ 32 ລ້ານ ເອີໂຣ ເພື່ອຄຸ້ມຄອງປ່າໄມ້ ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 ເດືອນພຶດສະພາ, 2023
ໝວດ: ຂ່າວ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ໃນວັນທີ 18 ພຶດສະພາ 2023, ເປັນປະທານ ໂດຍທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ,  ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້.

ໂຄງການປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 1 (I-GFLL 1) ໄດ້ຮັບການຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ແຂວງໄຊຍະບູລີ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ແຕ່ປີ 2020-2023 ເປົ້າໝາຍມີ 15 ເມືອງ 240 ບ້ານທີ່ໄດ້ຮັບຜົນປະໂຫຍດ. ກົມປ່າໄມ້ ຮ່ວມກັບ ອົງການ GIZ ສະເໜີບົດໂຄງການ ການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້

ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ຈາກກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ລັດຖະບານເຢຍລະມັນໃຫ້ (ທຶນຊ່ວຍເຫລືອລ້າ) ປະມານ 32 ລ້ານ ເອີໂຣ (ໃນນັ້ນ 18 ລ້ານເອີໂຣ ແມ່ນຄຸ້ມຄອງໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF) ແລະ ອີກ 14 ລ້ານ ເອີໂຣ, ແມ່ນຄຸ້ມຄອງໂດຍອົງການ GIZ, ເພື່ອຈັດຕັ້ງປະຕິບັດຢູ່ 3 ແຂວງໃໝ່ຄື: ແຂວງອຸດົມໄຊ, ແຂວງຫລວງນໍ້າທາ ແລະ ແຂວງແຂວງບໍ່ແກ້ວ, ມີ 12 ເມືອງ, 240 ບ້ານ ໄລຍະຈັດຕັ້ງປະຕິບັດ 4 ປີ 2023-2027.

ເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ I-GFLL ໄລຍະ II ໃຫ້ທ່ວງທັນກັບເວລາທີ່ກຳນົດໄວ້ ຈຶ່ງໄດ້ຈັດກອງປະຊຸມ ເພື່ອຮັບຟັງການລາຍງານຄວາມຄືບໜ້າ ແລະ ການປຶກສາຫາລື ການຈັດຕັ້ງປະຕິບັດ ວຽກງານ REDD+ ຢູ່ ສປປ ລາວ, ຄວາມເປັນມາ ແລະ ກອບລວມຂອງໂຄງການ I-GFLL 2, ຜ່ານຮ່າງຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ແລະ ເງື່ອນໄຂໃນການຄັດເລືອກບ້ານເປົ້າໝາຍ ແລະ ຜົນການວິເຄາະເບື້ອງຕົ້ນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ.

ທີ່ມາ ໂທລະພາບແຂວງບໍ່ແກ້ວ ຂ່າວ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ