1741055631_788265-tnamcot-e1741055793851
ຢ່າຫລົງເຊື່ອ! ຄຳຊັກຊວນ "ວຽກດີ ເງິນຫຼາຍ" ໃນມຽນມາ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 4 March, 2025

ຊຽງໄຮ້ 4 ມີນາ – ຊາຍຊາວຈີນທີ່ຫາກໍ່ລອດຊີວິດຈາກຂຸມນະລົກ ສູນແກ່ງສະແກມອອນລາຍໃນມຽນມາ ຕາບອກເລົ່າເສັ້ນທາງທີ່ນຳໄປສູ່ການເຮັດວຽກຫຼອກລວງອອນລາຍ ແລະ ພາບຄວາມໂຫດຮ້າຍທີ່ເກີດຂຶ້ນຕໍ່ໜ້າຕໍ່

 

“ທີ່ນັ້ນ.. ຂ້ອຍເຫັນຄົນຖືກຂາຍ ຖືກຕົບຕີ ລວມທັງເຫັນຄົນຕາຍທຸກມື້”

ນີ້ຄືຄຳບອກເລົ່າສ່ວນໜຶ່ງຂອງ ຈູ່ ໂປຊຸນ ຊາຍຈີນອາຍູ 39 ປີ ທີ່ເປີດເຜີຍກັບໜັງສືພິມເຊົາທ໌ໄຊນາມໍນິງ ໂພສທ໌ຂອງຮ່ອງກົງ, ຫຼັງຈາກທີ່ຫາກໍ່ລອດພົ້ນຈາກຂຸມນະລົກສູນສະແກມອອນລາຍໃນເມືອງເລົ່າກ໌ກ່າຍ ເມືອງເອກຂອງເຂດປົກຄອງພິເສດໂກກ້າງ ມຽນມາ ແລະ ໄດ້ກັບຄືນບ້ານເກີດໃນຊຽງໄຮ້ ສາທາລະນະລັດປະຊາຊົນຈີນ ເມື່ອບໍ່ດົນມານີ້.


ຊາວຈີນຖືກສົ່ງກັບຈາກໄທກຸ່ມທີສອງ 21 ກຸມພາ 2568
ຈູ່ເຜີຍວ່າ ກາງປີ 2566 ລາວຖືກຕວົະຍວົະໃຫ້ເຂົ້າໄປພົວພັນກັບແກ໊ງສະແກມອອນລາຍ ຫຼື ແກ໊ງຫຼອກຊັບຊິນຂອງຄົນຜ່ານທາງອິນເຕີເນັດ, ດ້ວຍຄວາມຢາກໄດ້ວຽກເຮັດຈຶ່ງເຂົ້າໄປຊອກຂໍ້ມູນຕາມກຸ່ມແຊັດຕ່າງໆ ຈາກນັ້ນມີຊາຍຄົນໜຶ່ງຕິດຕໍ່ມາທາງ WeChat ສ່ວນຕົວພ້ອມກັບສະເໜີວຽກໃຫ້ພ້ອມລາຍໄດ້ງາມຢ່າງທີ່ບໍ່ເຄີຍພົບມາກ່ອນ ຄື ເດືອນລະ 10,000 ຢວນ ຫຼື ປະມານ 50,000 ບາດ ໂດຍມີເງື່ອນໄຂໃຫ້ເຮັດວຽກງ່າຍໆ ພຽງລັກລອບນຳຂອງຜ່ານດ່ານສຸນລະກາກອນໄທ

 

ຫຼັງຈາກຕົກລົງກັນເປັນທີ່ຮຽບຮ້ອຍ ຈູ່ກໍໄດ້ຮັບປີ້ລົດໄຟໃຫ້ເດີນທາງໄປທີ່ສິບສອງປັນນາ ແຂວງຢູນນານທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ເມື່ອເຖິງປາຍທາງລາວໄດ້ພົບກັນຄົນຈາກຕ່າງຖິ່ນຊຶ່ງປະເຊີນຊະຕາກຳດຽວກັນອີກ 5 ຄົນ ທັງໝົດຖືກຊາຍໃນຊຸດທະຫານປ່າກຸ່ມໜຶ່ງ ພາຍ່າງຂ້າມພູທີ່ຕໍ່ໄປຍັງຊາຍແດນຈີນ-ລາວ ຈູ່ເລົ່າວ່າ ເມື່ອເຖິງແນວຊາຍແດນ ລາວ ແລະ ອີກຫຼາຍສິບຄົນທີ່ມາຕ່າງກຸ່ມຖືກຈັບແຍກຍ້າຍຂຶ້ນລົດ ລະຫວ່າງນັ້ນສັງເກດເຫັນໄດ້ວ່າ ຫົວໜ້າຊຸດຈ່າຍເງິນໃຫ້ຈຸດກວດຜ່ານແດນເປັນທາງຜ່ານຈົນເຂົ້າໄປເຖິງມຽນມາ ລາວໄດ້ຍິນສຽງເດັກນັກຮຽນທ້ອງຖິ່ນເວົ້າກັນເປັນພາສາຈີນກາງວ່າ “ມີຄົນຈີນຖືກຂາຍມາອີກແລ້ວ”

 

ສູນສະແກມອອນລາຍໃນມຽນມາ

 

       ເມື່ອເຖິງອາຄານຊຶ່ງເປັນຈຸດໝາຍປາຍທາງ ຈູ່ຕ້ອງຕື່ນຕະລຶງກັບພາບທີ່ເຫັນ ຄື ກຸ່ມຄົນຈີນກຳລັງຖືກຕົບຕີເລືອດອາບ. ໃນຂະນະທີ່ຄົນຈີນອີກກຸ່ມກຳລັງເຮັດວຽກຢູ່ໜ້າເຄື່ອງຄອມພິວເຕີຢ່າງໝັກ, ເພື່ອຫຼອກເອົາເງິນຄົນຜ່ານອິນເຕີເນັດໃຫ້ໄດ້ຫຼາຍທີ່ສຸດ, ຖ້າບໍ່ຍອມເຮັດຕາມຄຳສັ່ງກໍຈະຖືກທາລຸນກຳ ໄປຈົນເຖິງຂັ້ນຖືກຍິງເສຍຊີວິດ ຖ້າຄົນໃດໝົດປະໂຫຍດກໍຈະຖືກຂາຍສົ່ງຕົວຕໍ່ໄປຍັງມຽວດີ  ຫຼື  ບໍ່ກໍພາຂຶ້ນເຮືອອອກໄປນ່ານ ນໍ້າສາກົນເພື່ອການຜ່າຕັດເອົາໄຕໄປຂາຍ ຈູ່ເລົ່າວ່າ: ລາວເຫັນຄົນຖືກຍິງຕໍ່ໜ້າຕໍ່ຕາພາຍໃນສູນນັ້ນ 11 ຄົນ ໃນຈຳນວນນີ້ຕາຍຄາທີ່ 4 ຄົນ ທີ່ຮ້າຍແຮງທີ່ສຸດຄື ກຸ່ມຜູ້ບົງການມັກໂຊວ໌ໄລຟ໌ສົດເຫຍື່ອທີ່ຖືກທໍລະມານໃຫ້ຄົນໃນສະຖານທີ່ນັ້ນເບິ່ງເພື່ອເປັນການຂົ່ມຂູ່.

 

       ແຕ່ລະຄົນທີ່ຖືກຫຼອກໄປເຮັດໜ້າທີ່ຕົ້ມຕຸ່ນຄົນທາງອອນລາຍ ຈະມີຄອມພິວເຕີ ແລະ ໂທລະສັບມືຖືອີກ 4 ເຄື່ອງເປັນອຸປະກອນໃນການເຮັດວຽກ, ທັງໝົດຕ້ອງສ້າງບັນຊີປອມໃນສື່ໂຊຊຽວບໍ່ຕໍ່າກວ່າ 20 ບັນຊີເພື່ອຫວ່ານທັກ ແລະ ຕີສະນິດເຫຍື່ອໃນສື່ໂຊຊຽວເຊັ່ນ: Whatsapp ແລະ Line ໃຫ້ໄດ້ຕາມເປົ້າທີ່ຜູ້ບົງການກຳນົດ ຄື ມື້ໜຶ່ງຕ້ອງຫຼາຍກວ່າ 100 ລາຍ, ເມື່ອເຫຍື່ອຕິດເບັດກໍຕ້ອງລໍ່ຫຼອກຫຼວງຕໍ່ດ້ວຍສາລະພັດວິທີເຊັ່ນ: ຫຼອກຫຼວງໃຫ້ລົງທຶນທັງໃນຮູບແບບຫຸ້ນ, ເງິນຄຣິບໂຕ ຫຼື ພະນັນອອນລາຍ ລວມທັງ love scam ຊຶ່ງກໍຄືຫຼອກໃຫ້ຮັກ ແລະ ຍອມໂອນຈ່າຍ ຫາກເຮັດໄດ້ສຳເລັດຢ່າງນ້ອຍກໍຊ່ວຍໃຫ້ພົ້ນຈາກການຖືກທາລຸນກຳໄດ້ປະມານ 7-10 ວັນ
    ເຫຍື່ອໂຮງງານນະລົກຕ້ອງເຮັດວຽກກັນແຕ່ເຊົ້າຈົນຄ່ຳ ແລະ ຍາກທີ່ຈະຫຼົບໜີອອກມາຈາກຕຶກສູງໄດ້ ເພາະທຸກຊັ້ນນອກຈາກຕິດຕັ້ງກ້ອງວົງຈອນປິດທຸກມຸມແລ້ວ ຍັງມີເຈົ້າໜ້າທີ່ຕິດອາວຸດຄຸມເຂັ້ມງວດຕະຫຼອດ 24 ຊົ່ວໂມງ. ແຕ່ພວກເຂົາເຫຼົ່ານັ້ນຈະໄດ້ຮັບໂອກາດໃຫ້ໂທຕິດຕໍ່ກັບໂລກພາຍນອກໄດ້ເດືອນລະຄັ້ງ ຈູ່ເລົ່າວ່າ ລາວຈຳຕ້ອງໃຊ້ກົນອຸບາຍໂທຫາໝູ່ສະໄໝເດັກ ຈາກນັ້ນ, ຈຶ່ງສວຍໂອກາດເມື່ອຜູ້ຄຸມເຜີ ກໍຮີບສົ່ງຂໍ້ຄວາມແຈ້ງຈຸດທີ່ຖືກຄວບຄຸມຕົວເພື່ອຂໍຄວາມຊ່ວຍເຫຼືອຈາກໝູ່ ກ່ອນຈະຮີບລຶບຂໍ້ຄວາມຖິ້ມ ໄຫວພິບຂອງຈູ່ນຳໄປສູ່ການຊ່ວຍເຫຼືອໃຫ້ລາວພົ້ນຈາກຂຸມນະລົກສູນສະແກມອອນລາຍໄດ້ໃນທີ່ສຸດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ