ໂຊລ 10 ມີນາ – ເກົາຫຼີເໜືອທົດສອບຍິງຂີປະນາວຸດຫຼາຍລູກໃນມື້ນີ້ ຫຼັງຈາກທີ່ກ່ອນໜ້ານີ້ບໍ່ເທົ່າໃດຊົ່ວໂມງ ອອກຖະແຫຼງການປະນາມກອງທັບເກົາຫຼີໃຕ້ ແລະ ສະຫະລັດທີ່ເປີດສາກການຊ້ອມຮົບຮ່ວມທີ່ລັດຖະບານປຽງຢາງເອີ້ນວ່າເປັນ “ການກະທຳຍົວະຍຸທີ່ເປັນອັນຕະລາຍ” ຊຶ່ງ ສ່ຽງທີ່ຈະຈຸດຊະນວນໃຫ້ເກີດການປະເຊີນໜ້າໂດຍບໍ່ໄດ້ຕັ້ງໃຈ
ກອງທັບເກົາຫຼີໃຕ້ກ່າວວ່າ ຂີປະນາວຸດຖືກຍິງອອກມາຈາກພູມິພາກທາງຕາເວັນຕົກຂອງເກົາຫຼີເໜືອໄປຍັງທະເລເຫຼືອງ. ການທົດສອບຍິງຂີປະນາວຸດຄັ້ງນີ້ຖືເປັນຄັ້ງທຳອິດທີ່ມີລາຍງານອອກມານັບຕັ້ງແຕ່ປະທານາທິບໍດີໂດນັລ ທຣຳ ຮັບຕຳແໜ່ງຜູ້ນຳສະຫະລັດເມື່ອເດືອນມັງກອນທີ່ຜ່ານມາ.
ການຊ້ອມຮົບຮ່ວມປະຈຳປີລະຫວ່າງເກົາຫຼີໃຕ້ກັບສະຫະລັດໃນຊື່ລະຫັດ “ຟຣີດອມ ຊີລດ໌” (Freedom Shield) ຈະດຳເນີນໄປຮອດວັນທີ 20 ມີນາຄົມ. ການຝຶກຍິງດ້ວຍການໃຊ້ກະສຸນຈິງຖືກລະງັບໄປຫຼັງຈາກທີ່ເຄື່ອງບິນຂັບໄລ່ຂອງເກົາຫຼີໃຕ້ຖິ້ມລະເບີດຜິດເປົ້າໝາຍໄປຕົກໃນເມືອງທີ່ມີພົນລະເຮືອນອາໄສຢູ່ໃກ້ກັບບໍລິເວນຊາຍແດນຕິດກັບເກົາຫຼີເໜືອເມື່ອອາທິດທີ່ແລ້ວ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 29 ຄົນ.
ເກົາຫຼີເໜືອມັກຈະຮຽກຮ້ອງໃຫ້ຍົກເລີກການຊ້ອມຮົບຮ່ວມລະຫວ່າງເກົາຫຼີໃຕ້ກັບສະຫະລັດ ໂດຍລະບຸວ່າເປັນການກຽມການສຳລັບການບຸກລຸກເກົາຫຼີເໜືອ. ໃນຂະນະທີ່ກອງທັບເກົາຫຼີໃຕ້ກ່າວວ່າ ການຊ້ອມຮົບມີເປົ້າໝາຍໃນການກຽມຄວາມພ້ອມຮ່ວມກັບພັນທະມິດເພື່ອຮັບມືໄພຂົ່ມຂູ່ ເຊັ່ນເກົາຫຼີເໜືອ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,417 | 21,692 |
![]() THB | 659.53 | 669.69 |
![]() EUR | 23,934 | 24,413 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |