site cov (46)
ພາສີທຣຳເຮັດໃຫ້ທັງໂລກປັ່ນປ່ວນ ແຕ່ຄົນທີ່ເດືອດຮ້ອນແມ່ນຄົນອາເມລິເອງ ເຄື່ອງຂອງແພງຂຶ້ນຈະຈ່າຍອັນໃດແພງຂຶ້ນແດ່?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 10 April, 2025
ໝວດ: ຂ່າວ

ຊື້ໂທລະສັບລາຄາເກືອບລ້ອຍລ້ານ ເສື້ອໂຕລະຫຼາຍແສນກີບ ແມ່ນແຕ່ Nintendo Switch ທີ່ເປີດຕົວໃໝ່ ເກມເມີອາເມລິກັນ ກໍຕ້ອງຊື້ແພງກວ່າຄົນທັງໂລກ ທັງໝົດທັງມວນ ເພາະທຣຳຂຶ້ນພາສີ 60 ປະເທດທົ່ວໂລກ 10-104%

 

ພາສີທຣຳເຮັດໃຫ້ທັງໂລກປັ່ນປ່ວນ ແຕ່ຄົນທີ່ເດືອດຮ້ອນບໍ່ແມ່ນໃຜ ນອກຈາກຄົນອາເມລິກັນເອງ ທີ່ເສື້ອຜ້າ ອຸປະກອນອີເລັກໂທຣນິກ ເຄື່ອງຂອງອາຫານ ຈະຂຶ້ນລາຄາໝົດ ແລ້ວຂອງເຫຼົ່ານັ້ນ ຈະແພງຂຶ້ນເທົ່າໃດ?

 

ຫາກບໍລິສັດອາເມລິກັນນຳເຂົ້າສິນຄ້າເຂົ້າມາ ແລ້ວເຈີພາສີ 10-104% ແບບນີ້ ກໍຈະມີທາງເລືອກຄື ຮັບພາລະສ່ວນຕ່າງພາສີໄວ້ເອງ ຫຼື ຜັກພາລະສ່ວນຕ່າງໄປໃຫ້ຜູ້ບໍລິໂພກ

 

ເຮົາມາເບິ່ງຕົວຢ່າງຈາກເຄື່ອງຂອງທີ່ຄົນອາເມລິກັນໃຊ້ໃນຊີວິດປະຈຳວັນວ່າ ເຄື່ອງຂອງເຫຼົ່ານີ້ມີໂອກາດທີ່ລາຄາຈະພຸ່ງສູງປານໃດ ຖ້າບໍລິສັດຜູ້ນຳເຂົ້າ ຜັກພາລະໃຫ້ຄົນອາເມລິກາທັງໝົດ

 

  • ເສື້ອເຊີດທຳມະດາ ຜະລິດຈາກບັງກະລາເທດ ທີ່ເຈີພາສີນຳເຂົ້າ 37% ລາຄາເສື້ອເຊີດຢ່າງດີ 1,700 ບາດ ລາຄາຈະພຸ່ງໄປ 2,400 ບາດທີດຽວ

 

  • ສະມາດໂຟນ ເອົາຍີ່ຫໍ້ດັງໆ ເກົາຫຼີໃຕ້ ລາຄາ 70,000 ບາດຕົວທ໊ອບເລີຍ ເກົາຫຼີໃຕ້ເຈີພາສີ 25% ກໍໝາຍຄວາມວ່າ ລາຄາຈະຂຶ້ນໄປທີ່ 88,000 ບາດ

 

  • ເຄື່ອງເກມ ນິນເທນໂດ ສະວິດຊ໌ 2 ທີ່ພຶ່ງອອກມາແລ້ວ ລາຄາໃນສະຫະລັດ 17,300 ບາດ ຍີ່ປຸ່ນເຈີພາສີ 24% ລາຄາກໍຈະເພີ່ມໄປທີ່ກວ່າ 21,000

 

  • ໂມງຫຼູຈາກສະວິດເຊີແລນ ເຈີພາສີ 31% ໂມງຊັ້ນດີລາຄາ 116,000 ບາດ ຈະຂຶ້ນໄປທີ່ 152,700 ບາດເລີຍທີດຽວ

 

  • ເກີບກິລາ ຈາກຫວຽດນາມ ຖືກພາສີ 46% ຈາກລາຄາ 3,900 ບາດ ເປັນ 5,800 ບາດ

 

ຖ້າເປັນສິນຄ້ານຳເຂົ້າຈາກຈີນ ໜັກກວ່ານີ້ອີກກວ່າເທົ່າຕົວ ເພາະສະຫະລັດ ຂຶ້ນພາສີຈີນ 3 ເດັ້ງ ພາສີທີ່ຂຶ້ນໄປແລ້ວກ່ອນ 2 ເມສາ 20% ບວກ ພາສີຕ່າງຕອບແທນ 34% ບວກພາສີຊຸດໃໝ່ຈາກທຣຳອີກ 50% ລວມເປັນ 104%

 

  • ໂສ້ງຢີນອຍ່າງດີ Made in China ລາຄາລາວ 1,700 ບາດໃນສະຫະລັດ ພໍຈີນເຈີພາສີ 104% ກໍຈະລາຄາເພີ່ມເປັນ 3,451 ບາດ ເອີ້ນວ່າລາຄາເພີ່ມກວ່າເທົ່າຕົວ

 

  • ກະເປົາແບຣນເນມດີໆ ຜະລິດຈາກຈີນ ສົມມຸດລາຄາ 11,000 ບາດ ລາຄາຈະເພີ່ມໄປເຖິງ 24,604 ບາດ ເລີຍທີດຽວ ຢ້ຳວ່ານີ້ ເປັນກໍລະນີຮ້າຍແຮງສຸດ ຫາກຜູ້ນຳເຂົ້າຜັກພາລະສ່ວນຕ່າງລາຄາທີ່ມາຈາກພາສີນຳເຂົ້າທີ່ເພີ່ມຂຶ້ນໄປໃຫ້ຜູ້ບໍລິໂພກແບກຮັບ

 

ນອກຈາກສິນຄ້າອີເລັກໂທຣນິກ ແລະ ແຟຊັ່ນແລ້ວ ຂອງກິນອື່ນໆ ເອງກໍຈະລາຄາແພງຂຶ້ນດ້ວຍ ເຊັ່ນ:

 

  • ແອວກໍຮໍ ໂດຍສະເພາະເບຍ ແລະ ໄວນ໌ຈາກຢູໂຣບ ທີ່ລາຄາຈະຂຶ້ນ 20%

 

  • ກາເຟ ທີ່ສ່ວນໃຫຍ່ນຳເຂົ້າຈາກໂຄລຳເບຍ ແລະ ບຣາຊິວ ລາຄາຈະເພີ່ມຂຶ້ນ 10%

 

  • ອື່ນໆ ຢ່າງເຊັ່ນ ຊ໋ອກໂກແລດ ນ້ຳມັນພືດ ຖົ່ວ ຊີສ ແລະ ເຂົ້າທີ່ນຳເຂົ້າຈາກໄທດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ