site cov (51)
5 ຂໍ້ຄວນຮູ້ກ່ອນກິນ "ຖົ່ວລຽນ" ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 10 April, 2025

ຊ່ວງນີ້ອາກາດຮ້ອນ, ມີຂ່າວຄົນເສຍຊີວິດຈາກອາກາດຮ້ອນ ບໍ່ແມ່ນເລື່ອງຫຼິ້ນໆ ແຕ່ສິ່ງທີ່ດີຂອງອາກາດຮ້ອນຄື ໝາກໄມ້ໜ້າຮ້ອນຜະລິດດອກອອກໝາກໃຫ້ເຮົາເລືອກກິນຫຼາຍຫຼາຍ ໂດຍສະເພາະ “ຖົ່ວລຽນ”

 

ແຕ່ຮູ້ຫຼືບໍ່ວ່າ ຖົ່ວລຽນ ເຖິງຈະແຊບດີມີປະໂຫຍດ ແຕ່ຫາກບໍ່ຖືກວິທີກໍເປັນອັນຕະລາຍຕໍ່ຊີວິດໄດ້ຄືກັນ ສະນັ້ນກ່ອນກິນຖົ່ວລຽນ ເຮົາມາອ່ານ ຂໍ້ຄວນຮູ້ກ່ອນກິນກັນກ່ອນດີກວ່າ

 

5 ຂໍ້ຄວນຮູ້ກ່ອນກິນຖົ່ວລຽນ

  1.  ໝາກຖົ່ວລຽນ ແມ່ນໝາກໄມ້ທີ່ມີແຄລໍລີສູງ ເພາະວ່າຖົ່ວ 4-6 ເມັດ ໃຫ້ປະລິມານແຄລໍລີເຖິງ 400 ກິໂລແຄລໍລີ, ທຽບເທົ່າກັບນ້ຳອັດລົມ 2 ກະປ໋ອງ ຫຼື ເຂົ້າ 1 ຈານເຕັມໆ. ສະນັ້ນ, ການກິນຢ່າງເພີດເພີນຕ້ອງລະວັງນ້ຳໜັກຂຶ້ນເດີ.
  2. ຖົ່ວລຽນມີປະລິມານນ້ຳຕານສູງຫຼາຍເຊັ່ນກັນ, ດັ່ງນັ້ນ; ຜູ້ເປັນພະຍາດເບົາຫວານຄວນຫຼີກລ້ຽງຖ້າເປັນໄປໄດ້.
  3. ນອກຈາກຜູ້ເປັນພະຍາດເບົາຫວານແລ້ວ, ຜູ້ປ່ວຍທີ່ມີພະຍາດປະຈຳຕົວກ່ຽວຂ້ອງກັບຄວາມດັນເລືອດສູງ, ຫົວໃຈ, ເສັ້ນເລືອດ ແລະ ໄຂມັນໃນເລືອດ ຄວນກິນຖົ່ວລຽນໃຫ້ໜ້ອຍທີ່ສຸດ.
  4. ຖົ່ວລຽນເປັນໝາກໄມ້ທີ່ມີລິດຮ້ອນ ການກິນລ້ວນໆກໍ່ມີລິດຮ້ອນຢູ່ແລ້ວ ຖ້າກິນພ້ອມກັບເຫຼົ້າ ບໍ່ວ່າຈະເປັນເຫຼົ້າ, ເບຍ ຫຼື ເຄື່ອງດື່ມທີ່ມີແອວກໍຮໍ ຍິ່ງຈະເຮັດໃຫ້ເປັນອັນຕະລາຍຕໍ່ຮ່າງກາຍຫຼາຍຂຶ້ນ ຮ່າງກາຍຈະເກີດຄວາມຮ້ອນສູງ ຈົນເຖິງຂັ້ນເສຍຊີວິດໄດ້.
  5. ໃນເມື່ອຖົ່ວລຽນ ໃຫ້ພະລັງງານສູງ ດັ່ງນັ້ນ, ມື້ໃດ ຫຼື ວັນໃດທີ່ກິນຖົ່ວລຽນ ຄວນຫຼີກລ້ຽງອາຫານອື່ນໆທີ່ໃຫ້ພະລັງງານສູງເຊັ່ນກັນ ເຊັ່ນ: ອາຫານປະເພດທອດ, ອາຫານທີ່ປຸງດ້ວຍກະທິ, ອາຫານຫວານມັນອື່ນໆ ຫຼື ລອງຫຼຸດປະລິມານອາຫານລົງສ່ວນໜຶ່ງໃນມື້ຕໍ່ໄປ. ຖ້າເປັນໄປໄດ້ ຄວນອອກກຳລັງກາຍເພີ່ມດ້ວຍ ເພື່ອເຜົາຜານພະລັງງານທີ່ໄດ້ຮັບເພີ່ມເຂົ້າໄປ.

 

ພວກເຮົາບໍ່ໄດ້ຫ້າມວ່າ ຫ້າມກິນຖົ່ວລຽນ ແຕ່ກ່ອນກິນໝາກຖົ່ວຈະຕ້ອງມີສະຕິໃຫ້ຫຼາຍໆ ຮູ້ຕົວວ່າກິນໄປຫຼາຍເທົ່າໃດແລ້ວ ຫ້າມປາກຫ້າມໃຈຕົນເອງໄດ້ ພ້ອມອອກກຳລັງກາຍຢ່າງສະໝ່ຳສະເໝີ ຫາກເຮັດໄດ້ຕາມນີ້ ຮັບປະກັນວ່າກິນຖົ່ວລຽນໄດ້ອີ່ມແຊບ ປອດໄພຕໍ່ຮ່າງກາຍ ບໍ່ມີເລື່ອງຕ້ອງກັງວົນໃຈແນ່ນອນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ