2
ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 15 February, 2025

ວັນທີ 14 ກຸມພາ 2025, ເວັບໄຊຂ່າວໄມນິຈິ ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດໃນເມືອງຟູຄູໂອກະ ທາງພາກໃຕ້ຂອງປະເທດ ໄດ້ຮັບແຈ້ງຈາກພະນັກງານຮ້ານສະດວກຊື້ແຫ່ງໜຶ່ງ ນຳໄປສູ່ການຈັບຕົວແມ່ຍິງຍີ່ປຸ່ນອາຍຸ 40 ປີ ໃນຂໍ້ຫາ “ທຳລາຍຊັບສິນ” ຂອງຮ້ານ ຫຼັງຈາກນາງເຂົ້າມາໃນຮ້ານແບບເຮັດທີ່ຈະເລືອກຊື້ເຂົ້າໜົມ ແລ້ວຍົກຖົງເຂົ້າໜົມປຂຶ້ນມາບີບຈົນເຮັດໃຫ້ເຂົ້າໜົມປັງໃນຫໍ່ເສຍຮູບຊົງ.

ຕຳຫຼວດເປີດເຜີຍວ່າ ຈາກການສອບສວນເບື້ອງຕົ້ນ ຜູ້ກ່ຽວບໍ່ມີເຈດຕະນາທຳລາຍຊັບສິນ ພຽງແຕ່ຢາກຮູ້ວ່າເຂົ້າໜົມແຂງຫຼືນຸ້ມ ຈຶ່ງໄດ້ໃຊ້ນິ້ວກົດເບົາໆເທົ່ານັ້ນ. ຢ່າງໃດກໍຕາມ, ເຖິງແມ່ນຫໍ່ເຂົ້າໜົມຈະຍັງຢູ່ໃນສະພາບດີ ແຕ່ເຂົ້າໜົມ 1 ຊິ້ນໃນຫໍ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກໃຊ້ນິ້ວໂປ້ຂວາກົດຖົງເຂົ້າໜົມ ເຮັດໃຫ້ຮ້ານບໍ່ສາມາດຂາຍໄດ້ອີກ.

ຕຳຫຼວດຍັງເຊື້ອວ່າ ເຫດການນີ້ເກີດຂຶ້ນທີ່ຮ້ານສະດວກຊື້ລອວສັນ ສາຂາໜຶ່ງ ໂດຍຜູ້ຈັດການຮ້ານຢືນຢັນວ່າ ເຄີຍເຫັນແມ່ຍິງຄົນນີ້ເຂົ້າມາໃນຮ້ານແລ້ວບີບຫໍ່ເຂົ້າໜົມຫຼາຍຄັ້ງ ແລະໃນຄັ້ງນີ້ຕອນທີ່ຜູ້ກ່ຽວບີບເຂົ້າໜົມແລ້ວຍ່າງອອກໄປ ລາວສັງເກດເຫັນວ່າເຂົ້າໜົມໄດ້ຮັບຄວາມເສຍຫາຍ ຈຶ່ງຂໍໃຫ້ຜູ້ກ່ຽວຈ່າຍເງິນຄ່າເຂົ້າໜົມໃນລາຄາ 180 ເຢນ ຫຼືເກືອບ 25,000 ກີບ ແຕ່ຜູ້ກ່ຽວບໍ່ຍອມຈ່າຍແລະຮີບຍ່າງອອກຈາກຮ້ານ. ພະນັກງານຈຶ່ງຕັດສິນໃຈແລ່ນຕາມເປັນໄລຍະທາງ 1 ກິໂລແມັດ ແລ້ວໂທແຈ້ງຕຳຫຼວດໃຫ້ດຳເນີນການຈັບຕົວທັນທີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ