2
ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຮັບປະກັນຕ້ານອັກຄີ 100%
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 28 ເດືອນມັງກອນ, 2025
ໝວດ: ຂ່າວ

ທ່ານ ພັນໂທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວວຽງຈັນ, ຫ້ອງຕໍາຫຼວດ ປກສ ນະຄອນຫຼວງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ຫວ່າງບໍ່ດົນມານີ້ ກ່ຽວກັບວຽກງານສະພາບການເກີດອັກຄີໄພໃນນະຄອນຫຼວງວຽງຈັນໃນປີ 2024 ວ່າ: ໃນໄລຍະຜ່ານມາມີອັກຄີໄພເກີດຂຶ້ນທັງໝົດ 40 ຄັ້ງ, ແຕ່ບໍ່ຮ້າຍແຮງພຽງແຕ່ຂະໜາດກາງ ຫາ ຂະໜາດນ້ອຍ ແຕ່ທຽບໃສ່ຕ່າງແຂວງແມ່ນນະຄອນຫຼວງເກີດຫຼາຍກວ່າໝູ່, ສາເຫດທີ່ພາໃຫ້ເກີດອັກຄີໄພໃນນະຄອນຫຼວງວຽງຈັນມີ 7 ສາເຫດ, ແຕ່ສາເຫດຫຼັກມີ 4 ສາເຫດແມ່ນຫຼາຍກວ່າໝູ່, ໜຶ່ງ ເກີດຈາກສາເຫດໄຟຟ້າລັດວົງຈອນຍ້ອນປະຊາຊົນໃຊ້ໄຟຟ້າເກີນຂະໝາດ, ສອງ ໄຟຟ້າຊອດຍ້ອນສາຍໄຟບໍ່ໄດ້ມາດຕະຖານ ແລະ ສາຍເກົ່າບໍ່ໄດ້ມາດຕະຖານ, ສາມ ຍ້ອນອຸປະກອນໄຟຟ້າເວລາໃຊ້ແລ້ວບໍ່ປິດຫຼັງຈາກໃຊ້ງານ ຫຼື ບໍ່ກວດກາອອກຈາກເຮືອນ ແລະ ສີ່ ຍ້ອນການເຊື່ອມ, ການຈອດເຮັດໂຄງຫຼັງຄາ ແລະ ສາເຫດອື່ນໆ ບໍ່ມີການມ້ຽນມັດສິ່ງທີ່ພາໃຫ້ເກີດເຊື້ອເພີງຢູ່ທາງລຸ່ມເຮັດໃຫ້ຂີ້ທູບຕົກລົງໃສ່ເຮັດໃຫ້ເກີດເຊື້ອໄຟ, ນອກຈາກນີ້ແມ່ນເກີດຍ້ອນການຈູດປ່າ, ຈູດຂີ້ເຫຍື້ອ, ໃຕ້ທູບທຽນບູຊາ ແລະ ເກີດຍ້ອນເຄື່ອງຈັກ, ເກີດຍ້ອນສັດ ເຊັ່ນ: ນົກ, ໜູ ທີ່ເຮັດຮັງໃສ່ເສົາໄຟຟ້າ, ເຮືອນ, ວັດວາອາຮາມ ແລະ ສະຖານທີ່ຕ່າງໆ ເຮັດໃຫ້ເກີດອັກຄີໄພໄດ້, ດັ່ງນັ້ນ. ສະເພາະຜົນເສຍຫາຍຍ້ອນອັກຄີໄພ (ໄຟໄໝ້) ໃນປີ 2024 ສາມາດສະຫຼຸບຄວາມເສຍຫາຍ ແມ່ນ 5 ຕື້ກວ່າກີບ, ຖ້າທຽບໃສ່ປີ 2023 ແມ່ນຫຼຸດລົງ, ເພາະວ່າປີ 2023 ຜົນເສຍຫາຍແມ່ນ 30 ຕື້ກວ່າກີບ ສະເພາະພາຍໃນນະຄອນຫຼວງວຽງຈັນ.

ທ່ານ ພັນໂທ ບຸນຍົງ ໄຊປັນຍາ ໄດ້ກ່າວຕື່ມວ່າ: ສຳລັບການປະຕິບັດໜ້າທີ່ມອດໄຟແຕ່ລະຄັ້ງ ມີ ຂໍ້ສະດວກຄື: ເວລາໄປມອດໄຟປະຊາຊົນກໍໃຫ້ການຮ່ວມມືເຊັ່ນ: ຫຼີກທາງໃຫ້, ເສັ່ນທາງເຂົ້າໄປຫາຈຸດມອດກໍມີຄວາມສະດວກ ກວ້າງຂວາງ ແລະ ການປະສານສົມທົບກັບເຈົ້າໜ້າທີ່ໆມາຊ່ວຍພວກເຮົາກໍອຳນວຍຄວາມສະດວກການອອກມອດໄຟແຕ່ລະຄັ້ງ, ແຕ່ປາສະຈາກບໍ່ໄດ້ກໍຍັງມີຂໍ້ຫຍຸ້ງຍາກຄື: ເສັ່ນທາງທີ່ເຂົ້າໄປຫາຈຸດມອດໄຟກໍຄັບແຄບເຮັດໃຫ້ໄກຈາກຈຸດເກີດເຫດ ເຮັດໃຫ້ການຕໍ່ສາຍນ້ຳເຂົ້າໄປຫາຈຸດດັ່ງກ່າວແມ່ນໃຊ້ເວລາການຕໍ່ທໍ່ນ້ຳຕ້ອງໃຊ້ 4-5 ເສັ້ນ ແລະ ເສັ່ນທາງໄປຫາຈຸດດັ່ງກ່າວກໍມີລົດຫຼາຍດັ່ງນັ້ນເຮັດໃຫ້ມີຫາງສຽງວ່າ: ລົດດັບເພີງໄປຊ້າ ແລະ ອີກບັນຫາໜຶ່ງແມ່ນຍ້ອນການໂທລະສັບຫາດັບເພີງພວກເຮົາແມ່ນແຈ້ງຂໍ້ມູນບໍ່ຊັດເຈນເຊັ່ນ: ຖາມວ່າຢູ່ບ້ານໃດ, ຮ່ອມໃດ ແລະ ຈຸດໃດເພື່ອເຮັດແນວໃດໃຫ້ເຂົ້າຫາຈຸດມອດໄຟໃຫ້ໄດ້ໄວທີ່ສຸດ.

ສຳລັບການກະກຽມຄວາມພ້ອມຂອງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວວຽງຈັນ, ເພື່ອກະກຽມໃນໄລຍະທີ່ມີການສະເຫຼີມສະຫຼອງບຸນປີໃໝ່ ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ທີ່ອາໃສຢູ່ ສປປ ລາວ ເຮົາ, ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ກໍໄດ້ເພີ່ມທະວີຂຶ້ນເພາະໃນແຕ່ລະປີມັກເກີດຂຶ້ນຍ້ອນວ່າພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ໃນການຫຼິ້ນບຸນປີໃໝ່ມີການຈູດທູບ, ທຽນ ແລະ ຈູດໝາກໂພກຕ່າງໆ ແຕ່ລະປີທາງພະແນກພວກເຮົາກໍໄດ້ມີການຫ້າມແຕ່ກໍມີກໍລະນີເກີດອັກຄີໄພ, ເພາະສະນັ້ນປີ 2025 ນີ້ ທາງພະແນກພວກເຮົາໄດ້ແບ່ງຄວາມຮັບຜິດຊອບອອກເປັນສອງຈຸດຄື:

 

ຈຸທີໜຶ່ງປະຈຳຢູ່ ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ, ຈຸທີສອງແມ່ນປະຈຳຢູ່ ກອງພັນເຄື່ອນທີ່ເດີນທາດຫຼວງ ເພື່ອກຽມພ້ອມຮັບມືກັບເຫດການບໍ່ຄາດຄິດທີ່ອາດຈະເກີດຂຶ້ນໃນການສະຫຼອງບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ, ດັ່ງນັ້ນ ທາງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນພວກເຮົາແມ່ນມີຄວາມກຽມພ້ອມ 100%. ດັ່ງນັ້ນ, ເພື່ອຫຼີກລ່ຽງບໍ່ໃຫ້ເກີດອັກຄີໄພ ຈຶ່ງຢາກຮຽກຮ້ອງໃຫ້ປະຊາຊົນຊາວລາວ, ພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ທີ່ອາໃສຢູ່ນະຄອນຫຼວງວຽງຈັນໃຫ້ເອົາໃຈໃສ່ຕື່ມກ່ຽວກັບການປ້ອງກັນບໍ່ໃຫ້ເກີດອັກຄີໄພ ໃນໄລຍະສະຫຼອງບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ ບໍ່ໃຫ້ຈູດໝາກກະໂພກ, ບັ້ງພຸ ແລະ ຈູດເງິນ ອັນທີ່ເປັນເຊື້ອໄຟທີ່ຈະເຮັດໃຫ້ເກີດໄຟໄໝ, ອີກບັນຫາໜຶ່ງແມ່ນການຊົມໃຊ້ໄຟຟ້າ ແລະ ໃຊ້ເຄື່ອງໄຟຟ້າຕ້ອງມີສະຕິ ໃຊ້ແລ້ວໃຫ້ປິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,761
thailand (1)
THB
632.92
644.95
european-union
EUR
22,057
22,496
china
CNY
2,867
2,922
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
29,750,000
30,280,000
29,480,000
30,389,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1739680147_736516-tnamcot-e1739680216552
ສະຫະລັດບໍ່ໃຫ້ເອີຣົບເຂົ້າຮ່ວມການເຈລະສັນຕິພາບຢູເຄຣນ
1739673370_557611-tnamcot-e1739673402129
ບຽດກັນຈົນເສຍຊີວິດທີ່ສະຖານີລົດໄຟອິນເດຍ
1739608977_260554-tnamcot-e1739608998899
ສະຫະລັດອ້າງວ່າການເຝິກຊ້ອມຮ່ວມກັບຟີລິບປີນເພື່ອການປ້ອງກັນປະເທດເທົ່ານັ້ນ
1739612537_893096-tnamcot-e1739612554298-1
ຮາມາສປ່ອຍຕົວປະກັນອີສາຣາເອວອີກ 3 ຄົນໃນດິນແດນກາຊ່າ
1739611838_194211-tnamcot-e1739611851242
ຊາວຍີ່ປຸ່ນຜູ້ເປັນເຫຍື່ອຖືກຫລອກລວງຈາກກຸ່ມຄໍເຊັນເຕີໄດ້ຮັບການປ່ອຍຕົວ
2
ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້
2
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ
2
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ
2
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ
2
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ
ຢ່າລື່ມກົດຕິດຕາມ