ຊຽວໝີ່ ຄໍເປີເຣຊັນ ໄດ້ເຜີຍແຜ່ບົດລາຍງານດ້ານສິ່ງແວດລ້ອມ, ສັງຄົມ, ແລະ ທຳມາພິບານ (ESG) ປະຈຳປີຄັ້ງທີ 7 ປະຈຳປີ 2567 ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການຮັກສາຄວາມຍືນຍົງທີ່ຂັບເຄື່ອນດ້ວຍເຕັກໂນໂລຢີພື້ນຖານ. ບົດລາຍງານດັ່ງກ່າວລະບຸເຖິງຄວາມເປັນຜູ້ນຳຂອງຊຽວໝີ່ໃນດ້ານການເຂົ້າເຖິງເຕັກໂນໂລຢີ, ການບັນເທົາ ແລະ ປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ, ລວມໄປເຖິງການຣີໄຊເຄິລ ແລະ ການນຳກັບມາໃຊ້ໃໝ່.
-ຄວາມເປັນຜູ້ນຳດ້ານເຕັກໂນໂລຢີພື້ນຖານ
ຊຽວໝີ່ໄດ້ເປີດຕົວກົນລະຍຸດໃໝ່ເພື່ອການພັດທະນາຢ່າງຍືນຍົງ, ເຊິ່ງຂັບເຄື່ອນໂດຍເຕັກໂນໂລຢີພື້ນຖານໃນການປະຊຸມຄັ້ງທີ 29 ຂອງພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ (COP29) ໃນເດືອນພະຈິກ 2567. ຊຽວໝີ່ໄດ້ໃຫ້ຄວາມສຳຄັນກັບຜະລິດຕະພັນທີ່ຄອບຄຸມ ແລະ ມີຄວາມເທົ່າທຽມທາງເຕັກໂນໂລຢີຫຼາຍຍິ່ງຂຶ້ນ, ເຊິ່ງລວມໄປເຖິງກົນລະຍຸດລະບົບນິເວດ “Human x Car x Home” ເພື່ອມອບວິຖີຊີວິດທີ່ຍືນຍົງ ແລະ ສະຫຼາດໃຫ້ກັບຜູ້ບໍລິໂພກ.
ໃນປີ 2567, ງົບການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາປະຈຳປີຂອງຊຽວໝີ່ມີມູນຄ່າສູງເຖິງ 24.1 ພັນລ້ານຢວນ ແລະ ມີການຍື່ນສິດທິບັດທົ່ວໂລກຫຼາຍກວ່າ 42,000 ສະບັບ. ຍິ່ງໄປກວ່ານັ້ນ, ທີມຄົ້ນຄວ້າ ແລະ ພັດທະນາຂອງບໍລິສັດມີພະນັກງານຫຼາຍກວ່າ 21,190 ຄົນ ເຊິ່ງເທົ່າກັບ 48.5% ຂອງພະນັກງານທັງໝົດ. ໃນຊ່ວງຫ້າປີແລກລະຫວ່າງປີ 2563 ຫາ 2573, ມີການຄາດການວ່າການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາໂດຍລວມຂອງບໍລິສັດຈະມີຍອດເກີນ 1 ແສນລ້ານຢວນ.
ໂຮງງານອັດສະລິຍະຂອງຊຽວໝີ່ ແລະ ໂຮງງານລົດຍົນໄຟຟ້າອັດສະລິຍະຂອງຊຽວໝີ່ເລີ່ມດຳເນີນການເມື່ອປີກາຍ, ໂດຍໃຊ້ເຕັກໂນໂລຢີອິນເຕີເນັດອຸດສາຫະກຳ ແລະ AI ເພື່ອໃຫ້ເກີດການຜະລິດທີ່ມີປະສິດທິພາບ, ເປັນມິດຕໍ່ສິ່ງແວດລ້ອມ, ແລະ ມີຄວາມຍືນຍົງ.
ຮາດແວ ແລະ ຊອຟແວທີ່ຊຽວໝີ່ພັດທະນາຂຶ້ນເອງເມື່ອຜະສານເຂົ້າກັບເຕັກໂນໂລຢີອື່ນໆ ໄດ້ເຮັດໃຫ້ໄດ້ສາຍການຜະລິດທີ່ມີຄວາມຍືດຫຍຸ່ນ, ໂລຈິສຕິກທີ່ເປັນອັດຕະໂນມັດ, ແລະ ການຄວບຄຸມອັດຕະໂນມັດຂອງອຸປະກອນຄລາວເອັດຈ໌ທີ່ເຮັດໄດ້ຈາກໂຮງງານອັດສະລິຍະຂອງຊຽວໝີ່. ຈຶ່ງເຮັດໃຫ້ໂຮງງານມີອັດຕາການເຮັດວຽກອັດຕະໂນມັດໃນສາຍການຜະລິດເຖິງ 81%, ເຊິ່ງສູງກວ່າຄ່າສະເລ່ຍຂອງອຸດສາຫະກຳເປັນຢ່າງຫຼາຍ.
-ການເຂົ້າເຖິງເຕັກໂນໂລຢີ
ຊຽວໝີ່ມຸ່ງໝັ້ນທີ່ຈະສ້າງປະສົບການດິຈິຕອລທີ່ເທົ່າທຽມ ແລະ ຄອບຄຸມສຳລັບຜູ້ໃຊ້ທຸກຄົນ, ລວມໄປເຖິງຜູ້ທີ່ມີຄວາມຕ້ອງການພິເສດ. ໃນປີ 2567, ຊຽວໝີ່ຍັງຄົງມຸ່ງໝັ້ນທີ່ຈະປັບປຸງການສະໜັບສະໜູນການເຂົ້າເຖິງທີ່ຄອບຄຸມ, ໂດຍເນັ້ນໄປທີ່ກຸ່ມຜູ້ໃຊ້ພິເສດ ເຊັ່ນ: ຜູ້ທີ່ມີຄວາມບົກພ່ອງທາງສາຍຕາ, ຜູ້ທີ່ມີຄວາມບົກພ່ອງທາງການໄດ້ຍິນ, ແລະ ຜູ້ພິການທາງຮ່າງກາຍ. ຊຽວໝີ່ໄດ້ເປີດໃຊ້ການແຍກຂໍ້ຄວາມ, ຄຳບັນລະຍາຍແບບຣຽວໄທມ໌, ແລະ ການຄວບຄຸມຕາມທ່າທາງຕ່າງໆ ອີກດ້ວຍ.
ຍົກຕົວຢ່າງເຊັ່ນ: ຊຽວໝີ່ໄດ້ປັບປຸງຟີເຈີ TalkBack ເຊິ່ງເປັນຟີເຈີການຊ່ວຍເຫຼືອດ້ວຍສຽງທີ່ອອກແບບມາເພື່ອຜູ້ພິການທາງສາຍຕາ ແລະ ມີບັນຫາທາງສາຍຕາໂດຍສະເພາະ. ໄດ້ຮັບການປັບປຸງການເຮັດວຽກໂດຍໃຊ້ປະໂຫຍດຈາກຄວາມສາມາດໃນດ້ານການຈົດຈຳອັກຂະລະດ້ວຍການມອງເຫັນ (OCR) ຂອງລະບົບຍ່ອຍ AI ໃນລະບົບປະຕິບັດການ Xiaomi HyperOS, ຈຶ່ງເຮັດໃຫ້ສາມາດຈົດຈຳ ແລະ ບັນລະຍາຍຂໍ້ຄວາມໃນຮູບພາບໄດ້ແບບຣຽວໄທມ໌ ແລະ ມອບປະສົບການ “ການອ່ານ” ທີ່ລາບລື່ນໃຫ້ກັບຜູ້ໃຊ້.
ລະບົບປະຕິບັດການ Xiaomi HyperOS 2 ເຊິ່ງເປັນລະບົບປະຕິບັດການເວີຊັນລ່າສຸດຂອງ Xiaomi HyperOS ໄດ້ຜະສານລວມຟັງຊັນຄຳບັນລະຍາຍແບບຣຽວໄທມ໌ຂອງຜູ້ຊ່ວຍ AI Assistant ເຂົ້າກັບຟັງຊັນການຈົດຈຳສຽງ Xiaomi Sound Recognition ໄດ້ຢ່າງລາບລື່ນ, ຈຶ່ງໄດ້ຜົນລັບທີ່ໃຫ້ອັດຕາຄວາມແມ່ນຢຳໃນການຖອດສຽງທີ່ສູງເຖິງ 93%.
ນອກຈາກນີ້, ຊຽວໝີ່ຍັງກຳລັງພັດທະນາເຕັກໂນໂລຢີທີ່ເປັນມິດຕໍ່ຜູ້ສູງອາຍຸອີກດ້ວຍ. ໃນປີ 2567, ຊຽວໝີ່ໄດ້ຮ່ວມມືກັບສະຖາບັນຫຼາຍແຫ່ງເພື່ອເປີດຕົວ ການແສດງຄວາມໃສ່ໃຈຕໍ່ສຸຂະພາບ ແລະ ຄວາມປອດໄພຂອງຜູ້ສູງອາຍຸ ແລະ ສົ່ງເສີມການປັບປຸງທີ່ເປັນມິດກັບຜູ້ສູງອາຍຸ, ເຊິ່ງມີເປົ້າໝາຍເພື່ອພັດທະນາມາດຕະຖານ, ຜະລິດຕະພັນ, ແອັບພລິເຄຊັນ, ແລະ ການອອກແບບທີ່ຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບຜູ້ສູງອາຍຸ.
-ການບັນເທົາ ແລະ ປັບຕົວຕໍ່ສະພາບອາກາດ
ນອກຈາກການກຳນົດເປົ້າໝາຍໃນການຫຼຸດອາຍແກ໊ສເຮືອນກະຈົກ (GHG) ໃນການດຳເນີນງານຂອງຊຽວໝີ່ເອງແລ້ວ, ຊຽວໝີ່ຍັງໄດ້ກຳນົດໃຫ້ພັນທະມິດໃນຫ່ວງໂສ້ອຸປະທານຂອງສະມາດໂຟນກຳນົດເປົ້າໝາຍການຫຼຸດອາຍແກ໊ສເຮືອນກະຈົກ (GHG) ແລະ ແຜນການໃຊ້ພະລັງງານໝູນວຽນອີກດ້ວຍ. ພາຍໃນປີ 2573, ຊັບພລາຍເອີໃນທຸລະກິດສະມາດໂຟນຈະຕ້ອງຫຼຸດການປ່ອຍຄາບອນສະເລ່ຍຕໍ່ປີບໍ່ໜ້ອຍກວ່າ 5% (ໂດຍໃຊ້ປີ 2567 ເປັນປີຖານ) ແລະ ອັດຕາການໃຊ້ໄຟຟ້າໝູນວຽນບໍ່ໜ້ອຍກວ່າ 25%, ແລະ ພາຍໃນປີ 2593, ຊັບພລາຍເອີຂອງທຸລະກິດສະມາດໂຟນຂອງຊຽວໝີ່ຈະຕ້ອງໃຊ້ພະລັງງານໝູນວຽນໃຫ້ໄດ້ 100%.
ຊຽວໝີ່ໄດ້ວັດປະລິມານການປ່ອຍຄາບອນຕະຫຼອດວົງຈອນຊີວິດຂອງຜະລິດຕະພັນຕົວແທນ 18 ລາຍການ (ອຸປະກອນສະມາດໂຟນ ແລະ ແທັບເລັດ 13 ລາຍການ, ອຸປະກອນສວມໃສ່ 1 ລາຍການ, ແລະ ຜະລິດຕະພັນເຄື່ອງໃຊ້ໄຟຟ້າອັດສະລິຍະພາຍໃນບ້ານ 4 ລາຍການ) ໃນປີ 2567. ນອກຈາກນີ້, ບໍລິສັດຍັງໄດ້ຮ່ວມມືກັບອົງການການເຮັດບັນຊີ ແລະ ການຮັບຮອງອາຍແກ໊ສເຮືອນກະຈົກ GHG ອິດສະລະເພື່ອກຳນົດຂະບວນການປະເມີນປະລິມານການປ່ອຍຄາບອນສຳລັບຜະລິດຕະພັນສະມາດໂຟນອີກດ້ວຍ.
ມາດຕະການຕອບສະໜອງຕໍ່ສະພາບອາກາດໄດ້ຖືກນຳໄປປະຕິບັດໃນທຸກໆ ທຸລະກິດ, ບໍ່ວ່າຈະເປັນການດຳເນີນງານໃນສຳນັກງານ, ການຜະລິດ ແລະ ຂະບວນການຜະລິດ, ໂລຈິສຕິກ ແລະ ການຂົນສົ່ງ, ການດຳເນີນງານໃນຮ້ານຄ້າ, ແລະ ຫ່ວງໂສ້ອຸປະທານ. ເມື່ອປີທີ່ຜ່ານມາ, ທຸລະກິດຂອງຊຽວໝີ່ພາຍໃນຂອບເຂດຂອງການດຳເນີນງານໄດ້ຮັບການຮັບຮອງດ້ານລະບົບການຈັດການພະລັງງານ ISO 50001 ແລະ ຜ່ານການກວດສອບການເຝົ້າລະວັງປະຈຳປີ.
ຍິ່ງໄປກວ່ານັ້ນ, ຊຽວໝີ່ຍັງໄດ້ສົ່ງເສີມໃຫ້ໃຊ້ການຂົນສົ່ງທາງທະເລ ແລະ ທາງລົດໄຟເປັນທາງເລືອກແທນການຂົນສົ່ງທາງອາກາດ. ໃນປີ 2567, ຄວາມພະຍາຍາມດັ່ງກ່າວໄດ້ຊ່ວຍຫຼຸດການປ່ອຍຄາບອນຂອງກຸ່ມໄດ້ເຖິງ 3,378 ໂຕນ.
-ການຣີໄຊເຄິລ ແລະ ການໃຊ້ຊ້ຳ
ຊຽວໝີ່ໄດ້ດຳເນີນໂຄງການຣີໄຊເຄິລຂີ້ເຫຍື້ອອີເລັກໂຕຣນິກທົ່ວໂລກ ແລະ ໄດ້ນຳແນວທາງການຣີໄຊເຄິລແບບແບ່ງລະດັບມາໃຊ້, ເຊິ່ງລວມໄປເຖິງ ການແລກປ່ຽນ, ການຊ່ອມແປງ, ການແຍກຊິ້ນສ່ວນອຸປະກອນ ແລະ ຊິ້ນສ່ວນຊ່ອມແປງ, ແລະ ການຊື້ຕົ້ນແບບພາຍໃນ. ຊຽວໝີ່ວາງແຜນທີ່ຈະຣີໄຊເຄິລຂີ້ເຫຍື້ອອີເລັກໂຕຣນິກທັງໝົດກວ່າ 38,000 ໂຕນໃນໄລຍະເວລາ 5 ປີ (2565 ຫາ 2569) ແລະ ໄດ້ບັນລຸເປົ້າໝາຍດັ່ງກ່າວໄດ້ແລ້ວເຖິງ 95.94% ຕອນສິ້ນປີ 2567.
ທັງນີ້ມີຈຳນວນອຸປະກອນທີ່ໃຊ້ແລ້ວຫຼາຍກວ່າ 1.3 ລ້ານເຄື່ອງທີ່ໄດ້ຮັບການຣີໄຊເຄິລໃນໂຄງການແລກປ່ຽນຂອງຈີນແຜ່ນດິນໃຫຍ່. ໂຄງການແລກປ່ຽນໄດ້ຮັບການຈັດຕັ້ງຂຶ້ນໃນ 9 ປະເທດ ແລະ ພູມິພາກ, ໂດຍມີການດຳເນີນການຄຳສັ່ງຊື້ແລກປ່ຽນ 23,353 ລາຍການ. ກຸ່ມບໍລິສັດໄດ້ຂະຫຍາຍທຸລະກິດຊ່ອມແປງທີ່ລວມໄປເຖິງແລັບທັອບ, ໂປຣເຈັກເຕີ, ແລະ ຈໍພາບ. ໃນປີທີ່ແລ້ວ, ກຸ່ມບໍລິສັດໄດ້ຊ່ອມແປງອຸປະກອນໄປຫຼາຍກວ່າ 130,000 ເຄື່ອງ, ເຊິ່ງເພີ່ມຂຶ້ນ 4.7% ຈາກປີ 2566.
ນອກຈາກນີ້, ຊຽວໝີ່ຍັງໄດ້ຜະສານວັດສະດຸຣີໄຊເຄິລເຂົ້າກັບການອອກແບບ ແລະ ການຜະລິດສະມາດໂຟນ, ລົດຍົນໄຟຟ້າອັດສະລິຍະ, ແລະ ເຄື່ອງໃຊ້ໄຟຟ້າອັດສະລິຍະພາຍໃນບ້ານ. ຍົກຕົວຢ່າງເຊັ່ນ: ຝາຫຼັງຂອງ Xiaomi 14T ນັ້ນປະກອບໄປດ້ວຍວັດສະດຸຊີວະພາບທີ່ໄດ້ຈາກກາກໝາກນາວ, ໂດຍໂພລີຢູຣີເທນເຄິ່ງໜຶ່ງມາຈາກວັດຖຸດິບຊີວະພາບ, ແລະ ອາລູມີນຽມຣີໄຊເຄິລໄດ້ຖືກນຳມາຜະສົມໃນໂຄງກາງແບບຫຼໍ່ຂອງ Xiaomi 14T, ລວມໄປເຖິງອາລູມີນຽມ, ຄຳ, ແລະ ທອງແດງຣີໄຊເຄິລທີ່ຖືກນຳມາໃຊ້ໃນການຜະລິດສ່ວນປະກອບອະຄູສຕິກຕ່າງໆ.
ໂຮງງານອັດສະລິຍະຂອງຊຽວໝີ່ໄດ້ຈັດທຳລະບົບການຈັດການຂີ້ເຫຍື້ອຝັງກົບເປັນສູນ, ເຊິ່ງຜະສານການຣີໄຊເຄິລ ແລະ ການກຳຈັດທີ່ມີປະສິດທິພາບເພື່ອຫຼຸດການໃຊ້ຂີ້ເຫຍື້ອຝັງກົບ. ໃນປີ 2567, ໂຮງງານແຫ່ງນີ້ບັນລຸອັດຕາການແຍກຂີ້ເຫຍື້ອ (WDR) ໄດ້ເຖິງ 99.35% ແລະ ໄດ້ຮັບໃບຮັບຮອງລະບົບການຈັດການຂີ້ເຫຍື້ອຝັງກົບເປັນສູນຈາກ TÜV Rheinland ດ້ວຍຄະແນນສູງສຸດລະດັບໂລກທີ່ 3 ດາວ.
ຊຽວໝີ່ຍັງຄົງມຸ່ງໝັ້ນທີ່ຈະສ້າງສັນນະວັດຕະກຳ ແລະ ຄວາມກ້າວໜ້າອັນໜ້າຕື່ນຕາຕື່ນໃຈ, ໂດຍຈະດຳເນີນການຢ່າງວ່ອງໄວເພື່ອສ້າງອະນາຄົດທີ່ດີກວ່າຜ່ານການສະແ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |