2
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 14 February, 2025
ໝວດ: ຂ່າວ

ວັນທີ 14 ກຸມພາ 2025, ພທ ສຸບັນໄຊ ບຸນມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສອງຜົວເມຍທີ່ກໍ່ເຫດລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ ໃນວັນທີ 6 ກຸມພາ ຜ່ານມານີ້ ແມ່ນເຄີຍກໍ່ເຫດລັກ ຊັບພົນລະເມືອງມາແລ້ວຫຼາຍຄັ້ງ ກ່ອນເຈົ້າໜ້າທີ່ຈັບໄດ້ໃນວັນທີ 12 ກຸມພາ 2025 ຢູ່ເຮືອນພັກແຫ່ງໜຶ່ງໃນບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

#ຜູ້ກໍ່ເຫດ ຊື່ ທ້າວ ປາລີ ຫຼື ເປັດ ແລະ ນາງ ບຸນວິໄລ ຫຼື ແວວ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ຜ່ານການສອບສວນ ເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຂີ່ລົດຈັກເວບຈີນ ສີດໍາ ປ້າຍທະບຽນ ດວ 9642 ເຄື່ອນໄຫວລັກຊັບຂອງພົນລະເມືອງມາແລ້ວ 4 ຄັ້ງຄື:


#ຄັ້ງທີ 1, ວັນທີ່ 8 ພະຈິກ 2024 ເວລາ 11 ໂມງໄດ້ໄປລັກປໍ້າລົມ ຈໍານວນ 01 ໜ່ວຍ ຢູ່ ບ້ານວັດນາກ ເມືອງສີ ສັດຕະນາກ.

#ຄັ້ງທີ 2, ວັນທີ່ 11 ທັນວາ 2024 ເວລາ 17 ໂມງ ໄດ້ໄປລັກຂັ້ນໄດໂລຢູ່ລົດກະບະທີ່ຈອດໄວ້ແຄມທາງໜ້າໂຮງໝໍ 103 ເມືອງສີສັດຕະນາກ.

#ຄັ້ງທີ 3, ວັນທີ່ 22 ມັງກອນ ປີ 2025 ລັກໂທລະສັບຊຳຊຸງຢູ່ຢູ່ເບາະລົດຈັກພີໂນ ທີ່ຈອດໄວ້ໜ້າຮ້ານຊີ້ນດາດຢູ່ ບ້ານທົ່ງພານທອງ ເມືອງສີສັດຕະນາກ.

#ຄັ້ງທີ 4, ວັນທີ່ 6 ກຸມພາ 2025 ເວລາ 11 ໂມງ ໄປລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ.

 

 

ສາເຫດ ແລະ ແຮງຈູງໃຈຂອງການກໍ່ເຫດ ຍ້ອນພວກກ່ຽວຕິດຢາເສບຕິດ ຢາກໄດ້ເງິນຈິ່ງໄປຊອກລັກເຄື່ອງເພື່ອໄປຂາຍ ເອົາເງີນມາຊື້ຢາເສບຕິດ ແລະ ໃຊ້ຈ່າຍໃນຄອບຄົວ. ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບເກັບກູ້ຂອງກາງທີ່ພວກກ່ຽວລັກໄປຂາຍນັ້ນ ມາສົ່ງຄືນເຈົ້າຂອງເດີມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ