Copy of site cover (19)
AWS DMS Serverless ເພີ່ມຄຸນສົມບັດ Storage Scaling ປັບຄວາມຈຸເກັບຂໍ້ມູນໄດ້ອັດຕະໂນມັດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 25 April, 2025

AWS DMS Serverless ເພີ່ມຄຸນສົມບັດ Storage Scaling ປັບຄວາມຈຸເກັບຂໍ້ມູນໄດ້ອັດຕະໂນມັດ

 

ໃນກາງອາທິດທີ່ຜ່ານມາ, Amazon Web Services (AWS) ໄດ້ປະກາດເພີ່ມຄຸນສົມບັດ Storage Scaling ໃນ AWS Database Migration Service Serverless (AWS DMS Serverless) ທີ່ສາມາດປັບຂະໜາດພື້ນທີ່ Storage ໄດ້ອັດຕະໂນມັດ.

AWS Database Migration Service ເປັນບໍລິການຍ້າຍຖານຂໍ້ມູນທີ່ເປັນ Legacy ຫຼື On-Premises ໃຫ້ມາສູ່ບໍລິການຂອງ AWS ດ້ວຍຂະບວນການທີ່ງ່າຍ ແລະ ມີ Downtime ທີ່ໜ້ອຍທີ່ສຸດ. ຜູ້ໃຊ້ສາມາດສ້າງສຳເນົາ (Replicate) ມາທີ່ຖານຂໍ້ມູນ Cloud ໄດ້ໃນຂະນະທີ່ຖານຂໍ້ມູນຕົ້ນທາງຍັງຄົງສາມາດໃຊ້ງານໄດ້ຢູ່. ນອກຈາກນັ້ນ, ຍັງສາມາດສະໜັບສະໜູນການໂອນຍ້າຍມາເປັນ Database Engine ອັນດຽວກັນ ຫຼື ຕ່າງກັນ, ເຊັ່ນ: ຈາກ Oracle ມາເປັນ Amazon Aurora ໄດ້ເລີຍ.

ຫຼ້າສຸດ, AWS ໄດ້ປະກາດໃຫ້ AWS DMS Serverless ສາມາດເຮັດ Storage Scaling ໄດ້ອັດຕະໂນມັດ, ເຮັດໃຫ້ຜູ້ໃຊ້ບໍ່ຕ້ອງກັງວົນໃນກໍລະນີທີ່ໃຊ້ DMS Serverless ເກີນຂີດຈຳກັດຈາກຄ່າເລີ່ມຕົ້ນທີ່ 100GB ໃນການ Replicate ປະລິມານ Transaction ຂະໜາດໃຫຍ່ຫຼາຍໆ. AWS DMS Serverless ຈະສາມາດເພີ່ມພື້ນທີ່ Storage ໄດ້ອັດຕະໂນມັດສຳລັບການ Replicate ໄດ້ທັນທີເມື່ອໄປເຖິງ Limit ທີ່ຕັ້ງໄວ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ