Copy of site cover (31)
ວິທີລຶບໂພສຕ໌ Facebook ຫຼາຍໆໂພສຕ໌ໃນຄັ້ງດຽວຢ່າງວ່ອງໄວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 April, 2025

ສຳລັບຜູ້ທີ່ໃຊ້ງານ Facebook ມາເປັນເວລາດົນນານ, ຄົງຫຼີກລ່ຽງບໍ່ໄດ້ທີ່ຈະມີໂພສຕ໌ເກົ່າໆສະສົມຢູ່ຫຼາຍມາຍ ບໍ່ວ່າຈະເປັນເລື່ອງລາວສ່ວນຕົວ, ຄວາມຄິດເຫັນໃນອະດີດ, ຫຼື ແມ່ນແຕ່ໂພສຕ໌ທີ່ເຮົາອາດຈະບໍ່ຕ້ອງການໃຫ້ປາກົດໃນໜ້າໂປຣໄຟລ໌ຂອງເຮົາອີກຕໍ່ໄປ. ການໄລ່ລຶບໂພສຕ໌ທີລະລາຍການອາດເປັນວຽກທີ່ໜ້າເບື່ອແລະເສຍເວລາ ແຕ່ Facebook ກໍມີເຄື່ອງມືທີ່ຊ່ວຍໃຫ້ເຮົາຈັດການກັບໂພສຕ໌ເຫຼົ່ານີ້ໄດ້ງ່າຍແລະວ່ອງໄວຂຶ້ນ.

ມື້ນີ້ຈະມາສອນທ່ານໃນການລຶບໂພສຕ໌ Facebook ຫຼາຍໆອັນແບບໃຫ້ຈົບໃນບ່ອນດຽວ. ພ້ອມແລ້ວມາເບິ່ງກັນໄດ້ເລີຍ.

ຂັ້ນຕອນງ່າຍໆ ລຶບໂພສຕ໌ໃນ Facebook ຫຼາຍໆໂພສຕ໌ໃນຄັ້ງດຽວ

  1. ເຂົ້າສູ່ໜ້າໂປຣໄຟລ໌ຂອງທ່ານ: ເລີ່ມຕົ້ນດ້ວຍການໄປຍັງໜ້າໂປຣໄຟລ໌ສ່ວນຕົວຂອງທ່ານໃນ Facebook ໂດຍແຕະທີ່ຮູບໂປຣໄຟລ໌ຂອງທ່ານທີ່ມຸມເທິງຊ້າຍຂອງໜ້າຈໍ (ສຳລັບແອັບພລິເຄຊັນໃນມືຖື) ຫຼື ຄລິກທີ່ຊື່ຂອງທ່ານທີ່ແຖບເມນູດ້ານເທິງ (ສຳລັບເວັບໄຊທ໌ໃນຄອມພິວເຕີ)
  2. ເປີດ “ບັນທຶກກິດຈະກຳ” (Activity Log)
    • ເທິງມືຖື: ເມື່ອເຂົ້າໄປແລ້ວຈາກນັ້ນເລືອກ “ບັນທຶກກິດຈະກຳ” (Activity Log) ຈະຢູ່ທາງດ້ານລຸ່ມ
    • ເທິງຄອມພິວເຕີ: ຄລິກທີ່ຈຸດສາມຈຸດ (…) ທີ່ຢູ່ຂ້າງໃຕ້ຮູບພາບໜ້າປົກຂອງທ່ານ ຈາກນັ້ນເລືອກ “ບັນທຶກກິດຈະກຳ” (Activity Log) ທີ່ເມນູແບບເລື່ອນລົງ
  3. ເມື່ອເຂົ້າໄປແລ້ວໃຫ້ເລືອກ Post ທີ່ຕ້ອງການ, ສາມາດເລືອກໄດ້ງ່າຍໆແຄ່ຕິ໊ກຫຼືເລືອກວັນທີທ່ານ Post ໄດ້ເຊັ່ນດຽວກັນ
  4. ຈາກນັ້ນກົດປຸ່ມຮູບຖັງຂີ້ເຫຍື້ອ ແລ້ວກົດຢືນຢັນລຶບ

ສິ່ງທີ່ຄວນຮູ້ກ່ຽວກັບການລຶບໂພສຕ໌

  • ໂພສຕ໌ທີ່ຖືກຍ້າຍໄປຍັງຖັງຂີ້ເຫຍື້ອຈະຖືກເກັບໄວ້ເປັນໄລຍະເວລາ 30 ວັນ ກ່ອນທີ່ຈະຖືກລຶບຢ່າງຖາວອນ
  • ໃນຊ່ວງ 30 ວັນນີ້, ຫາກທ່ານປ່ຽນໃຈ, ທ່ານສາມາດເຂົ້າໄປຍັງສ່ວນ “ຖັງຂີ້ເຫຍື້ອ” (Trash) ໃນ “ບັນທຶກກິດຈະກຳ” ເພື່ອກູ້ຄືນໂພສຕ໌ເຫຼົ່ານັ້ນກັບມາໄດ້
  • ຫຼັງຈາກ 30 ວັນ, ໂພສຕ໌ທີ່ຢູ່ໃນຖັງຂີ້ເຫຍື້ອຈະຖືກລຶບຢ່າງຖາວອນແລະບໍ່ສາມາດກູ້ຄືນໄດ້ອີກ

ເຄັດລັບເພີ່ມເຕີມ

  • ທ່ານສາມາດໃຊ້ຕົວກອງທີ່ດ້ານເທິງຂອງໜ້າ “ຈັດການໂພສຕ໌ຂອງທ່ານ” ເພື່ອກອງໂພສຕ໌ຕາມປີ, ເດືອນ, ຫຼື ປະເພດຂອງໂພສຕ໌ (ເຊັ່ນ ຮູບພາບ, ວິດີໂອ, ສະຖານະ) ເພື່ອໃຫ້ການເລືອກໂພສຕ໌ທີ່ຕ້ອງການລຶບເຮັດໄດ້ງ່າຍຂຶ້ນ
  • ຫາກທ່ານຕ້ອງການຊ່ອນໂພສຕ໌ຈາກໜ້າໂປຣໄຟລ໌ຂອງທ່ານໂດຍທີ່ບໍ່ຕ້ອງການລຶບຖິ້ມ, ທ່ານສາມາດເລືອກຕົວເລືອກ “ຊ່ອນຈາກໄທມ໌ໄລນ໌” (Hide from Timeline) ແທນການຍ້າຍໄປທີ່ຖັງຂີ້ເຫຍື້ອໄດ້

ການຈັດການໂພສຕ໌ເທິງ Facebook ບໍ່ຈຳເປັນຕ້ອງເປັນເລື່ອງຍຸ້ງຍາກອີກຕໍ່ໄປ. ດ້ວຍເຄື່ອງມື “ຈັດການໂພສຕ໌ຂອງທ່ານ”, ທ່ານສາມາດເຄລຍໂພສຕ໌ທີ່ບໍ່ຕ້ອງການໄດ້ຢ່າງວ່ອງໄວແລະມີປະສິດທິພາບ, ເຮັດໃຫ້ໜ້າໂປຣໄຟລ໌ຂອງທ່ານເປັນລະບຽບແລະສະແດງສະເພາະສິ່ງທີ່ທ່ານຕ້ອງການໃຫ້ປາກົດ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດສຳລັບທ່ານໃນການຈັດການພື້ນທີ່ເທິງໂຊຊຽວມີເດຍຂອງທ່ານໃຫ້ດີຍິ່ງຂຶ້ນ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ