site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 April, 2025
ໝວດ: ຂ່າວ

ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ຍ່ານປຸຕຣາໄຮສ໌ ໃນລັດສະລັງງໍ ປະເທດມາເລເຊຍ ໂດຍແປວໄຟພຸ່ງສູງນັບຮ້ອຍແມັດ ແລະ ສາມາດມອງເຫັນໄດ້ໄກຫຼາຍກິໂລແມັດ ຄາດເກີດຈາກທໍ່ແກັສລະເບີດ

 

ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ຍ່ານປຸຕຣາໄຮສ໌ ໃນລັດສະລັງງໍ ປະເທດມາເລເຊຍ ໂດຍແປວໄຟພຸ່ງສູງນັບຮ້ອຍແມັດ ແລະ ສາມາດມອງເຫັນໄດ້ໄກຫຼາຍກິໂລແມັດ ຄາດເກີດຈາກທໍ່ແກັສລະເບີດ

 

ເຈົ້າໜ້າທີ່ສະຖານີດັບເພີງ ແລະ ກູ້ໄພເມືອງຊູບັງຈາຢາ ກ່າວວ່າໄດ້ຮັບແຈ້ງເຫດສຸກເສີນເມື່ອເວລາ 8.10 ນ. ມື້ນີ້ ຕາມເວລາທ້ອງຖິ່ນ ໂດຍໄຟໄໝ້ເກີດຂຶ້ນທີ່ຖະໜົນປຸຕຣາຮາໂມນີ ສາມາດມອງເຫັນໄຟຂະໜາດໃຫຍ່ໄດ້ຈາກໄລຍະທາງຫຼາຍກິໂລແມັດ ໂດຍມີການແຊຣ໌ພາບ ແລະ ວິດີໂອຂອງໄຟໄໝ້ນີ້ຢ່າງແພ່ຫຼາຍເທິງໂຊຊຽວມີເດຍ

 

ດ້ານທ່ານຫວໍ່ ເຊິນ ສ.ສ. ຊູບັງຈາຢາ ຢືນຢັນໃນຖະແຫຼງການວ່າ ໄຟໄໝ້ເກີດຂຶ້ນທີ່ປໍ້ານ້ຳມັນແຫ່ງໜຶ່ງໃນເຂດປຸຕຣາໄຮສ໌ ເຊັ່ນດຽວກັບໜ່ວຍດັບເພີງແລະກູ້ໄພສະລັງງໍ (JBPM) ຢືນຢັນວ່າເກີດໄຟໄໝ້ທໍ່ສົ່ງແກັສຂະໜາດໃຫຍ່ໃນເມືອງຊູບັງຈາຢາ

 

ອາຫມັດ ມຸກຫ໌ລິສ ມຸກຫ໌ຕາຣ໌  ຜູ້ຊ່ວຍຜູ້ອຳນວຍການຝ່າຍປະຕິບັດການຂອງສຳນັກງານດັບເພີງສະລັງງໍ ຢືນຢັນວ່າໄດ້ຮັບແຈ້ງເຫດສຸກເສີນເມື່ອເວລາ 8.10 ນ. ໂດຍເຈົ້າໜ້າທີ່ດັບເພີງມາຮອດທີ່ເກີດເຫດ 12 ນາທີຕໍ່ມາ “ໄຟໄໝ້ເກີດຈາກທໍ່ສົ່ງແກັສຂອງປິໂຕຣນາສຮົ່ວ ໂດຍມີທໍ່ສົ່ງແກັສຍາວປະມານ 500 ມ. ຖືກໄຟໄໝ້”

 

ໄຟຊຶ່ງປະທຸຂຶ້ນໃກ້ກັບພື້ນທີ່ຢູ່ອາໄສ ໄດ້ລຸກລາມໄປຍັງບ້ານຫຼາຍຫຼັງ ເຮັດໃຫ້ປະຊາຊົນຕ້ອງອົບພະຍົບ ທ່ານມຸກຫ໌ຕາຣ໌ຢືນຢັນວ່າສາມາດຊ່ວຍເຫຼືອຜູ້ປະສົບໄພໄດ້ 7 ຄົນ ລວມເຖິງຜູ້ສູງອາຍຸ 2 ຄົນ ແຕ່ຍັງບໍ່ສາມາດລະບຸຈຳນວນຜູ້ໄດ້ຮັບຜົນກະທົບທັງໝົດແລະຂອບເຂດຂອງໄຟທີ່ລຸກລາມໃນພື້ນທີ່ຢູ່ອາໄສໄດ້

 

ເຈົ້າໜ້າທີ່ທັງໝົດ 78 ຄົນ ພ້ອມດ້ວຍລົດດັບເພີງ ໜ່ວຍເກັບວັດສະດຸອັນຕະລາຍ ແລະ ລົດບັນທຸກນ້ຳ ຢູ່ໃນບໍລິເວນທີ່ເກີດເຫດເພື່ອຄວບຄຸມເພີງໄໝ້ ທ່ານມຸກຫ໌ຕາຣ໌ກ່າວອີກວ່າປິໂຕຣນາສ ໄດ້ປິດວາວທໍ່ແລ້ວ ແຕ່ຍັງບໍ່ຊັດເຈນວ່າປິດວາວໄປເຖິງບໍລິເວນຕົ້ນທາງຫຼືບໍ່.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ