ອາຍຸ 14 ແຕ່ປອດເສຍຫາຍ! ຈາກຢາສູບໄຟຟ້າ ຈຸດເລີ່ມຕົ້ນຂອງພະຍາດ EVALI ອັນຮ້າຍແຮງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 April, 2025

ວັນທີ 22 ເມສາ 2025 ແພດຍິງ ສຸຈິຕຣາ ເອກຕາແສງ ແພດຈາກໂຮງໝໍສິລິລາດປິຍະມະຫາຣາດການຸນ ປະເທດໄທ ໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວ ຫຼັງຈາກພົບຄົນເຈັບເດັກຍິງອາຍຸ 14 ປີ ເຂົ້າຮັບການປິ່ນປົວດ້ວຍອາການຫອບເມື່ອຍ ຫາຍໃຈລຳບາກຢ່າງຮຸນແຮງ.

 

ການກວດພົບວ່າເປັນພາວະ EVALI (E-cigarette or Vaping product use-Associated Lung Injury) ຫຼື ພະຍາດປອດອັກເສບຈາກຢາສູບໄຟຟ້າ ເຊິ່ງຖືເປັນເຄສທຳອິດໃນພື້ນທີ່.

 

ເດັກຍິງລາຍນີ້ເລີ່ມໃຊ້ຢາສູບໄຟຟ້າຕັ້ງແຕ່ອາຍຸ 13 ປີ ໂດຍໃຊ້ແບບ “ຫ້ອຍຄໍ” ເຮັດໃຫ້ສາມາດຈັບສູບໄດ້ທຸກເມື່ອທີ່ຕ້ອງການ.

 

ລາວໃຊ້ສະເລ່ຍເດືອນລະໜຶ່ງອັນ ຫຼື ປະມານ 9,000 ສູບຕໍ່ເດືອນ.

 

ເຖິງແມ່ນວ່າລາວຈະຢຸດໃຊ້ມາແລ້ວກວ່າ 2 ເດືອນ ເພາະຮ້ານປະຈຳຢຸດຂາຍ ແຕ່ອາການຂອງລາວກໍ່ຍັງບໍ່ດີຂຶ້ນ ແລະ ຕ້ອງເຂົ້າຮັບການປິ່ນປົວຢ່າງຮີບດ່ວນ.

 

EVALI ປອດບອກວ່າບໍ່ໄຫວ

 

EVALI ຄືພາວະປອດອັກເສບຮຸນແຮງທີ່ເກີດຈາກການສູດສານເຄມີໃນຢາສູບໄຟຟ້າ ໂດຍອາການຂອງພະຍາດມັກຄ້າຍກັບການຕິດເຊື້ອໃນລະບົບຫາຍໃຈ ເຊັ່ນ: ໄຂ້, ໜາວສັ່ນ, ໄອ, ເມື່ອຍ ແລະ ປວດເມື່ອຍ.

 

ນອກຈາກນີ້ ຍັງພົບວ່າຄົນເຈັບສ່ວນໃຫຍ່ເຖິງ 77% ມີອາການຄື້ນເມົາ, ຮາກ ແລະ ຖອກທ້ອງຮ່ວມນຳ.

 

ຮູບພາບເອັກຊເຣ ແລະ CT Scan ມັກສະແດງໃຫ້ເຫັນວ່າປອດຂອງຜູ້ປ່ວຍມີລັກສະນະເປັນຝ້າຂາວ ເຊິ່ງສະທ້ອນເຖິງການອັກເສບຢ່າງຮຸນແຮງ. ຖ້າບໍ່ໄດ້ຮັບການປິ່ນປົວທັນເວລາ, ອາດນຳໄປສູ່ພາວະຫາຍໃຈລົ້ມເຫຼວຫຼືເສຍຊີວິດໄດ້.

 

 

ໂຮງໝໍສິລິລາດເຕືອນຊັດເຈນ ຢາສູບໄຟຟ້າບໍ່ປອດໄພຢ່າງທີ່ຄິດ

 

ຂໍ້ມູນຈາກໂຮງໝໍສິລິລາດປິຍະມະຫາຣາດການຸນ ລະບຸວ່າ ຄວາມເຂົ້າໃຈຜິດວ່າ “ຢາສູບໄຟຟ້າປອດໄພກວ່າຢາສູບແບບມ້ວນ” ຄືຄວາມສ່ຽງທີ່ໃຫຍ່ຫຼວງ ໂດຍສະເພາະໃນກຸ່ມຊາວໜຸ່ມທີ່ມອງວ່າຜະລິດຕະພັນນີ້ວ່າເປັນ “ແຟຊັ່ນ” ຫຼາຍກວ່າ “ໄພສຸຂະພາບ”.

 

ເຖິງແມ່ນວ່າຢາສູບໄຟຟ້າຈະບໍ່ກໍ່ໃຫ້ເກີດນ້ຳມັນດິນ ແລະ ຄາບອນມອນນ໊ອກໄຊຈາກການເຜົາໄໝ້ຄືກັບຢາສູບທຳມະດາ, ແຕ່ກໍ່ຍັງມີສານພິດຫຼາກຫຼາຍຊະນິດ ເຊັ່ນ: ນິໂຄຕິນ, ໂລຫະໜັກ, PM 2.5, ສານກໍ່ມະເຮັງ ແລະ ສານເຄມີລະຄາຍເຄືອງຕໍ່ປອດທີ່ສາມາດກະຕຸ້ນໃຫ້ເກີດ EVALI ໄດ້ໂດຍກົງ.

 

ໂຮງໝໍສິລິລາດຍັງລະບຸ 5 ຄວາມເຊື່ອຜິດທີ່ພົບເລື້ອຍໆ ເຊັ່ນ: ຢາສູບໄຟຟ້າຊ່ວຍເຮັດໃຫ້ເຊົາສູບຢາ, ບໍ່ມີສານກໍ່ມະເຮັງ, ບໍ່ຕິດ ແລະ ເປັນພຽງແຕ່ໄອນ້ຳປອດໄພ.

 

ທັງໝົດນີ້ລ້ວນຂັດແຍ້ງກັບຂໍ້ເທັດຈິງທາງວິທະຍາສາດແລະການແພດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ