site cover (80)
ເກົາຫຼີເໜືອສົ່ງທະຫານໄປຣັດເຊຍເພີ່ມ 3,000 ນາຍ ພ້ອມຂີປະນາວຸດອີກຫຼາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 March, 2025
ໝວດ: ຂ່າວ

ວັນນີ້ (27 ມີນາ) ກອງທັບເກົາຫຼີໃຕ້ເປີດເຜີຍວ່າຕັ້ງແຕ່ຕົ້ນປີທີ່ຜ່ານມາ ເກົາຫຼີເໜືອໄດ້ສົ່ງທະຫານໄປຣັດເຊຍເພື່ອຮ່ວມຮົບກັບຢູເຄຣນເພີ່ມອີກຢ່າງໜ້ອຍ 3,000 ນາຍ

 

ທີ່ຄາດວ່າເດີນທາງໄປຮອດໃນຊ່ວງລະຫວ່າງເດືອນມັງກອນ ແລະ ກຸມພາ ເຮັດໃຫ້ຈົນຮອດຕອນນີ້ ເກົາຫຼີໃຕ້ຄາດວ່າມີທະຫານເກົາຫຼີເໜືອໃນຣັດເຊຍປະມານ 11,000 ນາຍ ໃ

 

ນຈຳນວນນີ້ເສຍຊີວິດແລະໄດ້ຮັບບາດເຈັບໄປແລ້ວຢ່າງໜ້ອຍ 4,000 ນາຍ ສະທ້ອນວ່າເກົາຫຼີເໜືອຈະຍັງຄົງໃຫ້ການສະໜັບສະໜູນການເຮັດສົງຄາມຂອງຣັດເຊຍ ເຖິງແມ່ນວ່າຜູ້ນຳໂລກຈະຮ່ວມກັນຜັກດັນໃຫ້ເກີດການຢຸດຍິງ ແລະ ຈົບສົງຄາມທີ່ຍືດເຍື້ອເຂົ້າສູ່ປີທີ 3 ກໍຕາມ

 

ນອກຈາກນີ້, ກອງທັບເກົາຫຼີໃຕ້ຍັງລາຍງານວ່າເກົາຫຼີເໜືອໄດ້ສົ່ງຂີປະນາວຸດພິໄສໃກ້ທີ່ສາມາດຂັບເຄື່ອນດ້ວຍຕົວເອງປະມານ 220 ໜ່ວຍ ແລະ ເຄື່ອງຍິງຈະຫຼວດອີກ “ຈຳນວນຫຼາຍ” ໄປຍັງຣັດເຊຍ ໂດຍຄາດວ່າຈຳນວນຂອງຍຸດໂທປະກອນຕ່າງໆ ທີ່ເກົາຫຼີເໜືອຈະມອບໃຫ້ຣັດເຊຍຈະເພີ່ມຂຶ້ນໄປຕາມສະຖານະການໃນສະໜາມຮົບ

 

ເກົາຫຼີເໜືອ ແລະ ຣັດເຊຍກະຊັບຄວາມຮ່ວມມືດ້ານຄວາມໝັ້ນຄົງຮ່ວມກັນ ເມື່ອອາທິດທີ່ແລ້ວ ເຊີເກ ຊອຍກູ ທີ່ປຶກສາຄວາມໝັ້ນຄົງຂອງ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຫາເດີນທາງຢ້ຽມຢາມກຸງປຽງຢາງ ແລະ ໄດ້ເຂົ້າພົບ ແລະຖ່າຍທອດຂໍ້ຄວາມສຸດອົບອຸ່ນຈາກປູຕິນ ເຖິງຜູ້ນຳຄິມ ຈອງ-ອຶນ ໂດຍຊອຍກູກ່າວກັບຄິມວ່າປູຕິນໃຫ້ຄວາມສົນໃຈຢ່າງເຕັມທີ່ໃນການດຳເນີນການຕາມຂໍ້ຕົກລົງທີ່ບັນລຸກັບຄິມ

 

ເຖິງຢ່າງໃດກໍຕາມ, ຂ່າວການສະໜັບສະໜູນຣັດເຊຍຢ່າງຕໍ່ເນື່ອງຂອງເກົາຫຼີເໜືອ ມີຂຶ້ນໃນຂະນະທີ່ຜູ້ນຳ ແລະ ພັນທະມິດໃນຢູໂຣບມີກຳນົດຈະປະຊຸມຮ່ວມກັນທີ່ກຸງປາຣີໃນວັນທີ່ 27 ມີນາ ນີ້

 

ເພື່ອຫາລືກ່ຽວກັບການສະໜັບສະໜູນຢູເຄຣນ ແລະ ຄວາມໝັ້ນຄົງ ໃນພາກພື້ນໄລຍະຍາວ ທ່າມກາງການຊ່ວຍເຫຼືອຈາກສະຫະລັດຯ ທີ່ທຳໜ້າທີ່ເປັນຕົວກາງໃນການເຈລະຈາຢຸດຍິງເຕັມຮູບແບບທີ່ຍັງຕັ້ງຢູ່ເທິງຄວາມບໍ່ແນ່ນອນ

 

ເຖິງແມ່ນວ່າໃນອາທິດນີ້ຈະມີຄວາມຄືບໜ້າຫຼັງການເຈລະຈາໃນຊາອຸດິອາຣະເບຍ ທີ່ທັງຣັດເຊຍ ແລະ ຢູເຄຣນຕົກລົງທີ່ຈະຢຸດການໂຈມຕີໃນທະເລດຳ ລວມໄປເຖິງຢຸດການໂຈມຕີໂຄງສ້າງພື້ນຖານດ້ານພະລັງງານ

 

ສຳນັກຂ່າວກາງ KCNA ຂອງລັດຖະບານເກົາຫຼີເໜືອ ຍັງໄດ້ເປີດພາບໂດຣນອາກາດຍານໄຮ້ນັກບິນແບບ “ພລີຊີບ” ທີ່ມີຂະໜາດໃຫຍ່ກວ່າໂດຣນປົກກະຕິ ແລະ ໃຫຍ່ກວ່າແມ່ນແຕ່ກະທັ້ງເຄື່ອງບິນຂັບໄລ່ແບບມີນັກບິນ ທີ່ພິເສດຄືໂດຣນຂະໜາດໃຫຍ່ລຳນີ້ໃຊ້ເຕັກໂນໂລຢີປັນຍາປະດິດ ຫຼື “ເອໄອ” ມາເພີ່ມຂີດຄວາມສາມາດ ນອກຈາກນີ້, ຜູ້ນຳຄິມຍັງໄດ້ກວດຢ້ຽມໂດຣນປິດຊີບອີກຫຼາກຫຼາຍຂະໜາດທີ່ໄດ້ຮັບການປັບປຸງເພີ່ມຂີດຄວາມສາມາດດ້ວຍການໃຊ້ເຕັກໂນໂລຢີເອໄອເຊັ່ນກັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ