ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 ເດືອນພຶດສະພາ, 2023

“ບຸກຄົນທີສາມ” ຜູ້ທີ່ເຂົ້າມາໃນຄວາມສໍາພັນຂອງຄູ່ຮັກ ບໍ່​ວ່າ​ຈະ​ເປັນ​ຊາຍ​ຫຼື​ຍິງ, ມັກຈະ​ເປັນ​ຜູ້​ທີ່​ຖືກ​ປະ​ນາມ​ຈາກ​ສັງ​ຄົມ​ແລະ​ຄວາມ​ເຮັດໃຫ້ຄຽດແຄ້ນຢູ່​ສະ​ເຫມີ​. ເພາະ​ຕາມ​ມາດຕະຖານຂອງ​ສັງຄົມ​ທີ່​ຄົນ​ສ່ວນ​ຫຼາຍ​ຍຶດໝັ້ນ ຄົນດີຈະບໍ່ຫລິ້ນຊູ້ ຫຼື ທໍລະຍົດຄົນຮັກຂອງຕົນ, ແນວໃດກໍ່ຕາມ, ເມື່ອບໍ່ດົນມານີ້, ມີເລື່ອງລາວຂອງຜູ້ຍິງຊາວເວເນຊູເອລາຄົນໜຶ່ງ ທີ່ເຮັດໃຫ້ຫຼາຍຄົນປະຫລາດໃຈກັບທັດສະນະຂອງນາງກ່ຽວກັບ “ບຸກຄົນທີສາມ”

Sophia, ຍິງສາວຈາກປະເທດເວເນຊູເອລາ ຫຼັງ​ຈາກ​ໂພສຮູບ​ພາບ​ທີ່​ຂ້ອນ​ຂ້າງ​ລ່າເລິງຂອງນາງ ແລະ ຍິງອີກຄົນໜຶ່ງ​ລົງ​ໃນ​ເຟ​ສ​ບຸກ​. ພ້ອມແທັກຊື່ ແລະ ລະບຸຢ່າງຊັດເຈນວ່າສາວຄົນນັ້ນເປັນກິກຂອງແຟນຂອງຕົນເອງ ປະກາດວ່ານາງໄດ້ຍອມຮັບຄວາມຈິງທີ່ວ່າ “ແຟນຂອງຂ້ອຍກໍ່ເປັນແຟນຂອງເຈົ້າຄືກັນ,” ເພາະວ່ານາງຄົ້ນພົບວ່າຜູ້ຍິງຄົນນີ້ດູແລແຟນຂອງນາງແບບທີ່ນາງເຮັດບໍ່ໄດ້.

ໃນໂພສໄດ້ເວົ້າວ່າ ຂ້ອຍພົບວ່າແຟນຂ້ອຍນອກໃຈ ເມື່ອເຫັນຂໍ້ຄວາມໃນ WhatsApp ຢ່າງໃດກໍ່ຕາມແທນທີ່ຈະສະແດງຄວາມໃຈຮ້າຍ ຕໍ່ສູ້ກັບຄວາມຫຶງຫວງ ຫຼືຖາມຄວາມເປັນຈິງກັບຄົນຮັກ ແຕ່ຂ້ອຍເລືອກທີ່ຈະສື່ສານກັບກິກຂອງແຟນ ແບບງຽບໆ ແລະສຸດທ້າຍກໍ່ກາຍມາເປັນໝູ່ທີ່ດີຕໍ່ກັນ

“ນາງມັກສົ່ງຂໍ້ຄວາມ WhatsApp ໃຫ້ແຟນຂ້ອຍຢູ່ສະເໝີ, ເຊິ່ງເຮັດໃຫ້ລາວຮູ້ສຶກໄດ້ຮັບຄວາມຮັກ. ແລະນັ້ນແມ່ນມີມູນຄ່າຫຼາຍກວ່າສິ່ງໃດແດ່ສໍາລັບຂ້ອຍ. ເນື່ອງຈາກວ່າຂ້ອຍໄປຫາແຟນຂ້ອຍບໍ່ໄດ້ ແຕ່ຍິງຄົນນັ້ນຈະຢູ່ບ່ອນນັ້ນ ແລະ ໃຊ້ເວລາຮ່ວມກັບແຟນຂ້ອຍ ໃຫ້ຄວາມຮັກທັງໝົດແກ່ແຟນຂ້ອຍ ຕາມທີ່ລາວສົມຄວນຈະໄດ້ຮັບ

ຢ່າງໃດກໍຕາມ, ຂໍ້ຄວາມຂອງນາງໄດ້ຖືກວິພາກວິຈານຢ່າງຮຸນແຮງຈາກຄົນທາງອອນໄລນ໌. ພາຍຫຼັງຈາກການໂພດບໍ່ເທົ່າໃດນາທີ, ກາຍເປັນກະແສ ແລະມີຊາວເນັດຫຼາຍກວ່າ 2,600 ຄົນສະແດງຄວາມຄິດເຫັນ. ແລະມີຊາວເນັດຫຼາຍຄົນຂໍໃຫ້ໂຊເຟຍເປີດເຜີຍໃບຫນ້າຂອງແຟນໜຸ່ມທີ່ “ໂຊກດີ” ຄົນນັ້ນ, ແຕ່ບາງຄົນສົງໃສວ່າເລື່ອງທັງຫມົດອາດຈະເປັນພຽງແຕ່ການສ້າງເນື້ອຫາເທົ່ານັ້ນ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ