ຄວາມເຄື່ອນໄຫວພາຍໃນສະຫະລັດອາເມລິກາ ຫຼັງຈາກທີ່ປະທານາທິບໍດີໂດນັລດ໌ ທຣໍາ ແຫ່ງສະຫະລັດໄດ້ໃຊ້ນະໂຍບາຍການຄ້າເຊິງຮຸກ ດ້ວຍການປະກາດມາດຕະການພາສີຕອບໂຕ້ໄປຍັງປະເທດຕ່າງໆ,
ຊຶ່ງປັດຈຸບັນຢູ່ລະຫວ່າງການລະງັບໃຊ້ຊົ່ວຄາວ 90 ວັນ ເພື່ອໃຫ້ຊາດຕ່າງໆເຂົ້າມາເຈລະຈາຕໍ່ລອງ ຍົກເວັ້ນປະເທດຈີນທີ່ຍັງຄົງຂຶ້ນພາສີໃນອັດຕາສູງເຖິງ 145% ປະກົດວ່າສ້າງຄວາມບໍ່ພໍໃຈ ແລະ ບໍ່ເຫັນດີ ໃນມາດຕະການດັ່ງກ່າວຈາກຄົນອາເມລິກາ ອອກມາດ້ວຍເຊັ່ນກັນ.
ນອກຈາກການເຄື່ອນໄຫວຊຸມຊົນປະທ້ວງໃນພື້ນທີ່ຕ່າງໆເປັນໄລຍະໆແລ້ວ, ລ່າສຸດມີລາຍງານວ່າລັດຕ່າງໆທົ່ວສະຫະລັດ ໄດ້ຮວມກັນຟ້ອງຮ້ອງລັດຖະບານທຣໍາວ່າໃຊ້ອໍານາດໂດຍບໍ່ເປັນທຳ.
ສໍານັກຂ່າວຊິນຫົວ ລາຍງານວ່າ 12 ລັດໃນສະຫະລັດອາເມລິກາໄດ້ຮວມຕົວກັນຍື່ນຟ້ອງລັດຖະບານຂອງປະທານາທິບໍດີໂດນັລດ໌ ທຣໍາ ກໍລະນີໃຊ້ມາດຕະການພາສີ-ອາກອນ ໂດຍບໍ່ເປັນທຳດ້ວຍກົດໝາຍ ໂດຍໄດ້ຍື່ນຟ້ອງຕໍ່ສານການຄ້າລະຫວ່າງປະເທດຂອງສະຫະລັດໃນນິວຢອກ ເມື່ອວັນພຸດ (23 ເມສາ 2025).
ປະກອບໄປດ້ວຍໄອຍະການສູງສຸດຂອງລັດ ແອຣິໂຊນາ, ໂຄໂລຣາໂດ, ຄອນເນຕທິຄັດ, ເດລາແວ, ອິລລິນອຍສ໌, ເມນ, ມິນນິໂຊຕາ, ເນວາດາ, ນິວເມັກຊິໂກ, ນິວຢອກ, ອໍຣິກອນ, ແລະເວີມອນຕ໌.
ໂດຍໄດ້ຍື່ນຟ້ອງເພື່ອຂໍຄໍາສັ່ງສານໃຫ້ລະງັບການບັງຄັບໃຊ້ມາດຕະການພາສີ-ອາກອນຂອງລັດຖະບານທຣໍາໃນທັນທີ.
ຄໍາຟ້ອງລະບຸວ່າ ນະໂຍບາຍດັ່ງກ່າວເຮັດໃຫ້ການກໍານົດນະໂຍບາຍການຄ້າລະດັບຊາດເປັນໄປຕາມອໍາເພີໃຈຂອງປະທານາທິບໍດີທຣໍາ ແທນທີ່ຈະເປັນການໃຊ້ອໍານາດຕາມກົດໝາຍຢ່າງເໝາະສົມ ແລະ ຂໍໃຫ້ສານປະກາດວ່າມາດຕະການພາສີ-ອາກອນ ດັ່ງກ່າວບໍ່ເປັນທຳດ້ວຍກົດໝາຍ ພ້ອມກັບຍັບຍັ້ງໜ່ວຍງານລັດ ແລະ ເຈົ້າໜ້າທີ່ລັດບໍ່ໃຫ້ບັງຄັບໃຊ້ມາດຕະການເຫຼົ່ານີ້.
ນອກຈາກນີ້ຍັງເນັ້ນຍໍ້າວ່າ ປະທານາທິບໍດີສະຫະລັດສາມາດປະກາດໃຊ້ກົດໝາຍສຸກເສີນໄດ້ສະເພາະເມື່ອຍາມມີໄພຄຸກຄາມທີ່ຜິດປົກກະຕິ ແລະ ບໍ່ທໍາມະດາຈາກຕ່າງປະເທດເທົ່ານັ້ນ.
ຄໍາຮ້ອງຟ້ອງຍັງລະບຸອີກດ້ວຍວ່າ ການທີ່ປະທານາທິບໍດີທຣໍາອ້າງອໍານາດໃນການກໍານົດອັດຕາພາສີອາກອນມະຫາສານ ແລະ ປ່ຽນແປງໄປເລື້ອຍໆກັບສິນຄ້າໃດກໍຕາມທີ່ລາວຢາກເກັບ, ດ້ວຍເຫດຜົນໃດກໍຕາມແຕ່ທີ່ລາວຢາກປະກາດສະຖານະການສຸກເສີນ, ຖືເປັນການລົ້ມລ້າງລະບຽບແຫ່ງລັດຖະທໍາມະນູນ ແລະ ນໍາຄວາມວຸ້ນວາຍມາສູ່ເສດຖະກິດສະຫະລັດ.
ເລທິເທຍ ເຈມສ໌ ສໍານັກງານຂອງໄອຍະການສູງສຸດລັດນິວຢອກ ລະບຸໃນຖະແຫຼງການວ່າ ລັດຖະສະພາບໍ່ໄດ້ໃຫ້ອໍານາດແກ່ປະທານາທິບໍດີໃນການໃຊ້ມາດຕະການພາສີເຫຼົ່ານີ້ ດັ່ງນັ້ນຝ່າຍບໍລິຫານຈຶ່ງລະເມີດກົດໝາຍດ້ວຍການໃຊ້ມາດຕະການພາສີເຫຼົ່ານີ້ຜ່ານຄໍາສັ່ງຝ່າຍບໍລິຫານ, ໂພສຕ໌ເທິງໂຊຊຽວມີເດຍ, ແລະ ຄໍາສັ່ງຂອງໜ່ວຍງານລັດ.
ມາດຕະການພາສີຂອງປະທານາທິບໍດີທຣໍາໍ່ເປັນທຳດ້ວຍກົດໝາຍ ແລະ ຫາກບໍ່ຢຸດກໍຈະເຮັດໃຫ້ເງິນເຟີ້, ການວ່າງງານ, ແລະ ຄວາມເສຍຫາຍທາງເສດຖະກິດເພີ່ມສູງຂຶ້ນ.
ຂະນະທີ່ ເຄທີ ໂຮຊຸລ ຜູ້ວ່າການລັດນິວຢອກກ່າວເມື່ອວັນພຸດວ່າ ການຂຶ້ນພາສີອາກອນ ດ້ວຍຄວາມບໍ່ຮອບຄອບຂອງປະທານາທິບໍດີທຣໍາເຮັດໃຫ້ຕົ້ນທຶນຂອງຜູ້ບໍລິໂພກພຸ່ງສູງຂຶ້ນ ແລະ ກໍ່ໃຫ້ເກີດຄວາມວຸ້ນວາຍທາງເສດຖະກິດທົ່ວປະເທດ.
ດ້ານລັດຖະບານໂດຍ ຄຸຊ ເດໄຊ ໂຄສົກທໍານຽບຂາວ ໄດ້ຕອບໂຕ້ເຖິງກໍລະນີດັ່ງກ່າວ ໂດຍກ່າວວ່າ ລັດຖະບານຍັງຄົງມຸ່ງໝັ້ນທີ່ຈະແກ້ໄຂບັນຫາສຸກເສີນລະດັບຊາດທີ່ກໍາລັງທໍາລາຍອຸດສາຫະກໍາຕ່າງໆຂອງອາເມລິກາ ແລະ ຖິ້ມແຮງງານຂອງພວກເຮົາໄວ້ຂ້າງຫຼັງ ດ້ວຍການໃຊ້ເຄື່ອງມືທຸກຢ່າງທີ່ພວກເຮົາມີ ຕັ້ງແຕ່ມາດຕະການພາສີອາກອນໄປຈົນເຖິງການເຈລະຈາ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |