site cov (5)
ຂໍແຈ້ງຂ່າວເສົ້າສະຫລົດໃຈຂອງ ທ່ານພົນເອກ ຄຳໄຕ ສີພັນດອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 April, 2025
ໝວດ: ຂ່າວ

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

 

ຂປລ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ຂໍແຈ້ງຂ່າວເສົ້າສະຫລົດໃຈ ອັນສຸດຊຶ້ງ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:

 

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 2 ເມສາ 2025 ດ້ວຍໂລກຊະລາ ລວມອາຍຸໄດ້ 102 ປີ.

 

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກເຮົາ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນນຳ ຂອງສູນກາງພັກ ນຳພາ-ຊີ້ນຳ ການປະຕິວັດຊາດ-ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ, ຕະຫລອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

 

ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫລວງທີ່ສຸດ ສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

 

ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ

 

ຈົ່ງຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກ ຕໍ່ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຂອງພັກ ສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.

 

ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 03-07 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ