2
ຈັບຕົວແກ້ງຄໍເຊັນເຕີຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 21 January, 2025
ໝວດ: ຂ່າວ
ເພື່ອເປັນການສືບຕໍ່ໃນການລົບລ້າງ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ (call center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັງນັ້ນ, ວັນທີ 12 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບຈາກ ກົມໃຫຍ່ຕຳ ຫຼວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາກຳລັງເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ ສາມາດຈັບກຸ້ມເປົາໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມເຄື່ອງຂອງກາງ ຄອມພີມເຕີໂນດບຸກ 16 ໜ່ວຍ, ໂທລະ ສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງີນສົດ 306.650 ຢວນ ພ້ອມເຄື່ອງຂອງກາງອີກຈຳນວນໜຶງ.
ມາໃນວັນທີ 16 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຄະນະຮັບຜິດຊອບຈາກກົມໃຫຍ່ຕຳຫຼວດ ໄດ້ນຳຕົວພວກຖືກຫາ ຈຳນວນດັ່ງກ່າວ ພ້ອມເຄືອງຂອງກາງ ສົ່ງໃຫ້ທາງເຈົ້າໜ້າທີ່ຝ່າຍຈີນ ຢູ່ທີ່ດ່ານສາກົນ ບໍ່ເຕັ້ນ-ບໍ່ຫານ ແຂວງຫຼວງນໍ້ຳທາ ຕາງໜ້າຝ່າຍລາວມອບໂດຍ ພັທ ສຸກສະຫວັນ ວິລະວົງ ຮອງຫົວໜ້າກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ແລະ ຕາງໜ້າຝ່າຍຈີນກ່າວຮັບໂດຍ ທ່ານ ພັອ ຈ່າງ ຊົງເລຍ ຮອງຜູ້ອຳນວຍການ ພະແນກປ້ອງກັນຄວາມສະຫງົບ ກົມຮ່ວມມືສາກົນ ແຂວງກ່ວາງຕຸ້ງ.
ທີ່ມາ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ