site cover (25)
ມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 March, 2025
ໝວດ: ຂ່າວ

ສຶກສາຄົ້ນຄວ້າ “ມະຕິຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ນະຄອນຫຼວງວຽງຈັນ ວັນທີ 12 ມີນາ 2025”.

 

ຄະນະບໍລິຫານງານສູນກາງພັກ ຕົກລົງປັບປຸງການຈັດຕັ້ງດັ່ງນີ້:

 

1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ເອີ້ນຊື່ວ່າ “ກະຊວງການເງິນ”;

 

2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ເອີ້ນຊື່ວ່າ “ກະຊວງອຸດສາຫະກຳ ແລະ ການຄ້າ”;

 

3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສີກຳ ແລະ ປ່າໄມ້ ເອີ້ນຊື່ວ່າ “ກະຊວງກະສີກຳ ແລະ ສິ່ງແວດລ້ອມ”;

 

4. ໂຮມກະຊວງ ພາຍໃນ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ,ເອົາວຽກຄຸ້ມຄອງລັດຖະກອນ,ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ,ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂື້ນກັບຄະນະຈັດຕັ້ງສູນກາງພັກ,ໂອນວຽກປົກຄອງ,ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ,ວຽກອື່ນໆພ້ອມທັງບຸກຄະລາກອນທີ່ເຮັດວຽກໃນຂົງເຂດດັ່ງກ່າວໄປຂື້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນທີ່ເຫັນວ່າມີຄວາມສອດຄ່ອງ.

 

5. ໂອນວຽກສື່ມວນຊົນ(ວຽກຖະແຫຼງຂ່າວ)ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກກະຊວງກະຊວງຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເປັນຊື່ໃໝ່ເອີ້ນວ່າ “ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ”;

 

6. ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດເປັນເຈົ້າການຄົ້ນຄວ້າ,ພິຈາລະນາ,ເພື່ອຫຼຸດຜ່ອນກົງຈັກການຈັດຕັ້ງຂອງສະພາແຫ່ງຊາດທີ່ມີໃນປັດຈຸບັນ ຈາກ09 ໃຫ້ຍັງເຫຼືອ 05 ກຳມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ;

 

7. ປັບປຸງກົງຈັກຢູ່ທ້ອງຖິ່ນ(ນະຄອນຫຼວງ,ບັນດາແຂວງແລະເມືອງ)ແມ່ນໃຫ້ປັບປຸງໂຮມເຂົ້າກັນຕາມຂະແໜງສາຍຕັ້ງທີ່ມີການປັບປຸງໂຮມເຂົ້າກັນຢູ່ກະຊວງ,ອົງການທີ່ກ່າວມາຂ້າງເທິງ.

ຫຼຸດຈຳນວນພະນັກງານ-ລັດຖະກອນລົງຢ່າງໜ້ອຍ 6000ຄົນ (ບໍ່ລວມ ປກຊ/ປກສ)

 

ລາຍລະອຽດເພີ່ມເຕີມ:

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ