2025-03-12T214532Z_773484130_RC2XBDACUJ54_RTRMADP_3_UKRAINE-CRISIS-RUSSIA-KURSK-PUTIN-1741947580
ຣັດເຊຍຕ້ອງການຫຼັກປະກັນຄວາມໝັ້ນຄົງໃນຂໍ້ຕົກລົງສັນຕິພາບຢູເຄຣນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 17 March, 2025

ທ່ານອເລັກຊານເດີ ກຣຸດໂກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງຣັດເຊຍ ໄດ້ໃຫ້ສຳພາດກັບໜັງສືພິມອິດເວສເຕຍ ເຊິ່ງເປັນໜັງສືພິມແຫ່ງຊາດຂອງຣັດເຊຍ ກ່ຽວກັບຫຼາຍປະເດັນ ແລະ ໄດ້ມີການເຜີຍແຜ່ໃນມື້ນີ້. ໜຶ່ງໃນນັ້ນແມ່ນກ່ຽວກັບການເຮັດຂໍ້ຕົກລົງສັນຕິພາບກັບຢູເຄຣນ. ທ່ານກຣຸດໂກກ່າວວ່າ ຣັດເຊຍຕ້ອງການໃຫ້ຂໍ້ຕົກລົງນີ້ມີຫຼັກປະກັນດ້ານຄວາມໝັ້ນຄົງທີ່ເຂັ້ມແຂງ ແລະ ບໍ່ສາມາດຖືກທຳລາຍໄດ້.

ໜຶ່ງໃນຫຼັກປະກັນເຫຼົ່ານີ້ແມ່ນການຮັກສາສະຖານະພາບຄວາມເປັນກາງຂອງຢູເຄຣນ ແລະ ການທີ່ປະເທດສະມາຊິກອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ ບໍ່ຮັບເອົາຢູເຄຣນເຂົ້າຮ່ວມນາໂຕ.

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຣັດເຊຍຍັງເນັ້ນຢ້ຳວ່າ ຣັດເຊຍບໍ່ເຫັນດີກັບການທີ່ນາໂຕຈະສົ່ງຄະນະຜູ້ສັງເກດການເຂົ້າໄປໃນຢູເຄຣນ ບໍ່ວ່າຈະສົ່ງໄປໃນນາມນາໂຕ, ສະຫະພາບເອີຣົບ ຫຼື ອີຢູ, ຫຼື ໃນນາມປະເທດ ເພາະການເຂົ້າໄປໃນພື້ນທີ່ຂັດແຍ່ງຈະເທົ່າກັບວ່າເປັນຝ່າຍທີ່ມີສ່ວນຮ່ວມໃນຄວາມຂັດແຍ່ງດ້ວຍ. ຣັດເຊຍຈະປຶກສາຫາລືເລື່ອງການສົ່ງຄະນະສັງເກດການພົນລະເຮືອນເຂົ້າໄປຕິດຕາມການປະຕິບັດຕາມຂໍ້ຕົກລົງສັນຕິພາບ ຫຼັງຈາກທີ່ມີຂໍ້ຕົກລົງແລ້ວເທົ່ານັ້ນ.

ກ່ອນໜ້ານີ້ ອັງກິດ, ຝຣັ່ງ ແລະ ອົສຕຣາລີໄດ້ປະກາດວ່າ ພ້ອມສົ່ງກອງກຳລັງຮັກສາສັນຕິພາບເຂົ້າໄປສັງເກດການການຢຸດຍິງໃນຢູເຄຣນ. ໃນຂະນະທີ່ມື້ວານນີ້ ມີລາຍງານຂ່າວອ້າງຄຳເວົ້າຂອງປະທານາທິບໍດີ ເອມານູແອລ ມາກຣົງ ຂອງຝຣັ່ງວ່າ ການປະຈຳການກອງກຳລັງຮັກສາສັນຕິພາບແມ່ນອຳນາດການຕັດສິນໃຈຂອງຢູເຄຣນ ບໍ່ແມ່ນຂອງຣັດເຊຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ