site-cover (6)
ລະເບີດດັງສະເທືອນທ່າເຮືອອີຣ່ານ ເສຍຊີວິດແລ້ວ 40 ບາດເຈັບກວ່າ 1,200 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 April, 2025

ຄວາມຄືບໜ້າສະຖານະການລະເບີດ ແລະ ໄຟໄໝ້ຂະໜາດໃຫຍ່ ທີ່ທ່າເຮືອຊາຮິດ ຣາຈາອີ ທ່າເຮືອການຄ້າຂະໜາດໃຫຍ່ທີ່ສຸດຂອງອີຣ່ານ ຕັ້ງຢູ່ໃນເມືອງບັນດາອັບບາສ ເມືອງແຖບຊາຍຝັ່ງທາງໃຕ້ ແລະ ໃກ້ຊ່ອງແຄບຍຸດທະສາດຮໍມຸຊ.

 

ສື່ລັດຖະບານອີຣ່ານລາຍງານວ່າ ເຈົ້າໜ້າທີ່ໜ່ວຍກາຊາດ, ສະມາຄົມຂີ້ນວົງເດືອນແດງຂອງອີຣ່ານ ຊ່ວຍກັນໂຮຍສານເຄມີຫນ່ວງໄຟ ຜ່ານທາງອາກາດຍານເພື່ອພະຍາຍາມສະກັດແນວໄຟທີ່ຍັງລຸກໄໝ້ ແລະ ສົ່ງກຸ່ມຄວັນດຳລອຍຂຶ້ນຝັ່ງຢ່າງຕໍ່ເນື່ອງ.

 

ບໍລິເວນທີ່ເກີດເຫດເຕັມໄປດ້ວຍເສດຊາກຄວາມເສຍຫາຍ. ສ່ວນຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 40 ຄົນ, ຜູ້ບາດເຈັບເພີ່ມຂຶ້ນເປັນຫຼາຍກວ່າ 1,200 ຄົນ.

 

ຜູ້ອຳນວຍການໜ່ວຍກາຊາດຂອງອີຣ່ານ ເປີດເຜີຍວ່າ ທີມດັບເພີງສາມາດຄວບຄຸມເພີງໄດ້ແລ້ວ 90% ກິດຈະກຳຕ່າງໆ ຂອງທ່າເຮືອໄດ້ເລີ່ມດຳເນີນການໄດ້ແລ້ວໃນບາງສ່ວນທີ່ບໍ່ໄດ້ຮັບຜົນກະທົບຈາກເຫດລະເບີດແລະໄຟໄໝ້.

 

ທັງນີ້, ຍັງມີຜົນກະທົບທີ່ເກີດຈາກກຸ່ມຄວັນພິດ ເຈົ້າໜ້າທີ່ອີຣ່ານຈຶ່ງແຈ້ງເຕືອນປະຊາຊົນທີ່ຢູ່ໃກ້ທ່າເຮືອ ໃຫ້ຢູ່ແຕ່ໃນເຮືອນຈົນກວ່າຈະມີປະກາດປ່ຽນແປງ ແລະ ໃຫ້ສວມຊຸດປ້ອງກັນທີ່ຮັດກຸມຫຼາຍຂຶ້ນ.

 

ສ່ວນທີ່ເມືອງບັນດາອັບບາສ ພື້ນທີ່ເກີດເຫດ ເຈົ້າໜ້າທີ່ສັ່ງປິດໂຮງຮຽນ ແລະ ສຳນັກງານໃນວັນອາທິດທີ່ຜ່ານມາ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ໄດ້ທຸ່ມກຳລັງໃຫ້ກັບພາລະກິດສຸກເສີນຢ່າງເຕັມທີ່.

 

ທາງການອີຣ່ານ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 1 ວັນ ຄືວັນນີ້ (28 ເມສາ) ຕາມວັນເວລາທ້ອງຖິ່ນ ແຕ່ໃນສ່ວນຂອງແຂວງຮໍມອຊກັນ ທີ່ມີບັນດາອັບບາສ ເປັນເມືອງເອກ ທາງການປະກາດໄວ້ອາໄລເປັນເວລາ 2 ມື້.

 

ດ້ານກະຊວງປ້ອງກັນປະເທດຂອງອີຣ່ານ ຖະແຫຼງປະຕິເສດລາຍງານຂ່າວຂອງສື່ລະຫວ່າງປະເທດທີ່ລະບຸວ່າ ເຫດລະເບີດອາດເຊື່ອມໂຍງກັບການຈັດການທີ່ຜິດພາດໃນສ່ວນຂອງເຊື້ອເພີງແຂງທີ່ໃຊ້ສຳລັບຂີປະນາວຸດ.

 

ສ່ວນສາເຫດທີ່ແນ່ຊັດຍັງຕ້ອງລໍຖ້າຜົນການສອບສວນຕໍ່ໄປ ແຕ່ເບື້ອງຕົ້ນມີການສົງໄສວ່າສານເຄມີນ່າຈະເປັນເຊື້ອເພີງທີ່ເຮັດໃຫ້ເກີດການລະເບີດຂຶ້ນ ທ່າມກາງການກ່າວໂທດເຈົ້າໜ້າທີ່ເຮັດວຽກບໍ່ມີປະສິດທິພາບ ປ່ອຍໃຫ້ເກັບວັດຖຸໄວໄຟໄວ້ທີ່ທ່າເຮືອ ໂດຍບໍ່ມີມາດຕະການບໍລິຫານຈັດການທີ່ດີພໍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ