Copy of site cover (14)
ຂ່າວໃກ້ຈະສິ້ນສຸດແລ້ວ! ຊາບີ ອາລອນໂຊ່ ກຽມແຈ້ງໄບເອີ ເລເວີຄູເຊັນ ຂໍຍ້າຍໄປຄຸມເຣອັລ ມາດຣິດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 April, 2025
ໝວດ: ກິລາ

ມັດເຕໂອ ໂມເຣັດໂຕ້ ນັກຂ່າວຊື່ດັງເປີດເຜີຍວ່າ ຊາບີ ອາລອນໂຊ່ ໃກ້ຈະບັນລຸຂໍ້ຕົກລົງຍ້າຍໄປຄຸມເຣອັລ ມາດຣິດ ໃນຊ່ວງລະດູຮ້ອນນີ້ ພ້ອມກຽມແຈ້ງໄບເອີ ເລເວີຄູເຊັນ ເລື່ອງການອຳລາ ຫຼັງຈາກມີຂ່າວວ່າ ຄາໂລ ອັນເຊລັອດຕີ ກຽມອຳລາທີມຣາຊັນຊຸດຂາວຫຼັງຈົບລະດູການ 2024/25

ຊາບີ ອາລອນໂຊ່ ໂຄ້ຊຂອງໄບເອີ ເລເວີຄູເຊັນ ກຽມທີ່ຈະແຈ້ງໃຫ້ສະໂມສອນຮູ້ໃນອີກບໍ່ເທົ່າໃດມື້ຕໍ່ຈາກນີ້ວ່າ ລາວຢາກໄປຄຸມເຣອັລ ມາດຣິດ ໃນຊ່ວງລະດູຮ້ອນນີ້ ຕາມລາຍງານຂອງມັດເຕໂອ ໂມເຣັດໂຕ້ ນັກຂ່າວຈາກເຣເລໂບ ສື່ຊື່ດັງຂອງສະເປນ

ເວົ້າກັນວ່າ ອາລອນໂຊ່ ເປັນທີ່ສົນໃຈຂອງບອດບໍລິຫານ ມາດຣິດ ມາພັກໃຫຍ່ແລ້ວ ໂດຍສະເພາະຊ່ວງລະດູຮ້ອນປີກ່ອນທີ່ກະແສຂ່າວລະຫວ່າງທັງສອງຝ່າຍຮຸນແຮງຫຼາຍໆ ແຕ່ສຸດທ້າຍ ອາລອນໂຊ່ ກໍເລືອກທີ່ຈະຄຸມ “ຫ້າງຂາຍຢາ” ຕໍ່ໄປ

ເຖິງຢ່າງໃດກໍຕາມ ຊ່ວງບໍ່ເທົ່າໃດມື້ມານີ້ຂ່າວລະຫວ່າງ ອາລອນໂຊ່ ກັບ ມາດຣິດ ຮຸນແຮງຫຼາຍຂຶ້ນ ທ່າມກາງລາຍງານທີ່ລະບຸວ່າ ຄາໂລ ອັນເຊລັອດຕີ ໂຄ້ຊຄົນປັດຈຸບັນຂອງ “ຣາຊັນຊຸດຂາວ” ຈະແຍກທາງກັບທີມຫຼັງຈົບລະດູການນີ້ ພາຍຫຼັງຜົນງານຂອງລາວກັບ ມາດຣິດ ບໍ່ດີເທົ່າທີ່ຄວນ

ໂມເຣັດໂຕ້ ບອກອີກວ່າ ມັນເຫຼືອອີກພຽງກ້າວດຽວເທົ່ານັ້ນ ກ່ອນທີ່ ອາລອນໂຊ່ ກັບ ມາດຣິດ ຈະບັນລຸຂໍ້ຕົກລົງຮ່ວມກັນໄດ້ ໂດຍເດີມທີ ອາລອນໂຊ່ ຍັງເຫຼືອສັນຍາກັບ ເລເວີຄູເຊັນ ຈົນເຖິງຊ່ວງລະດູຮ້ອນປີໜ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ