site cover (46)
ຍີ່ປຸ່ນກຽມສ້າງສະຖານີລົດໄຟຈາກເຄື່ອງພິມ 3 ມິຕິແຫ່ງທຳອິດຂອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 March, 2025
ໝວດ: ຂ່າວ

ບໍລິສັດຜູ້ໃຫ້ບໍລິການລົດໄຟລາຍໃຫຍ່ຂອງຍີ່ປຸ່ນກຽມສ້າງສະຖານີລົດໄຟແຫ່ງທຳອິດຂອງໂລກ ທີ່ໃຊ້ເຕັກໂນໂລຢີການພິມ 3 ມິຕິ ສ້າງແລ້ວສຳເລັດພາຍໃນເວລາພຽງແຕ່ 6 ຊົ່ວໂມງ

 

ສະຖານີລົດໄຟແຫ່ງໃໝ່ນີ້ຈະຖືກສ້າງຂຶ້ນແທນທີ່ໂຄງສ້າງໄມ້ເກົ່າທີ່ຊຸດໂຊມ ຂອງສະຖານີຮັດຊິມະ ຕັ້ງຢູ່ໃນຈັງຫວັດວາກາຢາມະ ທາງຕອນໃຕ້ຂອງປະເທດຍີ່ປຸ່ນ ຫ່າງຈາກໂອຊາກ້າປະມານ 96 ກິໂລແມັດD

 

ໂດຍໂຄງສ້າງສະຖານີໃໝ່ນີ້ຈະມີພື້ນທີ່ປະມານ 10 ຕາລາງແມັດ ໂດຍມີຄວາມສູງ 2.6 ແມັດ, ກວ້າງ 6.3 ແມັດ ແລະ ເລິກ 2.1 ແມັດ ຝາຂອງອາຄານຈະພິມນູນດ້ວຍຮູບໝາກກ້ຽງຊື່ດັງຂອງເມືອງອາລິດະ ແລະ ປາທະຊິອຸໂອະ ຊຶ່ງເປັນສັນຍາລັກຂອງວິຖີຊີວິດທ້ອງຖິ່ນ

 

ໂຄງສ້າງຂອງສະຖານີຈະຖືກສ້າງຂຶ້ນໂດຍໃຊ້ເຄື່ອງພິມ 3 ມິຕິທີ່ທັນສະໄໝ ຊຶ່ງຈະພິມຊິ້ນສ່ວນຫຼັກຂອງອາຄານລວມເຖິງຖານຮາກຖານອອກມາ ຈາກນັ້ນຈະເຮັດການເຕີມຄອນກຣີດລົງໄປໃນແຕ່ລະຊິ້ນສ່ວນກ່ອນນຳໄປສົ່ງຍັງສະຖານທີ່ກໍ່ສ້າງ.

 

ເມື່ອຮອດໜ້າງານ ຄົນງານຈະໃຊ້ເຄນຊ່ວຍປະກອບ ແລະ ເຊື່ອມຕໍ່ຊິ້ນສ່ວນຕ່າງໆ ຕັ້ງແຕ່ການລື້ຖອນສະຖານີເກົ່າໄປຈົນເຖິງການຕິດຕັ້ງສະຖານີໃໝ່ ຂັ້ນຕອນທັງໝົດຈະສຳເລັດພາຍໃນ 6 ຊົ່ວໂມງ ໂດຍການກໍ່ສ້າງຈະເລີ່ມຂຶ້ນໃນວັນທີ 25 ມີນາ ຫຼັງຈາກທີ່ລົດໄຟຂະບວນສຸດທ້າຍອອກຈາກສະຖານີ ແລະ ຈະສຳລັດກ່ອນທີ່ລົດໄຟຂະບວນທຳອິດຂອງເຊົ້າວັນຕໍ່ໄປຈະມາຮອດ

 

ເຫດຜົນທີ່ JR West ເລືອກສະຖານີຮັດຊິມະສຳລັບໂຄງການນີ້ ເນື່ອງຈາກຕຳແໜ່ງທີ່ຕັ້ງຕິດຊາຍທະເລ ຊຶ່ງຊ່ວຍໃຫ້ບໍລິສັດສາມາດທົດສອບຄວາມທົນທານຂອງອາຄານຕໍ່ສະພາບແວດລ້ອມທີ່ມີໄອທະເລໄດ້

 

ນອກຈາກນີ້ ບໍລິສັດຍັງວາງແຜນສຶກສາຕົ້ນທຶນການກໍ່ສ້າງ, ການບຳລຸງຮັກສາ ແລະ ການບໍລິຫານຈັດການ ເພື່ອຂະຫຍາຍໂຄງການນີ້ໃນອະນາຄົດ ໂດຍເຕັກໂນໂລຢີໃໝ່ນີ້ຍັງຖືກພິຈາລະນາໃຫ້ເປັນແນວທາງແກ້ໄຂບັນຫາການຂາດແຄນແຮງງານໃນອຸດສາຫະກຳກໍ່ສ້າງລະບົບລາງຂອງຍີ່ປຸ່ນອີກດ້ວຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ