2
ປະກາດແຕ່ງຕັ້ງຫຼາຍຕຳແໜ່ງສຳຄັນ ໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 20 January, 2025

ໃນອາທິດແລ້ວນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດ ຕັ້ງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ; ບັນດາທ່ານຄະນະກົມ, ຫົວໜ້າຫໍ ປະຊຸມແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.


ໃນໂອກາດນີ້, ທ່ານ ດອນ ໄພວົງ, ຫົວໜ້າກົມຄຸ້ມຄອງພະ ນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການຮັບອຸດໜູນບຳນານ ຈຳນວນ 01 ສະບັບ ຄື: ອະນຸມັດໃຫ້ທ່ານ ຮສ.ປອ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດ ໜູນບຳນານ; ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ຈຳນວນ 04 ສະບັບ ຄື: ແຕ່ງຕັ້ງທ່ານ ສຸຂັນໄຊ ອັກຄະວົງ, ເປັນຫົວໜ້າກົມ (ຄວບຕໍາແໜ່ງເປັນເລຂານຸການປະຈໍາກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ); ແຕ່ງຕັ້ງທ່ານ ປອ. ຊາຍຄໍາ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ແຕ່ງຕັ້ງທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມປະຊາສຳພັນ ແລະ ແຕ່ງຕັ້ງທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.


ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານນາຍົກລັດ ຖະມົນຕີ ເຊິ່ງທ່ານ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງທ່ານ ທີ່ໄດ້ປະກາດພັກການຮັບອຸດໜູນບຳນານ ເຊິ່ງຕະຫຼອດໄລຍະທີ່ດຳລົງຕຳແໜ່ງໃນໄລຍະຜ່ານມາ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນພ້ອມກັບໝູ່ຄະນະ ໃນການເປັນເສນາທິການ ໃຫ້ແກ່ຂັ້ນເທິງເພື່ອແກ້ໄຂບັນຫາວຽກງານ ທີ່ໄດ້ຮັບຜິດຊອບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ເຊື່ອໝັ້ນວ່າ ຈະຢູ່ໃນຖະນາໃດ ຈະໄປຢູ່ໃສ ກໍຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆຕື່ມ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງສືບຕໍ່ອະທິບາຍຊີ້ແຈງແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຄົນອ້ອມຂ້າງໄດ້ເຂົ້າໃຈ.

ພ້ອມສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ລ້ວນແຕ່ແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ເຄີຍໄດ້ຜ່ານການເຄື່ອນໄຫວ ແລະ ນໍາພາ-ຊີ້ນໍາວຽກງານຂົງເຂດທີ່ຕົນໄດ້ຮັບຜິດຊອບມາແລ້ວ, ມີບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກງານ ຫຼາຍພໍສົມຄວນ ເຊິ່ງຈະເປັນທ່າແຮງອັນສໍາຄັນໃນການສືບຕໍ່ນໍາພາ-ຊີ້ນໍາ ແລະ ຂັບເຄື່ອນວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຕໍ່ໜ້າ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ