site cov (23)
ຈີນເອົາຄືນທຣໍາ! ຂຶ້ນພາສີສິນຄ້າສະຫະລັດອາເມລິກາອີກ 34% ພ້ອມຄຸມເຂັ້ມສົ່ງອອກແຮ່ຫາຍາກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 April, 2025
ໝວດ: ຂ່າວ

ລັດຖະບານຈີນເດີນໜ້າຕອບໂຕ້ສະຫະລັດອາເມລິກາຢ່າງເຂັ້ມຂຸ້ນ ຫຼັງຈາກປະທານາທິບໍດີໂດນັລ ທຣໍາ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນລວມສູງສຸດເຖິງ 54%

 

ໂດຍຫຼ້າສຸດຈີນກຽມໃຊ້ມາດຕະການໃໝ່ ໄດ້ແກ່ ການຂຶ້ນພາສີສິນຄ້າຈາກສະຫະລັດອາເມລິກາອີກ 34%, ການຄວບຄຸມການສົ່ງອອກແຮ່ຫາຍາກ ແລະ ການຂຶ້ນບັນຊີດຳບໍລິສັດອາເມລິກັນຫຼາຍແຫ່ງທີ່ກ່ຽວຂ້ອງກັບການຂາຍອາວຸດໃຫ້ໄຕ້ຫວັນ, ຈຸດຊະນວນໃຫ້ສົງຄາມການຄ້າລະຫວ່າງສອງຊາດເສດຖະກິດຍັກໃຫຍ່ທະວີຄວາມຮຸນແຮງຍິ່ງຂຶ້ນ.

 

ເມື່ອວັນສຸກ (4 ເມສາ 2568) ກະຊວງການຄັງຂອງຈີນປະກາດວ່າຈະຮຽກເກັບພາສີນຳເຂົ້າສິນຄ້າຈາກສະຫະລັດອາເມລິກາເພີ່ມຂຶ້ນອີກ 34% ໂດຍມາດຕະການດັ່ງກ່າວຈະເລີ່ມບັງຄັບໃຊ້ຕັ້ງແຕ່ວັນທີ 10 ເມສານີ້ ຖືເປັນການຕອບໂຕ້ພາສີໃໝ່ຂອງລັດຖະບານສະຫະລັດອາເມລິກາທີ່ປະກາດເມື່ອຕົ້ນອາທິດ ໂດຍປະທານາທິບໍດີທຣໍາໄດ້ເພີ່ມອັດຕາພາສີຈາກ 20% ເປັນ 54%.

 

ກ່ອນໜ້ານີ້ ຈີນເຄີຍເກັບພາສີສິນຄ້າຈາກສະຫະລັດອາເມລິກາ ເຊັ່ນ: ຖ່ານຫີນ ແລະ ກ໊າດທຳມະຊາດເຫຼວ (LNG) ໃນອັດຕາ 15% ເພື່ອຕອບໂຕ້ການເກັບພາສີ 10% ຂອງສະຫະລັດອາເມລິກາທີ່ມີຕໍ່ສິນຄ້າຈີນ.

 

ຈີນຍັງປະກາດຄວບຄຸມການສົ່ງອອກແຮ່ຫາຍາກທີ່ຈຳເປັນຕໍ່ອຸດສາຫະກຳເທັກໂນໂລຢີ ເຊັ່ນ: ອຸປະກອນອິເລັກໂຕຣນິກ ແລະ ລະບົບອາວຸດ ໂດຍແຮ່ທີ່ຖືກຄວບຄຸມ ໄດ້ແກ່: ຊາມາເຣຍມ, ກາດອໂລເນຍມ, ເທີເບຍມ, ດິສໂພຣເຊຍມ, ລູເຕເທຍມ, ສະແກນເດຍມ ແລະ ອິດເທຣຍມ ຊຶ່ງລ້ວນແມ່ນແຮ່ທີ່ສະຫະລັດອາເມລິກາຕ້ອງພຶ່ງພາການນຳເຂົ້າຈາກຈີນຢ່າງຫຼາຍ, ໂດຍມາດຕະການນີ້ມີຜົນຕັ້ງແຕ່ວັນທີ 4 ເມສາເປັນຕົ້ນໄປ.

 

ກະຊວງການຄ້າຂອງຈີນໃຫ້ເຫດຜົນວ່າ ການຄວບຄຸມການສົ່ງອອກເຫຼົ່ານີ້ມີຂຶ້ນເພື່ອປົກປ້ອງຄວາມໝັ້ນຄົງຂອງປະເທດ ແລະ ປະຕິບັດຕາມພັນທະກໍລະນີລະຫວ່າງປະເທດດ້ານການບໍ່ແຜ່ຂະຫຍາຍອາວຸດ.

 

ນອກຈາກມາດຕະການທາງພາສີ ແລະ ການຄວບຄຸມແຮ່, ຈີນຍັງຕອບໂຕ້ເຊິງກົນລະຍຸດ ດ້ວຍການເພີ່ມບໍລິສັດສະຫະລັດອາເມລິກາລວມ 16 ແຫ່ງເຂົ້າສູ່ “ບັນຊີຄວບຄຸມການສົ່ງອອກ” ຊຶ່ງຈະຖືກຫ້າມເຮັດທຸລະກຳດ້ານການສົ່ງອອກສິນຄ້າເທັກໂນໂລຢີທີ່ອາດນຳໄປໃຊ້ໃນເຊີງທະຫານ. ໂດຍບໍລິສັດທີ່ໂດນເດັ່ນໃນລາຍຊື່ຄື Skydio Inc ແລະ BRINC Drones ຊຶ່ງກ່ຽວຂ້ອງກັບການຂາຍອາວຸດໃຫ້ໄຕ້ຫວັນ.

 

ຈີນກ່າວວ່າບໍລິສັດເຫຼົ່ານີ້ “ບ່ອນທຳລາຍອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດຂອງຈີນຢ່າງຮ້າຍແຮງ” ຈຶ່ງຈະຫ້າມເຮັດການລົງທຶນ, ນຳເຂົ້າ ແລະ ສົ່ງອອກພາຍໃນປະເທດຈີນອີກຕໍ່ໄປ.

 

ນອກຈາກນີ້, ຍັງມີອີກ 11 ບໍລິສັດອາເມລິກັນທີ່ຖືກຂຶ້ນບັນຊີ “ໜ່ວຍງານບໍ່ໜ້າເຊື່ອຖື” ຊຶ່ງເປີດທາງໃຫ້ຈີນສາມາດໃຊ້ມາດຕະການລົງໂທດທາງເສດຖະກິດເພີ່ມເຕີມໄດ້ໃນອະນາຄົດ.

 

ໃນພາກກະສິກຳ, ຈີນປະກາດລະງັບການນຳເຂົ້າເຂົ້າເພືອງຈາກບໍລິສັດ C&D (USA) Inc ລວມເຖິງຜະລິດຕະພັນຈາກສັດປີກ ແລະ ກະດູກຈາກບໍລິສັດສະຫະລັດອາເມລິກາອີກ 3 ແຫ່ງ ໂດຍມີຜົນບັງຄັບໃຊ້ທັນທີ.

 

ຈີນຍັງດຳເນີນການຍື່ນເລື່ອງຮ້ອງຮຽນຕໍ່ອົງການການຄ້າໂລກ (WTO) ໂດຍລະບຸວ່າມາດຕະການພາສີຂອງສະຫະລັດອາເມລິກາຂັດຕໍ່ຂໍ້ຕົກລົງຂອງ WTO ແລະ ຮຽກຮ້ອງໃຫ້ເປີດການປຶກສາຫາລືຢ່າງເປັນທາງການ.

 

ມາດຕະການພາສີຂອງທຣໍາ ແລະ ການຕອບໂຕ້ຂອງຈີນສົ່ງຜົນກະທົບຕໍ່ຕະຫຼາດການເງິນທົ່ວໂລກຢ່າງຮຸນແຮງ ໂດຍຕະຫຼາດຮຸ້ນສະຫະລັດອາເມລິກາສູນເສຍມູນຄ່າລວມກວ່າ 2.4 ລ້ານລ້ານໂດລາສະຫະລັດ. ຮຸ້ນເທັກໂນໂລຢີຢ່າງ Apple ແລະ Nvidia ດິ່ງລົງເນື່ອງຈາກມີໂຮງງານຜະລິດໃນຈີນ ແລະ ໄຕ້ຫວັນ.

 

ຕະຫຼາດຮຸ້ນຍີ່ປຸ່ນ ແລະ ຢູໂຣບກໍໄດ້ຮັບຜົນກະທົບຢ່າງໜັກ.

 

ໂດຍສະເພາະໃນຍີ່ປຸ່ນ, ນາຍົກລັດຖະມົນຕີຊິເງຣຸ ອິຊິບະ ລະບຸວ່າມາດຕະການຂອງທຣໍາໄດ້ສ້າງ “ວິກິດລະດັບຊາດ” ໃຫ້ກັບຍີ່ປຸ່ນ ຂະນະທີ່ຕະຫຼາດຮຸ້ນໂຕກຽວປະເຊີນອາທິດທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍປີ.

 

ດ້ານສະຫະລັດອາເມລິກາ, ລັດຖະມົນຕີຕ່າງປະເທດ ມາໂກ ຣູບິໂອ ພະຍາຍາມຫຼຸດຄວາມກັງວົນ ໂດຍກ່າວວ່າ “ເສດຖະກິດບໍ່ໄດ້ພັງ ແຕ່ຕະຫຼາດກຳລັງປັບຕົວຕໍ່ການປ່ຽນແປງໃນລະບຽບການຄ້າໂລກ.”

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ