VP LANDSCAPE COVER (44)
ເປັນຫຍັງເວລາເມົາ ຄົນມັກຄິດຮອດແຟນເກົ່າ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 April, 2025

ເປັນຫຍັງເວລາເມົາ ຄົນມັກຄິດຮອດແຟນເກົ່າ ເປັນເພາະສະໝອງສັ່ງການ ຫຼື ເປັນເພາະໃຈສັ່ງມາ

ຈຸດຈົບຂອງສາຍເມົາ ຄືຄິດຮອດແຟນເກົ່າແລ້ວຮ້ອງໄຫ້ ເຫດການແບບນີ້ເຄີຍເກີດຂຶ້ນກັບທ່ານບໍ່? ເມື່ອນ້ຳເມົາເມຣັຍເຂົ້າປາກ ເໝືອນຈຸດປະກາຍຄວາມຄິດຮອດ… ຄິດຮອດວັນເກົ່າ ໆ ທີ່ມີລາວຢູ່ຂ້າງກາຍ ຄິດຮອດຊ່ວງເວລາທີ່ຢູ່ນຳກັນ ເມື່ອນຶກຍ້ອນກັບໄປ ຢູ່ ໆ ນ້ຳຕາກໍໄຫຼຊະນີ່ ເພາະວັນຄືນອັນແສນຫວານຂອງຄວາມສຳພັນສິ້ນສຸດລົງ ເລື່ອງລາວຂອງເຂົາກາຍເປັນພຽງເລື່ອງເລົ່າ ທີ່ເຮັດໃຫ້ພວກເຮົາແຄ່ຄິດຮອດ

ແຕ່ເຖິງຢ່າງໃດພວກເຮົາກໍຕ້ອງກັ້ນນ້ຳຕາໄວ້ບໍ່ໃຫ້ຮ້ອງອອກມາ ໄດ້ແຕ່ບອກກັບຕົວເອງວ່າ ຢົດນ້ຳຕາຊ້າລົງໜ້ອຍໄດ້ບໍ່ ຢາກຈະຮ້ອງຄ່ອຍຮ້ອງໃຫ້ໝົດໃຈ….ໃນຕອນທີ່ຢູ່ຄົນດຽວ ແລະໃນຕອນນີ້ມວນມະຫາຄວາມເສົ້າກໍແຜ່ປົກຄຸມຢ່າງທີ່ບໍ່ເຄີຍເປັນມາກ່ອນ ດ້ວຍສາເຫດນີ້ ຫຼາຍຄົນຈຶ່ງຕັ້ງຄຳຖາມວ່າ ‘ເປັນຫຍັງເວລາເມົາ ຄົນມັກຄິດຮອດແຟນເກົ່າ’

ອາດເປັນເພາະລິດຂອງແອລກໍຮໍ ທີ່ສົ່ງຜົນຕໍ່….ຄວາມຄິດຮອດ

ຄວາມຈິງຂອງອາການທີ່ບອກວ່າພໍເມົາແລ້ວມັກຄິດຮອດແຟນເກົ່າ ທີ່ຈິງແລ້ວ ມັນເກີດຈາກລິດຂອງແອລກໍຮໍທີ່ສົ່ງຜົນຕໍ່ສະໝອງແລະຫົວໃຈຂອງພວກເຮົາໂດຍກົງ ອັນດັບແລກຕ້ອງເຂົ້າໃຈກ່ອນວ່າ ແອລກໍຮໍເປັນສານກົດປະສາດທີ່ສາມາດເຂົ້າໄປທຳລາຍສົມດຸນຂອງສານເຄມີໃນສະໝອງໄດ້ ຊຶ່ງສົ່ງຜົນໃຫ້ສະໝອງຂອງພວກເຮົາເຮັດວຽກຊ້າລົງ ການຍັບຍັ້ງຊັ່ງໃຈແລະຄິດໄຕ່ຕອງແຍ່ລົງ ມີອາການທີ່ຜິດແປກໄປຈາກປົກກະຕິ ເມື່ອທຽບກັບເວລາທີ່ຍັງບໍ່ມີແອລກໍຮໍເຂົ້າສູ່ຮ່າງກາຍ

ການເຮັດວຽກຂອງສະໝອງເມື່ອດື່ມແອລກໍຮໍ ສະໝອງຈະກະຕຸ້ນ Limbic system ໃຫ້ຫຼັ່ງສານ dopamine ອອກມາ ຊຶ່ງສານນີ້ ເປັນສານທີ່ກ່ຽວຂ້ອງກັບຄວາມສຸກ ສົ່ງຜົນໃຫ້ອາການຂະນະທີ່ດື່ມ ຮູ້ສຶກເພີດເພີນເໝືອນຢູ່ໃນຫ້ວງຂອງຄວາມຄິດແລະຄວາມຮູ້ສຶກທີ່ພັ່ງພູຄວາມສຸກອອກມາ ລວມເຖິງອາການເມົາແລ້ວຫວນຄິດຮອດຄວາມຫລັງ ເພາະແອລກໍຮໍຈະໄປກົດການເຮັດວຽກສະໝອງສ່ວນ Hippocampus ສະໝອງສ່ວນທີ່ເກັບສະສົມຄວາມຊົງຈຳໄລຍະຍາວ (ທີ່ມີລາວ) ເຮັດໃຫ້ຄວາມຊົງຈຳສ່ວນນັ້ນເສຍຫາຍຊົ່ວຂະນະ ຈຶ່ງບໍ່ແປກທີ່ຈະພົບວ່າຄົນເມົາມັກຈະຊອບຮ້ອງໄຫ້ ເພາະຫວນຄິດຮອດຄວາມຫລັງ

ຫຼືເປັນເພາະແອລກໍຮໍອະນຸຍາດໃຫ້ພວກເຮົາ….ຄິດຮອດເຂົາ(ຄົນໃນຄວາມຊົງຈຳ)ໄດ້

ອີກໜຶ່ງການເຮັດວຽກຂອງແອລກໍຮໍທີ່ໜ້າຈະເປັນຄຳຕອບຂອງຄຳຖາມທີ່ວ່າ ‘ເປັນຫຍັງເວລາເມົາ ຄົນມັກຄິດຮອດແຟນເກົ່າ’ ອາດຈະເປັນເພາະວ່າ ລິດຂອງແອລກໍຮໍສາມາດປົດລັອກຕົວເຮົາໃຫ້ກ້າເປີດເຜີຍພຶດຕິກຳແລະຄວາມຮູ້ສຶກທີ່ຖືກຊ່ອນຢູ່ພາຍໃນໃຈ ຕົວຢ່າງເຊັ່ນ ໝູ່ສະໜິດຂອງພວກເຮົາໄດ້ເລົ່າເລື່ອງລາວຄວາມຮັກທີ່ມີການເລີກລາໃຫ້ພວກເຮົາຟັງ ພ່ຳເພ້ອຄິດຮອດແຟນເກົ່າ ຕະຫຼອດເວລາເພາະທີ່ຜ່ານມາຍັງບໍ່ເຄີຍລືມເຂົາຄົນນັ້ນໄດ້ເລີຍ ແຕ່ກັບບໍ່ກ້າບອກອີກຝ່າຍ ແຕ່ເມື່ອແອລກໍຮໍເລີ່ມອອກລິດໝູ່ຄົນນີ້ກັບໂທລະສັບໄປບອກຄວາມຮູ້ສຶກຂອງຕົນໃຫ້ອີກຝ່າຍຮູ້ເອງເສຍຢ່າງນັ້ນ

ເຫດການນີ້ຈຶ່ງເປັນຂໍ້ສັນນິຖານໃຫ້ເຫັນວ່າລິດຂອງແອລກໍຮໍສາມາດສະຫຼັດຄວາມຢ້ານ ແລະ ເປັນເຄື່ອງມືໃນການປຸກຄວາມກ້າຫານທີ່ຫລັບຢູ່ໃຫ້ຕື່ນຂຶ້ນ ຈຶ່ງເປັນຄຳຕອບຂອງອາການທີ່ບອກວ່າພໍເມົາແລ້ວມັກຄິດຮອດແຟນເກົ່າ ເປັນເພາະວ່າ ແອລກໍຮໍສົ່ງຜົນຕໍ່ສະໝອງແລະຫົວໃຈຂອງພວກເຮົາໂດຍກົງ ຊ່ວຍໃຫ້ເຮັດຢ່າງທີ່ໃຈຕ້ອງການໄດ້ໂດຍງ່າຍທີ່ສຸດ ຄືການທີ່ອະນຸຍາດໃຫ້ຕົວພວກເຮົາເອງຄິດຮອດແຟນເກົ່າໄດ້

ແຕ່ເຖິງຢ່າງໃດ ການດື່ມບໍ່ໄດ້ເຮັດໃຫ້ລືມໃຜ ແຄ່ເຮັດໃຫ້ລາວຫາຍຈາກໃຈໄປພຽງຊົ່ວຄາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ