site cov (14)
ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ 1800 ເມກະວັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 April, 2025
ໝວດ: ຂ່າວ

ເມື່ອວັນທີ 2 ເມສາ 2025 ທ່ານ ສະເລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີວາງສິລາລຶກ ໂຄງການກໍ່ສ້າງພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂອງກຸ່ມບໍລິສັດພອນສັກ ຈຳກັດ ທີ່ເມືອງ ກະລຶມ ແຂວງເຊກອງ

 

 

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍເຈົ້າແຂວງເຊກອງ, ລັດຖະມົນຕີຊ່ວຍວ່າການກະຊວງບໍ່ແຮ່ແລະພະລັງງານແຫ່ງລາຊາອານາຈັກກຳປູເຈຍ ແລະ ລັດຖະມົນຕີຊ່ວຍກະຊວງ ໜ່ວຍງານຕ່າງໆ ເຂົ້າຮ່ວມ

 

ໃນພິທີ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດພອນສັກ ຈຳກັດໄດ້ລາຍງານວ່າ: ໂຄງການກໍ່ສ້າງໂຮງໄຟຟ້າຄວາມຮ້ອນພະລັງງານຖ່ານຫີນແຫ່ງນີ້ ມີກຳລັງການຜະລິດ 1800 ເມກະວັດ ປະກອບດ້ວຍ 6 ໂຮງໆລະ 300 ເມກະວັດ.

 

 

ມີເປົ້າໝາຍທີ່ຈະຂາຍໄຟຟ້າໃຫ້ກັບກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດກຳປູເຈຍ.

 

ໂຄງການດັ່ງກ່າວມີມູນຄ່າກໍ່ສ້າງທັງໝົດ 4 ຕື້ ໂດລາສະຫະລັດ ໂດຍຈະເລີ່ມກໍ່ສ້າງຢ່າງເປັນທາງການໃນວັນທີ 1 ເມສາ 2025 ເຊິ່ງໂຮງໄຟຟ້າຖ່ານຫີນຫຼັງທຳອິດຈະເປີດດຳເນີນການຜະລິດໄຟຟ້າ ໃນເດືອນມັງກອນ 2028 ແລະຈະຜະລິດໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030 ມີອາຍຸສຳປະທານ 30 ປີ (2030-2060) ເຊິ່ງຕ້ອງໃຊ້ຖ່ານຫີນເພື່ອຜະລິດພະລັງງານໄຟຟ້າປະມານ 10-11 ລ້ານໂຕນຕໍ່ປີ.

 

ນອກຈາກການກໍ່ສ້າງໂຮງຟ້າແລ້ວ ຍັງຈະມີການກໍ່ສ້າງສາຍສົ່ງໄຟຟ້າ 500 ກິໂລວັດ ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າໄປຍັງຊາຍແດນລາວ-ກຳປູເຈຍ ໂດຍບໍລິສັດພີເອສຈີເອສ (PSGS Thai) ຈະເປັນຜູ້ດຳເນີນການກໍ່ສ້າງໂຮງໄຟຟ້າ ແລະບໍລິສັດ CWPC ຈຳກັດຈະເປັນຜູ້ຮັບເໝົາການເຮັດສາຍສົ່ງໂຄງຂ່າຍໄຟຟ້າ.

 

 

ໂອກາດນີ້, ທ່ານເຈົ້າແຂວງໆເຊກອງ ກໍໄດ້ມີຄຳເຫັນຕໍ່ພິທີວ່າ: ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ເປັນແຫ່ງທີ່ສອງ ຂອງ ສປປ ລາວ, ເປັນໂຄງການຂະໜາດໃຫຍ່ ເຊິ່ງຈະເປັນປັດໃຈພື້ນຖານໃຫ້ແກ່ການພັດທະນາອຸດສາຫະກໍາ, ດຶງດູດການລົງທຶນ, ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

 

ທ່ານເຈົ້າແຂວງເຊກອງ ຍັງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງແຂວງ ແລະ ເມືອງກະລຶມ ເອົາໃຈໃສ່ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ຜູ້ພັດທະນາໂຄງການ ສາມາດດໍາເນີນໂຄງການຕາມແຜນວຽກທີ່ກຳນົດໄວ້;

 

ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ຕິດຕາມ, ກວດກາການຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບ;

 

ເປັນເຈົ້າການຊຸກຍູ້-ສົ່ງເສີມປະຊາຊົນ, ຜູ້ປະກອບການປູກຝັງ-ລ້ຽງສັດເພື່ອເປັນສິນຄ້າສະໜອງໃຫ້ໂຄງການ ທັງເປັນການຫລຸດຜ່ອນການນໍາເຂົ້າສິນຄ້າ ຈາກພາຍນອກ;

 

ໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ ຄຸ້ມຄອງພະນັກງານ-ກຳມະກອນຂອງຕົນ ເຄື່ອນໄຫວວຽກງານຖືກຕ້ອງຕາມລະບຽບ ແລະ ກົດໝາຍ ສປປ ລາວ ຢ່າງເຂັ້ມງວດ;

 

ສຸມທຶນຮອນ, ພາຫະນະ, ກົນຈັກ, ກໍາລັງແຮງ ແລະ ປະສົບປະການ ເພື່ອເຮັດໃຫ້ການກໍ່ສ້າງ ມີຄວາມຄືບໜ້າ, ຮັບປະກັນຄວາມປອດໄພ ແລະ ສໍາເລັດຕາມແຜນການທີ່ວາງໄວ້ ບົນພື້ນຖານການພັດທະນາໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຢ່າງທັນການ ແລະ ທົ່ວເຖິງ.

 

 

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີຄຳເຫັນຕີລາຄາວ່າ: ການກໍ່ສ້າງໂຄງການນີ້ ເປັນການພັດທະນາອຸດສາຫະກໍາທີ່ສໍາຄັນ ແລະ ນອນຢູ່ໃນແຜນຍຸດທະສາດການພັດ ທະນາວຽກງານພະລັງງານ ແລະ ບໍ່ແຮ່ ຮອດປີ 2030, ເປັນໂຄງການໃຫຍ່ທີ່ມີການລົງທຶນສູງ, ນໍາໃຊ້ເຕັກ ນິກ-ເຕັກໂນໂລຊີທີ່ທັນສະໄໝ,

 

ພ້ອມທັງມີຄວາມເຊື່ອໝັ້ນວ່າ: ພາຍຫລັງກໍ່ສ້າງໂຄງການສຳເລັດ ຈະເປັນກາຍເປັນເງື່ອນໄຂທີ່ສໍາຄັນ ໃຫ້ແກ່ການພັດທະນາອຸດສາຫະກໍາພະລັງງານ, ປະກອບສ່ວນເຂົ້າໃນການພັດ ທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ, ສາມາດເຊື່ອມໂຍງພະລັງງານກັບປະເທດໃກ້ຄຽງໄດ້ຫລາຍຂຶ້ນ, ທັງເປັນການປະຕິບັດທິດທາງ ແລະ ຈຸດໝາຍ ”ຂຸດຄົ້ນທ່າແຮງບົ່ມຊ້ອນຂອງແຫລ່ງຊັບພະຍາກອນທໍາມະຊາດເພື່ອຜະລິດພະລັງງານສະອາດ, ມີສະຖຽນລະພາບ, ໝັ້ນຄົງ, ສາ ມາດສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະ ມີການສົ່ງອອກ ໃຫ້ປາ ກົດຜົນເປັນຈິງ.

 

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ