ປກສ ແຂວງອຸດົມໄຊ ພະແນກຕໍາຫລວດມອດໄຟ ລາຍງານວ່າ: ເວລາປະມານ 21 ໂມງຂອງ ວັນທີ 11 ກຸມພາ 2025 ເກີດເຫດເຮືອນປະຊາຊົນເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ມອດໄຟໃຊ້ເວລາ 3 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້.
ຈາກເຫດການດັ່ງກ່າວ ບໍ່ມີຄົນໄດ້ຮັບບາດເຈັບ ຫລື ເສຍຊີວິດ ສ່ວນເຮືອນ ໄດ້ຮັບຄວາມເສຍຫາຍ 1 ຫລັງ ເປັນເຮືອນ 2 ຊັ້ນເຄິ່ງໄມ້, ເງິນສົດຖືກໄຟໄໝ້ 800 ລ້ານກວ່າກີບ, ເງິນຢວນ 50,000 ຢວນ, ຄຳ 2 ບາດ ແລະ ເຄື່ອງໃຊ້ໃນເຮືອນຕື່ມອີກ, ສ່ວນເຮືອນອ້ອມຂ້າງແມ່ນເສຍຫາຍເລັກໜ້ອຍ.
ສ່ວນສາເຫດ ເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຮັບຊາບຕື່ມ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,504 | 21,714 |
![]() THB | 633.72 | 645.76 |
![]() EUR | 22,934 | 23,391 |
![]() CNY | 2,900 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,680 |
![]() | 22,130 |
![]() | 18,440 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,170,000 | 31,700,000 |
![]() | 30,900,000 | 31,809,000 |