site cover (87)
"ທຣຳ" ກຽມສົ່ງຄວາມຊ່ວຍເຫຼືອໃຫ້ມຽນມາ ຫຼັງປະເຊີນແຜ່ນດິນໄຫວ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 31 March, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣຳຂອງສະຫະລັດ ເປີດເຜີຍວ່າ ໄດ້ລົມກັບເຈົ້າໜ້າທີ່ໃນມຽນມາກ່ຽວກັບເຫດແຜ່ນດິນໄຫວຮຸນແຮງ ລະດັບ 7.7 ທີ່ເກີດຂຶ້ນແລ້ວ ແລະ ລັດຖະບານຈະໃຫ້ຄວາມຊ່ວຍເຫຼືອໃນຮູບແບບໃດຮູບແບບໜຶ່ງ

 

ປະທານາທິບໍດີໂດນັລ ທຣຳຂອງສະຫະລັດ ເປີດເຜີຍກັບຜູ້ສື່ຂ່າວທີ່ທຳນຽບຂາວ ໂດຍລະບຸວ່າ ລັດຖະບານວໍຊິງຕັນຈະມອບຄວາມຊ່ວຍເຫຼືອໃຫ້ມຽນມາໃນຮູບແບບໃດຮູບແບບໜຶ່ງ ຫຼັງຈາກລົມກັບເຈົ້າໜ້າທີ່ຂອງລັດຖະບານມຽນມາ ກ່ຽວກັບສະຖານະການແຜ່ນດິນໄຫວຮຸນແຮງ ລະດັບ 7.7 ເຊິ່ງເກີດຂຶ້ນທາງຕອນກາງຂອງປະເທດ

 

ສຳລັບຄວາມເສຍຫາຍສ່ວນໃຫຍ່ເກີດຂຶ້ນໃນເມືອງມັນດາເລ ເມືອງໃຫຍ່ອັນດັບ 2 ຂອງມຽນມາ ເນື່ອງຈາກຕັ້ງຢູ່ໃກ້ຈຸດສູນກາງຂອງການເກີດແຜ່ນດິນໄຫວຮຸນແຮງ ຕາມມາດ້ວຍອາຟເຕີຊັອກຮຸນແຮງ ແລະ ແຜ່ນດິນໄຫວ ລະດັບປານກາງອີກຫຼາຍລະຮອບ

 

 

ສົ່ງຜົນໃຫ້ບ້ານເຮືອນປະຊາຊົນ ແລະ ໂຄງສ້າງພື້ນຖານເປ່ເພ່ ແລະ ຖະຫຼົ່ມ ທ່າມກາງຄວາມພະຍາຍາມຂອງເຈົ້າໜ້າທີ່ກູ້ໄພ ທີ່ລະດົມກຳລັງກັນເລັ່ງເຮັດວຽກແຂ່ງກັບເວລາເພື່ອຄົ້ນຫາຜູ້ທີ່ອາດຈະຍັງຄົງຕິດຢູ່ພາຍໃຕ້ຊາກປັກຫັກພັງ ເຖິງແມ່ນວ່າຈະພົບກັບອຸປະສັກຈາກບັນຫາການຂາດແຄນອຸປະກອນຕັດຖ່າງ ແລະ ເຄື່ອງຈັກໃນການເຄື່ອນຍ້າຍ

 

ການແຖລງ ດັ່ງກ່າວຂອງທຣຳມີຂຶ້ນຫຼັງຈາກພົນເອກອາວຸໂສມິນ ອອງ ຫຼາຍ ຜູ້ນຳຄະນະລັດຖະປະຫານຂອງມຽນມາແຖລງຜ່ານທາງໂທລະພາບລວມການສະເພາະກິດ ໂດຍລະບຸວ່າ ມຽນມາເປີດຮັບຄວາມຊ່ວຍເຫຼືອລະຫວ່າງປະເທດ ແລະ ຍອມຮັບຂໍ້ສະເໜີສົ່ງຄວາມຊ່ວຍເຫຼືອຈາກອິນເດຍ ແລະ ຈາກຊາດພັນທະມິດໃນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (ASEAN)

 

ນອກຈາກນີ້ຍັງອົງການລະຫວ່າງປະເທດ ແລະ ລັດຖະບານຫຼາຍຊາດ ລວມເຖິງ ສະຫະປະຊາຊາດ, ສະຫະພາບຢູໂລບ, ຝຣັ່ງ, ຈີນ ສະເໜີສົ່ງຄວາມຊ່ວຍເຫຼືອໃຫ້ມຽນມາແລ້ວ

 

ທາງການມຽນມາລາຍງານວ່າຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ລະດັບ 7.7 ຢູ່ທີ່ຢ່າງໜ້ອຍ 694 ຄົນ ແລະ ມີລາຍງານຜູ້ບາດເຈັບກວ່າ 1,600 ຄົນ ແຕ່ຄາດວ່າ ຕົວເລກຜູ້ເສຍຊີວິດ ແລະ ບາດເຈັບໜ້າຈະເພີ່ມສູງຂຶ້ນອີກ

 

ຂະນະທີ່ການວິເຄາະຂອງລັດຖະບານສະຫະລັດ ເຊິ່ງອີງຈາກຄວາມຮຸນແຮງ ແລະ ຄວາມເລິກຂອງແຜ່ນດິນໄຫວ ປະເມີນວ່າ ອາດມີຜູ້ເສຍຊີວິດຫຼາຍພັນຄົນ ແລະ ສ້າງຄວາມເສຍຫາຍໃຫ້ກັບເສດຖະກິດຂອງມຽນມາຢ່າງຮຸນແຮງ ໂດຍພູມິພາກສະກາຍ ແລະ ເມກຕິລາເປັນພື້ນທີ່ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ

 

ສຳນັກຂ່າວບີບີຊີມຽນມາ ລາຍງານວ່າ ປະຊາຊົນໃນເມືອງໃຫຍ່ 2 ແຫ່ງຂອງມຽນມາ ໄດ້ແກ່ ມັນດາເລ ແລະ ຢ່າງກຸ້ງ ບໍ່ມີໄຟຟ້າ ແລະ ສັນຍານໂທລະສັບໃຊ້ບໍ່ໄດ້ ຫຼັງເກີດແຜ່ນດິນໄຫວຊາວເມືອງມັນດາເລຄົນໜຶ່ງບອກວ່າຕິດຕໍ່ກັບຄອບຄົວບໍ່ໄດ້ ເພາະບໍ່ມີໄຟຟ້າໃຫ້ຊາກໂທລະສັບ ແລະ ກໍບໍ່ສາມາດໃຊ້ອິນເຕີເນັດໄດ້ເລີຍ

 

ຢ່າງໃດກໍຕາມ ຫຼາຍຝ່າຍກັງວົນວ່າແຜ່ນດິນໄຫວຄັ້ງນີ້ມີແນວໂນ້ມທີ່ຈະເຮັດໃຫ້ສະຖານະການໃນມຽນມາທີ່ປະເຊີນກັບສົງຄາມກາງເມືອງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ມີຄວາມຊັບຊ້ອນຍິ່ງຂຶ້ນ ຫຼັງຈາກລັດຖະບານພະເດັດການທະຫານກຳລັງສູ້ຮົບຕິດພັນກັບກຸ່ມກະບົດ ແລະ ກຸ່ມຊາດພັນຕິດອາວຸດ

 

ຍັງບໍ່ລວມເຖິງ ວິກິດອາຫານຂັ້ນຮຸນແຮງ ແລະ ພາວະເສດຖະກິດຕົກຕ່ຳ ບັນຫາການຂາດເສລີພາບໃນການສື່ສານ ເຮັດໃຫ້ການລາຍງານສະຖານະການໃນພື້ນທີ່ເປັນໄປດ້ວຍຄວາມຍາກລຳບາກ

 

ການເປີດເຜີຍວ່າຈະສົ່ງຄວາມຊ່ວຍເຫຼືອໃຫ້ມຽນມາຂອງທຣຳມີຂຶ້ນໃນຂະນະທີ່ຝ່າຍບໍລິຫານແຈ້ງກັບສະພາຄອງເກຣສວ່າສະຫະລັດຈະດຳເນີນການປົດພະນັກງານເກືອບທັງໝົດທີ່ຍັງເຫຼືອຢູ່ໃນອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື ຢູເອສເອໄອດີ (USAID) ແລະ ປິດໜ່ວຍງານດັ່ງກ່າວເພື່ອຫຼຸດລາຍຈ່າຍກໍຕາມ

 

ດ້ານໂຄສົກກະຊວງຕ່າງປະເທດຂອງສະຫະລັດ ລະບຸວ່າ ການທີ່ລັດຖະບານຕັດງົບ ແລະ ປົດພະນັກງານຈະບໍ່ສົ່ງຜົນຕໍ່ການສົ່ງທີມຕອບສະໜອງຕໍ່ໄພພິບັດຂອງສະຫະລັດ (DART) ເຂົ້າໄປໃນມຽນມາ ແຕ່ຍັງບໍ່ໄດ້ລະບຸເວລາທີ່ແນ່ຊັດ

 

ທັງນີ້ ຢູເອສເອໄອດີ (USAID) ມີບົດບາດສຳຄັນໃນການປະສານຄວາມຊ່ວຍເຫຼືອປະເທດຕ່າງໆ ທີ່ປະເຊີນແຜ່ນດິນໄຫວທົ່ວໂລກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ