site cover (10)
ເສີມດວງຮັບຕົ້ນປີ 2025 ດ້ວຍສີກະເປົາເງິນມົງຄົນຕາມວັນເກີດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 March, 2025

ຫາກເວົ້າເຖິງໄອເທັມທີ່ພວກເຮົາພົກພາຕິດຕົວທຸກມື້, ແນ່ນອນວ່າ ກະເປົາເງິນ ຕ້ອງເປັນໜຶ່ງໃນສິ່ງສຳຄັນທີ່ບໍ່ວ່າໃຜກໍຕ້ອງມີ! ນອກຈາກຈະໃຊ້ເກັບເງິນແລ້ວ, ມັນຍັງເປັນເຄື່ອງມືເສີມດວງໃນດ້ານຕ່າງໆຢ່າງບໍ່ໜ້າເຊື່ອ.

 

ໃນປີ 2025 ນີ້, ຖ້າຈະເລືອກກະເປົາເງິນໃຫ້ໂຊກດີ, ເສີມດວງ, ການເງິນ, ວຽກງານຮຸ່ງເຮືອງ, ຄວາມຮັກປັງ, ກໍຕ້ອງເລືອກໃຫ້ຕົງກັບສີມົງຄົນປະຈຳວັນເກີດ! ຢາກຮູ້ບໍ່ວ່າວັນເກີດຂອງທ່ານຄວນເລືອກກະເປົາເງິນສີຫຍັງທີ່ຈະເສີມພະລັງໃຫ້ທ່ານໂຊກດີຕະຫຼອດປີ? ມາເບິ່ງກັນເລີຍ!

 

ສີກະເປົາເງິນມົງຄົນ ປະຈຳວັນຈັນ

  • ສີມົງຄົນ – ດຳ, ເທົາ, ນໍ້າເງິນ
  • ເສີມການເງິນ – ຟ້າ, ມ່ວງ
  • ເສີມການງານ – ຂຽວ
  • ເສີມດວງຄົນອຸປະຖໍາ ມະຫາເສນ່ – ມ່ວງເຂັ້ມ, ດຳ
  • ສີທີ່ຄວນຫຼີກລ້ຽງ – ແດງ, ສົ້ມ
  • ເງິນຂວັນຖົງ – ທະນະບັດ 20.000 ລົງທ້າຍດ້ວຍ 43,79,97

 

ສີກະເປົາເງິນມົງຄົນ ປະຈຳວັນອັງຄານ 

  • ສີມົງຄົນ – ຄຣີມ, ເຫຼືອງ, ນໍ້າຕານ
  • ເສີມການເງິນ – ທອງ, ສົ້ມ
  • ເສີມການງານ – ມ່ວງ, ດຳ
  • ເສີມດວງຄົນອຸປະຖໍາ ມະຫາເສນ່ – ຊົມພູ
  • ສີທີ່ຄວນຫຼີກລ້ຽງ – ຂາວ
  • ເງິນຂວັນຖົງ – ທະນະບັດ 20.000 ລົງທ້າຍດ້ວຍ 69,74,94

 

ສີກະເປົາເງິນມົງຄົນ ປະຈຳວັນພຸດຕອນກາງເວັນ (ວັນພຸດຕອນກາງເວັນ)

  • ສີມົງຄົນ – ເທົາ
  • ເສີມການເງິນ – ເຫຼືອງ, ຄຣີມ
  • ເສີມການງານ – ສົ້ມ, ນໍ້າຕານ
  • ເສີມດວງຄົນອຸປະຖໍາ ມະຫາເສນ່ – ເທົາ
  • ສີທີ່ຄວນຫຼີກລ້ຽງ – ແດງ, ຊົມພູ
  • ເງິນຂວັນຖົງ – ທະນະບັດ 20.000 ລົງທ້າຍດ້ວຍ 24,34,96

 

ສີກະເປົາເງິນມົງຄົນ ປະຈຳວັນພຸດຕອນກາງຄືນ (ວັນພຸດຕອນກາງຄືນ)

  • ສີມົງຄົນ – ເທົາ
  • ເສີມການເງິນ – ດຳ, ເທົາ
  • ເສີມການງານ – ສົ້ມ
  • ເສີມດວງຄົນອຸປະຖໍາ ມະຫາເສນ່ – ເຫຼືອງ, ຄຣີມ
  • ສີທີ່ຄວນຫຼີກລ້ຽງ – ສົ້ມແດງ, ຊົມພູ
  • ເງິນຂວັນຖົງ – ທະນະບັດ 20.000 ລົງທ້າຍດ້ວຍ 24,34,96

 

ສີກະເປົາເງິນມົງຄົນ ປະຈຳວັນພະຫັດ (ວັນພະຫັດ)

  • ສີມົງຄົນ – ຄຣີມ, ສົ້ມ
  • ເສີມການເງິນ – ຂຽວ, ແດງ
  • ເສີມການງານ – ຟ້າ, ນໍ້າເງິນ
  • ເສີມດວງຄົນອຸປະຖໍາ ມະຫາເສນ່ – ສົ້ມ, ເຫຼືອງ
  • ສີທີ່ຄວນຫຼີກລ້ຽງ – ມ່ວງ, ດຳ
  • ເງິນຂວັນຖົງ – ທະນະບັດ 100.000 ລົງທ້າຍດ້ວຍ 36,52,69

 

ສີກະເປົາເງິນມົງຄົນ ປະຈຳວັນສຸກ (ວັນສຸກ)

  • ສີມົງຄົນ – ສົ້ມ, ແດງ
  • ການເງິນ – ຂາວ, ຄຣີມ, ເຫຼືອງ
  • ການງານ – ຊົມພູ, ແດງ
  • ຄົນອຸປະຖໍາ ມະຫາເສນ່ – ຊົມພູ, ເຫຼືອງ
  • ສີທີ່ຄວນຫຼີກລ້ຽງ – ດຳ
  • ເງິນຂວັນຖົງ – ທະນະບັດ 100.000 ລົງທ້າຍດ້ວຍ 21, 38, 39

 

ສີກະເປົາເງິນມົງຄົນ ປະຈຳວັນເສົາ (ວັນເສົາ)

  • ສີມົງຄົນ – ຟ້າ
  • ການເງິນ – ຟ້າ, ນໍ້າເງິນ
  • ການງານ – ມ່ວງ, ດຳ
  • ຄົນອຸປະຖໍາ ມະຫາເສນ່ – ແດງ, ຊົມພູ
  • ສີທີ່ຄວນຫຼີກລ້ຽງ – ຂຽວ
  • ເງິນຂວັນຖົງ – ທະນະບັດ 50.000 ລົງທ້າຍດ້ວຍ 24,82,86

 

ສີກະເປົາເງິນມົງຄົນ ປະຈຳວັນອາທິດ (ວັນອາທິດ)

  • ສີມົງຄົນ – ຂຽວອ່ອນ
  • ການເງິນ – ຂຽວ, ຊົມພູ
  • ການງານ – ແດງ, ທອງ
  • ຄົນອຸປະຖໍາ ມະຫາເສນ່ – ມ່ວງເຂັ້ມ, ເທົາ
  • ສີທີ່ຄວນຫຼີກລ້ຽງ – ຟ້າ, ນໍ້າເງິນ
  • ເງິນຂວັນຖົງ – ທະນະບັດ 50.000 ລົງທ້າຍດ້ວຍ 46,84,85

 

ຮູ້ສີກະເປົາເງິນມົງຄົນ 2025 ແລ້ວ, ຈະລໍຖ້າຫຍັງລະ? ເລືອກສີທີ່ໃຊ່ ເພື່ອເສີມໂຊກແລະດວງຮັບປີໃໝ່ໃຫ້ປັງກັນໄປເລີຍ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ