ອົດຕາວາ 10 ມີນາ – ວ່າທີ່ນາຍົກລັດຖະມົນຕີຄົນໃໝ່ ຂອງແຄນາດາປະກາດວ່າຈະນຳປະເທດໄປສູ່ໄຊຊະນະປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດໃນສົງຄາມການຄ້າ
ທ່ານມາກ ຄານີ ໄດ້ຮັບໄຊຊະນະການເລືອກຕັ້ງຫົວໜ້າພັກເສລີນິຍົມຫຼືລິເບີຣັລ ຢ່າງຖະຫລົ່ມທະລາຍ, ເຮັດໃຫ້ລາວກຳລັງຈະກ້າວຂຶ້ນຄອງຕຳແໜ່ງນາຍົກລັດຖະມົນຕີຂອງແຄນາດາຕໍ່ຈາກນາຍົກລັດຖະມົນຕີຈັສຕິນ ທຣູໂດ ທີ່ກຳລັງຈະພົ້ນຕຳແໜ່ງທີ່ຄອງມາເກືອບ 10 ປີ. ທ່ານຄານີ ອາຍຸ 59 ປີ ເປັນອະດີດຜູ້ວ່າການທະນາຄານກາງຂອງແຄນາດາ, ເອົາຊະນະຄູ່ແຂ່ງ 3 ຄົນໄດ້ຢ່າງລາບຄາບ ແລະ ຄາດວ່າຈະສາບານຕົນເປັນນາຍົກລັດຖະມົນຕີໃນອີກບໍ່ເທົ່າໃດມື້ນີ້.
ເມື່ອຊາບຜົນເລືອກຕັ້ງແລ້ວທ່ານຄານີໄດ້ກ່າວສຸນທອນພົດ, ເນັ້ນໜັກໄປທີ່ການເຜີຊິນໜ້າກັບທ່ານທຣຳທີ່ໄດ້ໃຊ້ມາດຕະການເກັບພາສີນຳເຂົ້າກັບສິນຄ້າສ່ວນໃຫຍ່ຂອງແຄນາດາ 25 ເປີເຊັນ ແລ້ວຍັງກ່າວວ່າຈະລວມເອົາແຄນາດາເຂົ້າເປັນລັດທີ 51 ຂອງສະຫະລັດ. ໂດຍທ່ານຄານີໄດ້ຕຳນິທ່ານທຣຳວ່າ ໂຈມຕີຄົນງານ, ຄອບຄົວ ແລະ ທຸລະກິດຂອງແຄນາດາດ້ວຍພາສີ, ແຕ່ແຄນາດາຈະຕໍ່ສູ້ຈົນກວ່າລັດຖະບານທ່ານທຣຳຈະສະແດງຄວາມເຄົາລົບແຄນາດາ. ເຖິງຢ່າງໃດກໍຕາມລາວຍອມຮັບແຄນາດາຊຶ່ງເພິ່ງພາການຄ້າກັບສະຫະລັດສູງກຳລັງຢູ່ໃນພາວະລຳບາກ, ສາເຫດຄືສະຫະລັດທີ່ບໍ່ອາດໄວ້ວາງໃຈໄດ້ອີກ ແຕ່ແຄນາດາຈະຝ່າຟັນເພື່ອໄປສູ່ໄຊຊະນະແນ່ນອນ.
ນາຍົກລັດຖະມົນຕີຈັສຕິນ ທຣູໂດ
ພັກເສລີນິຍົມຕ້ອງຈັດເລືອກຕັ້ງຫົວໜ້າພັກຄົນໃໝ່ ເນື່ອງຈາກທ່ານທຣູໂດ ປະເຊິີນແຮງກົດດັນຈາກບັນຫາເສດຖະກິດຮຸມເລົ້າ ລວມໄປເຖິງພາບລັກສ່ວນຕົວທີ່ຍ່ຳແຍ່ລົງ ຈົນໄດ້ປະກາດລາອອກເມື່ອເດືອນມັງກອນ. ແຕ່ໃນຊ່ວງທີ່ຜ່ານມາທີ່ເພິ່ນຕ້ອງປະເຊີນໜ້າກັບທ່ານທຣຳ ປະກົດວ່າ ຊາວແຄນາດາສະແດງຄວາມນິຍົມໃນພັກເສລີນິຍົມຫຼາຍຂຶ້ນ ຕີຕື້ນຂຶ້ນມາທຽບເທົ່າພັກອະນຸລັກນິຍົມ. ທ່ານທຣູໂດທີ່ໄດ້ອອກມາດຕະການພາສີຕອບໂຕ້ ຍັງໄດ້ກ່າວໃນປາໄສອຳລາຕຳແໜ່ງເຖິງທ່ານທຣຳ ເຊັ່ນກັນ: ໂດຍເພິ່ນກ່າວວ່າ ແຄນາດາເຜີຊິນຄວາມສ່ຽງຈາກລັດຖະບານທ່ານທຣຳ ຊຶ່ງຍັງເປັນບັນຫາທ້າທາຍໃນການເຮັດວຽກຂອງເພິ່ນຕະຫຼອດ 10 ປີທີຜ່ານມາ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,504 | 21,714 |
![]() THB | 633.72 | 645.76 |
![]() EUR | 22,934 | 23,391 |
![]() CNY | 2,900 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 27,680 |
![]() | 22,130 |
![]() | 18,440 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,170,000 | 31,700,000 |
![]() | 30,900,000 | 31,809,000 |