site-cover (32)
ກອງປະຊຸມ ຄັ້ງທີ 11 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025
ໝວດ: ຂ່າວ

ກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 28 ເມສາ 2025 ທີ່ ນະຄອນຫຼວງພະບາງ, ສປປ ລາວ,

 

ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍລາວ ນໍາໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ;

 

ແລະ ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິ, ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ ແລະ ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍເຂົ້າຮ່ວມ.

 

 

ກອງປະຊຸມໄດ້ຮ່ວມກັນສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ.

 

ໃນໂອກາດນີ້, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນທັດສະນະຮ່ວມກັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການປຶກສາຫາລືຈຸດທີ່ເຫັນດີເປັນເອກະພາບ ແລະ ແກ້ໄຂຈຸດຄົງຄ້າງຕ່າງໆ ແລະ ໄດ້ຮ່ວມກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ແລະ ພ້ອມກັນກໍານົດແຜນການເຮັດວຽກຮ່ວມກັນໃນໄຕມາດ 3 ຂອງປີ 2025 ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມແບບໃໝ່ (ປັກຫຼັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ຢູ່ ແຂວງອັດຕະປື, ສປປ ລາວ ກັບ ແຂວງລັດຕະນະຄີລີ ແລະ ແຂວງຊຽງແຕງ, ຣາຊະອານາຈັກກໍາປູເຈຍ ຈົນໄປເຖິງຈຸດຄົບເສັ້ນຊາຍແດນສາມປະເທດ ລາວ-ກໍາປູເຈຍ-ຫວຽດນາມ.

 

 

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ມີຄວາມຄືບໜ້າເປັນກ້າວໆ ແນໃສ່ຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານໃຫ້ປະກົດຜົນເປັນຈິງ ແລະ ປັບປຸງຊີວິດການເປັນຢູ່ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນໃຫ້ດີຂຶ້ນເທື່ອລະກ້າວ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ