w644
ທຣັມປ໌ປະກາດເປີດສົງຄາມການຄ້າກັບສາມພັນທະມິດຫຼັກ. ຈີນ-ແຄນາດາ-ເມັກຊິໂກ ຕອບໂຕ້ທັນທີ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 5 ເດືອນມີນາ, 2025

ປະທານາທິບໍດີໂດນັລ ທຣັມປ໌ ເລີ່ມສົງຄາມການຄ້າກັບສາມພັນທະມິດການຄ້າລາຍໃຫຍ່ຂອງສະຫະລັດ ເມື່ອວັນອັງຄານທີ່ຜ່ານມາ (4 ມີນາ 2025) ສົ່ງຜົນໃຫ້ເມັກຊິໂກ, ແຄນາດາ ແລະ ຈີນ ອອກມາຕອບໂຕ້ທັນທີ. ການເຮັດສົງຄາມການຄ້າຂອງທຣັມປ໌ໃນຄັ້ງນີ້ສົ່ງຜົນໃຫ້ຕະຫຼາດການເງິນຕົກຕໍ່າ ເນື່ອງຈາກສະຫະລັດຕ້ອງຜະເຊີນກັບການຄຸກຄາມຈາກເງິນເຟີ້ທີ່ອາດກັບມາ ແລະ ຄວາມບໍ່ແນ່ນອນທາງທຸລະກິດທີ່ອາດທະວີຄວາມຮຸນແຮງຂຶ້ນ.

 

ຫຼັງທ່ຽງຄືນ ທຣັມປ໌ໄດ້ກຳນົດພາສີ 25% ຫຼື ພາສີສຸນລະກາກອນສິນຄ້ານຳເຂົ້າຈາກເມັກຊິໂກ ແລະ ແຄນາດາ ແລະ ຫຼຸດພາສີລົງເຫຼືອ 10% ສຳລັບພະລັງງານຈາກແຄນາດາ. ນອກຈາກນີ້ຍັງເພີ່ມພາສີຈາກສິນຄ້າຈີນເປັນ 20% ຊຶ່ງເປັນການເພີ່ມຂຶ້ນສອງເທົ່າຈາກເດີມ.

 

ປັກກິ່ງຕອບໂຕ້ດ້ວຍການເກັບພາສີສູງສຸດເຖິງ 15% ກັບສິນຄ້າການກະເສດຂອງສະຫະລັດ ແລະ ຂະຫຍາຍຈຳນວນບໍລິສັດຂອງສະຫະລັດທີ່ຖືກຄວບຄຸມການສົ່ງອອກ ແລະ ຂໍ້ຈຳກັດອື່ນໆ ອີກປະມານຊາວລາຍ.

 

ດ້ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີແຄນາດາ ອອກມາລະບຸວ່າແຄນາດາຈະເກັບພາສີສິນຄ້າສະຫະລັດ ມູນຄ່າກວ່າ 100,000 ລ້ານໂດລາພາຍໃນ 21 ວັນ.

ทรัมป์ ยืนยัน “เก็บภาษีนำเข้า” แคนาดา-เม็กซิโก 25% เตรียมใช้ 1 ก.พ.68 ชี้อาจเป็นเพียงอัตราขั้นต่ำเท่านั้น | การเงินธนาคาร | LINE TODAY

 

“ມື້ນີ້ສະຫະລັດໄດ້ເປີດສົງຄາມການຄ້າກັບແຄນາດາ ຊຶ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງພວກເຂົາ. ໃນຂະນະດຽວກັນ, ພວກເຂົາກຳລັງເວົ້າເຖິງການເຮັດວຽກຮ່ວມກັບຣັດເຊຍ ໂດຍພະຍາຍາມເຮັດໃຫ້ວລາດິເມຍ ປູຕິນ ພໍໃຈ” ທຣູໂດກ່າວ.

 

ຮາວເວີດ ລັຕນິກ ລັດຖະມົນຕີພານິດຂອງສະຫະລັດກ່າວວ່າ ສະຫະລັດນ່າຈະມີການເຈລະຈາກັບແຄນາດາ ແລະ ເມັກຊິໂກ “ເພື່ອຫາຈຸດຕົງກາງ” ໂດຍອາດມີການປະກາດໃນວັນພຸດນີ້. ທັງນີ້, ລັຕນິກຍັງລະບຸວ່າຈະບໍ່ມີການລະງັບພາສີ ແຕ່ທຣັມປ໌ຈະຫາທາງປະນີປະນອມ.

 

ຂະນະທີ່ປະທານາທິບໍດີເມັກຊິໂກ ຄລອເດຍ ໄຊນ໌ບາມ ຊີ້ວ່າເມັກຊິໂກອາດພິຈາລະນາການຕອບໂຕ້ດ້ວຍການເກັບພາສີເຊັ່ນກັນ ແລະ ຈະປະກາດສິນຄ້າທີ່ຈະເກັບພາສີໃນວັນອາທິດນີ້. ເຖິງຢ່າງໃດກໍຕາມ, ການຊະລໍການປະກາດນີ້ອາດບົ່ງຊີ້ວ່າເມັກຊິໂກຍັງຄົງຫວັງທີ່ຈະຫຼຸດຄວາມຕຶງຄຽດໃນສົງຄາມການຄ້າຂອງທຣັມປ໌.

 

ທຣັມປ໌ກຳລັງລະເລີຍນະໂຍບາຍການຄ້າລະຫວ່າງປະເທດທີ່ສະຫະລັດໃຊ້ມານານຫຼັງສົງຄາມໂລກຄັ້ງທີ 2, ໂດຍອ້າງວ່າການຄ້າເສລີເຮັດໃຫ້ສູນເສຍງານໃນໂຮງງານຫຼາຍລ້ານຕຳແໜ່ງ ແລະ ເຊື່ອວ່າພາສີຈະນຳພາຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະເທດ. ເຂົາປະຕິເສດຄວາມເຫັນຂອງນັກເສດຖະສາດທີ່ມອງວ່າການຄຸ້ມຄອງການຄ້າມີຄ່າໃຊ້ຈ່າຍສູງ ແລະ ບໍ່ມີປະສິດທິພາບ. ໂດຍກ່າວວ່າພາສີສຸນລະກາກອນເປັນ “ອາວຸດທີ່ມີພະລັງ” ທີ່ນັກການເມືອງບໍ່ເຄີຍໃຊ້ມາກ່ອນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ