site cov (68)
ວາງ 3 ສິ່ງນີ້ໄວ້ໃຕ້ໝອນ ຮຽກຊັບຮັບໂຊກ! ຕ້ອນຮັບປີໃຫມ່ລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025

ຄວາມເຊື່ອໂບຮານຂອງຊາວຈີນ ໄດ້ກ່າວເຖິງຂອງ 3 ສິ່ງ ທີ່ວາງໄວ້ໃຕ້ໝອນ ຈະຊ່ວຍດຶງດູດໂຊກລາບ ແລະ ຄວາມສຳເລັດໃນຊີວິດ

 

ເຖິງວ່າບາງຄົນອາດມອງວ່າເປັນເລື່ອງງົມງາຍ ແຕ່ແທ້ຈິງແລ້ວ ນີ້ຄືຄຳສອນທີ່ຄົນລຸ້ນກ່ອນໆທີ່ສັ່ງສົມມາ ເພື່ອສອນໃຫ້ໃຊ້ຊີວິດຢ່າງລາບລື່ນ ທັງເງິນຄຳ ແລະ ຄວາມສຸກທາງໃຈ. ທັງ 3 ສິ່ງທີ່ວ່ານີ້ມີຫຍັງແດ່ ມາເບິ່ງກັນ:

 

ຫຼຽນ

 

ໃນສະໄໝກ່ອນ ຜູ້ຄົນມັກຈະເກັບເງິນໄວ້ໃນທີ່ລັບໆ ເຊັ່ນໃຕ້ໝອນ ເພື່ອປ້ອງກັນເງິນຫາຍ ແລະ ເພື່ອຄອຍເຕືອນຕົນເອງໃຫ້ຮູ້ຈັກປະຢັດອົດອອມ ແລະ ຮູ້ຈັກຄຸນຄ່າຂອງເງິນ. ແລະ ໃນປັດຈຸບັນ ການວາງຫຼຽນໄວ້ໃຕ້ໝອນນັ້ນເປັນສັນຍາລັກຂອງຄວາມໝັ້ງຄັ່ງ ແລະ ຄວາມປາຖະໜາທີ່ຈະມີໂຊກລາບທາງການເງິນ.

 

ໜັງສື

 

“ຄວາມຮູ້ປ່ຽນຊາຕາຊີວິດ” ການວາງໜັງສືໄວ້ໃຕ້ໝອນ ຈຶ່ງເປັນການກະຕຸ້ນໃຫ້ເກີດການຮຽນຮູ້ ແລະ ພັດທະນາຕົນເອງ. ການອ່ານໜັງສືຊ່ວຍເປີດໂລກ ແລະ ເພີ່ມພູນປັນຍາ ຊຶ່ງເປັນຮາກຖານສຳຄັນຂອງຄວາມສຳເລັດ.

 

ຂຽນຂໍ້ຄວາມ

 

ການຂຽນຂໍ້ຄວາມໃຫ້ກຳລັງໃຈ ຫຼື ເປົ້າໝາຍໃນຊີວິດແລ້ວວາງໄວ້ໃຕ້ໝອນ ເປັນການສື່ສານກັບຕົວເອງ ແລະ ເຕືອນໃຈໃຫ້ມຸ່ງໝັ້ນສູ່ຄວາມສຳເລັດ. ເປັນການສະທ້ອນຕົວຕົນແລະເປັນການຕັ້ງເປົ້າໝາຍໃນຊີວິດ.

 

ແມ້ວ່າສິ່ງຂອງທີ່ວາງໄວ້ໃຕ້ໝອນຈະເປັນພຽງສັນຍາລັກ ແຕ່ສິ່ງທີ່ສຳຄັນກວ່າ ຄື “ຈິດໃຈ” ຂອງພວກເຮົາເອງ.

 

ຄວາມມຸ່ງໝັ້ນ, ຄວາມພະຍາຍາມ ແລະ ການພັດທະນາຕົນເອງຢ່າງຕໍ່ເນື່ອງ ຄືກຸນແຈສຳຄັນທີ່ຈະນຳໄປສູ່ຄວາມສຳເລັດແລະຄວາມໝັ້ງຄັ່ງທີ່ແທ້ຈິງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ