site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 April, 2025
ໝວດ: ຂ່າວ

ນາທີຊີວິດສາວເສື້ອສີຟ້າຮ້ານຂາຍອຸປະກອນມືຖື ແຜ່ນດິນໄຫວພັງຮ້ານໃນພິບຕາ 

 

ເວັບສື່ຮ່ອງກົງ hk01 ລາຍງານຂ່າວ ມຽນມາເກີດແຜ່ນດິນໄຫວຂະໜາດ 8.2 ເມື່ອວັນທີ 28 ມີນາ ກ້ອງວົງຈອນປິດຂອງຮ້ານຂາຍອຸປະກອນສື່ສານຈັບພາບເຫດການຂະນະເກີດແຜ່ນດິນໄຫວ ເຜີຍໃຫ້ເຫັນຊັ້ນວາງສິນຄ້າລົ້ມລະເນລະນາດຈາກແຮງສັ່ນສະເທືອນ

 

ເຖິງຢ່າງໃດກໍຕາມ ຊາວເນັດກັບໂຟກັສຜິດຈຸດ ແທນທີ່ຈະຕົກໃຈກັບຄວາມຮຸນແຮງຂອງແຜ່ນດິນໄຫວ ກັບພາກັນສົງໄສວ່າກ້ອງວົງຈອນປິດຍີ່ຫໍ້ຫຍັງ ເປັນຫຍັງຈຶ່ງໝັ້ນຄົງຂະໜາດນີ້

 

ຄລິບວິດີໂອດັ່ງກ່າວຖືກໂພສໃນກຸ່ມກ່ຽວກັບແຜ່ນດິນໄຫວໃນມຽນມາ ໂດຍເປັນພາບເຫດການໃນຮ້ານຂາຍອຸປະກອນສື່ສານ ຂະນະທີ່ເກີດແຜ່ນດິນໄຫວ ພະນັກງານຍິງນັ່ງຢູ່ຫຼັງເຄົາເຕີຮູບຕົວ L ແລະ ຊັ້ນວາງສິນຄ້າທັງສອງຂ້າງສັ່ນສະເທືອນຢ່າງຮຸນແຮງຈົນລົ້ມລົງ ແຕ່ໂຊກດີທີ່ລາວມຸດເຂົ້າໄປຫຼົບຢູ່ໃຕ້ເຄົາເຕີ ຈຶ່ງລອດຈາກການຖືກທັບ

 

ຫຼັງແຜ່ນດິນໄຫວ ຮ້ານຄ້າໄດ້ຮັບຄວາມເສຍຫາຍເກືອບທັງໝົດ ຈົນເກືອບຈະສະພາບເດີມບໍ່ໄດ້ ຄວາມຮຸນແຮງຂອງແຜ່ນດິນໄຫວສ້າງຄວາມເສຍຫາຍຢ່າງໜັກ ແລະ ບໍ່ຮູ້ວ່າຕ້ອງໃຊ້ເວລາດົນປານໃດກວ່າຮ້ານຈະກັບມາຄືເກົ່າ

 

ເຖິງຢ່າງໃດກໍຕາມ ຫຼັງປພົບແຜ່ນດິນໄຫວລະດັບ 8.2 ກ້ອງວົງຈອນປິດຍັງຄົງເຮັດວຽກໄດ້ຕາມປົກກະຕິ ແລະ ບັນທຶກເຫດການໄປຈົນຮອດຊ່ວງກາງຄືນ ເຮັດໃຫ້ຊາວເນັດຕ່າງຖາມວ່າ ກ້ອງວົງຈອນປິດຍີ່ຫໍ້ຫຍັງຈຶ່ງແຂງແກ່ງຂະໜາດນີ້ ບາງຄົນເຖິງກັບເວົ້າຕິດຕະຫຼົກວ່າ “ກ້ອງຕົວນີ້ຕິດຕັ້ງເທິງໄຈໂຣສໂຄບບໍ່ ແຂງແກ່ງເກີນໄປແລ້ວ!”

 

ໝາຍເຫດ: ໄຈໂຣສໂຄບ (Gyroscope) ແມ່ນອຸປະກອນທີ່ໃຊ້ກວດຈັບແລະຮັກສາທິດທາງ ໂດຍອາໄສຫຼັກການຂອງໂມເມນຕັມເຊີງມຸມ ມັນສາມາດຮັກສາແກນໝຸນໃຫ້ຄົງທີ່ແມ່ນແຕ່ຈະມີການເຄື່ອນໄຫວຫຼືປ່ຽນແປງທິດທາງ ເໝາະສຳລັບໃຊ້ໃນລະບົບນຳທາງ ເຄື່ອງບິນ ສະມາດໂຟນ ແລະ ກ້ອງກັນສັ່ນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ