VP LANDSCAPE COVER (23)
ຄວາມສຳພັນແບບ Ghosting
ຮຽບຮຽງໂດຍ:patthana
ເຜີຍແຜ່: 17 April, 2025

ຍິນດີຕ້ອນຮັບສູ່ຍຸກທີ່ທຸກຢ່າງໄວຈີ໋ ແມ່ນແຕ່ “ຄວາມສຳພັນ” ກໍມາໄວໄປໄວບໍ່ແພ້ສະຕໍຣີ່ໄອຈີ. ລົມກັນຢູ່ດີໆ, ຫວານໆຢູ່ເລີຍ, ຢູ່ດີໆກໍ… ຫາຍ ແບບບໍ່ມີເງົາ, ບໍ່ບອກລາ, ບໍ່ມີແມ່ນແຕ່ “ໄປກ່ອນເນາະ” ນີ້ແຫຼະທີ່ເຂົາເອີ້ນວ່າ Ghosting

Ghosting ແມ່ນຫຍັງ? Ghosting ກໍຄືການທີ່ຄົນໆໜຶ່ງ “ຫາຍຕົວໄປຈາກຊີວິດເຮົາແບບບໍ່ມີປີ່ມີຂຸ່ຍ” ບໍ່ໂທ, ບໍ່ແຊັດ, ບໍ່ຕອບ, ບໍ່ອະທິບາຍ, ຖິ້ມເຮົາໄວ້ກັບຄວາມສົງໄສແລະເຄື່ອງໝາຍຄຳຖາມລ້ານດວງ. ເຖິງຈະພະຍາຍາມທັກໄປແຄ່ໃດກໍບໍ່ມີວີ່ແວວ. ເຂົາ(ຫຼືເທື່ອ)ຈາກໄປຄືກັບຜີທີ່ບໍ່ຕ້ອງການປິດປະຕູ. ເດດກັນຢູ່ດີໆ ຈູ່ໆກໍກາຍເປັນພຽງຝັນຮ້າຍເມື່ອຄືນ.

ເປັນຫຍັງເຂົາຈຶ່ງ Ghost ເຮົາ? ບໍ່ແມ່ນເພາະມືຖືຫາຍຫຼືສັນຍານເນັດບໍ່ດີ ແຕ່ເພາະ “ຄວາມຢ້ານ” (ແລະຄວາມບໍ່ຮັບຜິດຊອບທາງອາລົມເລັກໆ)

ເຫດຜົນຍອດຮິດ:

  • ຢ້ານຄວາມສຳພັນຈະຈິງຈັງເກີນໄປ
  • ລົມໄປແລ້ວຮູ້ສຶກບໍ່ຄລິກ
  • ບໍ່ຢາກເຜີຊິນໜ້າຫຼືບອກຄວາມຈິງ
  • ຮູ້ສຶກອຶດອັດຫຼືບໍ່ສະບາຍໃຈ
  • ແຄ່ຢາກທົດລອງລົມ ແຕ່ບໍ່ຄິດຈະຈິງຈັງ

ບາງຄົນເລືອກມິດຫາຍໄປເພາະຄິດວ່າ “ຈະໄດ້ບໍ່ຕ້ອງທຳຮ້າຍຄວາມຮູ້ສຶກໃຜ” ແຕ່ລືມໄປວ່າ… ການບໍ່ເວົ້າຫຍັງເລີຍ ມັນກໍເຈັບຄືກັນນະເທື່ອ

ແລ້ວເຮົາຄວນເຮັດແນວໃດ ຖ້າຖືກ Ghost? ກ່ອນອື່ນ, ລອງສັງເກດດີໆວ່າເຂົາຫາຍເພາະວຽກຍຸ້ງ, ເດີນທາງ, ຫຼືມີເຫດສຸກເສີນບໍ່? ແຕ່ຖ້າຫາຍເກີນ 7 ວັນ ໂດຍບໍ່ມີແມ່ນແຕ່ຄຳວ່າ “ຂໍໂທດທີ່ງຽບ” ກໍຮອດເວລາ Move on ແບບສວຍໆ

  • ຢ່າຕຳນິຕົວເອງ
  • ຢ່າພະຍາຍາມຣື້ຊາກແຊັດທີ່ບໍ່ມີວັນຟື້ນ
  • ເປີດໃຈໄວ້, ພົບຄົນໃໝ່ທີ່ສື່ສານດີກວ່ານີ້ແນ່ນອນ

Ghosting ບໍ່ແມ່ນພຽງແຕ່ເຈັບໃຈ ແຕ່ມັນກະທົບເຖິງຈິດໃຈ ງານວິໄຈບອກວ່າ ການຖືກ Ghosting ຊ້ຳໆ ເຮັດໃຫ້ສະໝອງຮຽນຮູ້ທີ່ຈະ “ຢ້ານຄວາມສຳພັນໃໝ່”

  • ຮູ້ສຶກບໍ່ໝັ້ນໃຈໃນຕົວເອງ
  • ຕັ້ງກຳແພງ
  • ເລືອກຈະຢູ່ຄົນດຽວໄປເລີຍ, ເພາະເໜື່ອຍກັບການຫວັງແລ້ວໂດນຫັກຫຼັງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ