site cov (52)
"ທຣຳ" ຍອມພັກພາສີ ປະເທດທີ່ຈະບໍ່ຕອບໂຕ້ສະຫະລັດ 90ມື້ ຍົກເວັ້ນຈີນຂຶ້ນພາສີທັນທີ 125 %
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 10 April, 2025
ໝວດ: ຂ່າວ

ທຣຳປະກາດພັກການຂຶ້ນພາສີສິນຄ້ານຳເຂົ້າໃຫ້ປະເທດຕ່າງໆ ເກືອບທັງໝົດເປັນເວລາ 90ມື້ ແຕ່ກັບປັບຂຶ້ນພາສີສິນຄ້າຈີນເປັນ 125% ໂດຍຈະມີການຈັດເກັບພາສີ-ອາກອນສິນຄ້າທົ່ວໄປ 10% ສຳລັບສິນຄ້າຂອງທຸກປະເທດ ຍົກເວັ້ນຈີນ

 

ທຣຳ ກ່າວວ່າ ອັດຕາພາສີທີ່ສູງຂຶ້ນສຳລັບສິນຄ້າຂອງຈີນນັ້ນ ເປັນເພາະ “ການຂາດຄວາມເຄົາລົບທີ່ຈີນໄດ້ສະແດງຕໍ່ຕະຫຼາດໂລກ” ໃນຊ່ວງເຊົ້າວານນີ້ (9 ເມສາ) ຈີນປະກາດຂຶ້ນພາສີສິນຄ້ານຳເຂົ້າຂອງສະຫະລັດ ເປັນ 84%

 

 

ເລີ່ມມີຜົນໃນວັນທີ 10 ເມສາ ຫຼັງທຣຳກຳນົດເກັບພາສີສິນຄ້າຈີນທີ່ເຂົ້າສູ່ສະຫະລັດ  104%  ແຕ່ລ່າສຸດ ທຣຳລະບຸວ່າ ເຂົາໄດ້ເປີດການເຈລະຈາກັບປະທານາທິບໍດີສີ ຈິ້ນຜິງ ຂອງຈີນແລ້ວ ຫຼັງປະກາດເກັບພາສີສິນຄ້າຈີນໃນອັດຕາ 125%

 

ສ່ວນຕະຫຼາດຫຸ້ນສະຫະລັດ ດີດຕົວແຮງຫຼັງທຣຳປະກາດພັກການເກັບພາສີສິນຄ້ານຳເຂົ້າຈາກຫຼາຍສິບປະເທດເປັນເວລາ 90 ມື້ ມີຜົນທັນທີ ຊຶ່ງເຮັດໃຫ້ບັນດານັກລົງທຶນຜ່ອນຄາຍຄວາມກັງວົນລົງໄດ້ ກ່ຽວກັບຜົນກະທົບຕໍ່ເສດຖະກິດໂລກຈາກນະໂຍບາຍການຄ້າຂອງສະຫະລັດ

 

ໂດຍດັດຊະນີເອສແອນພີ 500 ປິດຕະຫຼາດເມື່ອວານນີ້ (9 ເມສາ) ເພີ່ມຂຶ້ນ 474.13 ຈຸດ ຫຼື  9.52% ປິດທີ່ 5,456.90 ຈຸດ ຂະນະທີ່ແນສແດັກ ເພີ່ມຂຶ້ນ 1,857.06 ຈຸດ ຫຼື  12.16% ຢູ່ທີ່ 17,124.97 ຈຸດ ແລະ ອຸດສາຫະກຳດາວໂຈນສ໌ ເພີ່ມຂຶ້ນ 2,962.86 ຈຸດ ຫຼື  7.87%  ປິດທີ່ 40,608.45 ຈຸດ ກັບມາຢູ່ໃນວັນທີ່ດີທີ່ສຸດໃນຮອບ 5 ປີສຳລັບຕະຫຼາດຫຸ້ນສະຫະລັດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ