ອານ ນາສເຊີ ຕົ້ນສັງກັດຂອງ ຄຣິສຕຽນໂນ ໂຣນັນໂດ ພ່າຍແພ້ຕໍ່ ຄາວາຊາກິ ຟຣອນຕາເລ 2-3 ຕົກຮອບຮອງຊະນະເລີດຂອງການແຂ່ງຂັນເອເອຟຊີ ແຊມປຽນ ລີກ ອີລິຕ
ການແຂ່ງຂັນເຕະບານ ເອເອຟຊີ ແຊມປຽນ ລີກ ອີລິຕ ລະດູການ 2024-25 ເມື່ອວັນທີ 30 ເມສາ ເປັນຮອບຮອງຊະນະເລີດ ອານ ນາສເຊີ ຈາກຊາອຸດິອາຣາເບຍພົບກັບ ຄາວາຊາກິ ຟຣອນຕາເລ ຈາກຍີ່ປຸ່ນ
ເກມນີ້ ອານ ນາສເຊີ ຈັດ ຄຣິສຕຽນໂນ ໂຣນັນໂດ, ຊາດິໂອ ມາເນ ແລະ ຈອນ ດູຣານ ນຳທັບ ດ້ານ ຟຣອນຕາເລ ໃຊ້ງານ ມາຊິນໂຍ, ທັດຊຸຍະ ອິໂຕະ ແລະ ຢູໂຕະ ໂອເຊກິ ເປັນແກນຫຼັກ
ຜົນປະກົດວ່າ ຟຣອນຕາເລ ເປັນຝ່າຍເອົາຊະນະໄປໄດ້ 3-2 ຈາກປະຕູຂອງ ທັດຊຸຍະ ອິໂຕະ ນາທີທີ 10, ຢູໂຕະ ໂອເຊກິ ນາທີ 41 ແລະ ອາກິຮິໂຣະ ອິເອນາກະ ນາທີ 76 ສ່ວນ ອານ ນາສເຊີ ໄດ້ຈາກ ຊາດິໂອ ມາເນ ນາທີ 28 ແລະ ຢະມານ ຢາຫ໌ຢາ ນາທີ 88
ຈາກຜົນທີ່ເກີດຂຶ້ນເຮັດໃຫ້ ຟຣອນຕາເລ ຜ່ານເຂົ້າສູ່ຮອບຊິງຊະນະເລີດໄປພົບກັບ ອານ ອາຫ໌ລີ ອີກໜຶ່ງທີມຈາກຊາອຸດິອາຣາເບຍວັນທີ 3 ພຶດສະພານີ້ ສ່ວນ ອານ ນາສເຊີ ຈົບເສັ້ນທາງຂອງທົວນາເມັນທີ່ຮອບນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |