VP LANDSCAPE COVER (94)
ໝໍເຕືອນ "ພາວະສະໝອງເສື່ອມ" ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ໝໍເຕືອນ “ພາວະສະໝອງເສື່ອມ” ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ ແນະນຳໃຫ້ເຮັດ 3 ຂໍ້ນີ້ ປ້ອງກັນໄດ້ຕັ້ງແຕ່ໄວໜຸ່ມ ອະນາຄົດທ່ານຈະຂອບໃຈຕົນເອງ

ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຕັ້ງແຕ່ຊ່ວງອາຍຸ 20 ປີ. ຈາກການຄົ້ນຄວ້າລ່າສຸດຂອງມະຫາວິທະຍາໄລໂຄລຳເບຍ, ສະຫະລັດອາເມຣິກາ ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ເຊັ່ນ: ຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ ແລະ ການຂາດການອອກກຳລັງກາຍ ມີຜົນກະທົບຕໍ່ການເຮັດວຽກຂອງສະໝອງໃນກຸ່ມຄົນໄວໜຸ່ມ ເຖິງແມ່ນວ່າຍັງບໍ່ປາກົດອາການຊັດເຈນກໍຕາມ.

ນພ.ເຈິ້ງ ຊຸນອວີ່ ແພດຜູ້ຊ່ຽວຊານດ້ານປະສາດວິທະຍາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກ ລະບຸວ່າ ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຢ່າງງຽບໆ ຕັ້ງແຕ່ຊ່ວງອາຍຸ 20 ປີ. ຫຼາຍຄົນມັກເຂົ້າໃຈວ່າພະຍາດນີ້ເປັນເລື່ອງຂອງຜູ້ສູງອາຍຸເທົ່ານັ້ນ ແຕ່ຄວາມຈິງແລ້ວ ສັນຍານເບື້ອງຕົ້ນອາດປາກົດຕັ້ງແຕ່ອາຍຸພຽງແຕ່ 24 ປີ.

ອ້າງອີງຈາກການຄົ້ນຄວ້າຊິ້ນໃໝ່ຂອງທີມມະຫາວິທະຍາໄລໂຄລຳເບຍທີ່ຕີພິມໃນວາລະສານ The Lancet Regional Health – Americas ເມື່ອເມສາ 2025 ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ບໍ່ວ່າຈະເປັນຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ, ການບໍ່ອອກກຳລັງກາຍ ຫຼື ພາວະອັກເສບຊຳເຮື້ອ ລ້ວນສົ່ງຜົນກະທົບຕໍ່ສະໝອງຕັ້ງແຕ່ອາຍຸຍັງນ້ອຍ.

ນອກຈາກນີ້, ການສຶກສາຍັງພົບວ່າ ສະຖານະສຸຂະພາບຫົວໃຈແລະຫຼອດເລືອດ, ຕົວຊີ້ວັດຂອງການອັກເສບໃນຮ່າງກາຍ ແລະ ສານບົ່ງຊີ້ທາງຊີວະພາບທີ່ກ່ຽວຂ້ອງກັບພະຍາດອັລໄຊເມີ ລ້ວນມີຄວາມສຳພັນກັບຄວາມສາມາດດ້ານຄວາມຈື່ຈຳແລະການຄິດ ແມ່ນແຕ່ໃນກຸ່ມຄົນໜຸ່ມສາວ. ແລະ ທີ່ໜ້າສົນໃຈກໍຄື ໃນຜົນການທົດສອບສະໝອງ ຍັງພົບການປ່ຽນແປງພຽງເລັກນ້ອຍໃນກຸ່ມໄວລຸ່ນ ຊຶ່ງອາດເປັນສັນຍານເລີ່ມຕົ້ນຂອງຄວາມເສື່ອມທາງສະໝອງກ່ອນທີ່ອາການທາງຄລີນິກຈະປາກົດ.

ໝໍເຈິ້ງ ໄດ້ເຕືອນປະຊາຊົນວ່າ ການປ້ອງກັນພະຍາດສະໝອງເສື່ອມຄວນເລີ່ມຕັ້ງແຕ່ຕອນນີ້ ໂດຍແນະນຳໃຫ້ຫຼີກລ້ຽງເຄື່ອງດື່ມທີ່ມີນ້ຳຕານສູງ, ເຂົ້າຈີ່ ແລະ ເບເກີຣີແປຮູບ ເພາະສິ່ງເຫຼົ່ານີ້ສົ່ງຜົນເສຍຕໍ່ສະໝອງໂດຍກົງ. ພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ການຄວບຄຸມຄວາມດັນເລືອດ, ຄວາມຖີ່ໃນການອອກກຳລັງກາຍ, ການເລືອກອາຫານ, ການນອນຫຼັບ ແລະ ການຫຼຸດການອັກເສບໃນຮ່າງກາຍ ລ້ວນເປັນກຸນແຈສຳຄັນໃນການຮັກສາສຸຂະພາບສະໝອງແລະຊະລໍການເສື່ອມຂອງສະໝອງ.

ເພິ່ນເນັ້ນວ່າ “ການກິນໃຫ້ຖືກ, ນອນໃຫ້ພໍ ແລະ ລຸກຂຶ້ນເຄື່ອນໄຫວຮ່າງກາຍ” ບໍ່ໄດ້ເຮັດເພື່ອຊິກແພັກ ແຕ່ເພື່ອຮັກສາຄວາມຈື່ຈຳຂອງພວກເຮົາ. “ວາງຈອກຊານົມໄຂ່ມຸກແລະຂະໜົມລົງ ສະໝອງຂອງທ່ານຈະຂອບໃຈທ່ານເອງ”

ທ້າຍບົດຄວາມ, ນພ.ເຈິ້ງຍັງເສີມວ່າ ການຄົ້ນຄວ້ານີ້ອ້າງອີງຈາກການວິເຄາະຂໍ້ມູນໃນໂຄງການຄົ້ນຄວ້າລະດັບຊາດຂອງສະຫະລັດຯ ຊື່ວ່າ “ການສຶກສາໄລຍະຍາວດ້ານສຸຂະພາບຈາກໄວລຸ່ນສູ່ໄວຜູ້ໃຫຍ່” (Add Health) ໂດຍມີການຕິດຕາມກຸ່ມຕົວຢ່າງກວ່າ 10,000 ຄົນ ຕັ້ງແຕ່ໄວລຸ່ນຈົນເຖິງໄວຜູ້ໃຫຍ່ ໂດຍແບ່ງຊ່ວງອາຍຸເປັນ 24–34 ປີ ແລະ 34–44 ປີ ດຳເນີນການຜ່ານແບບສອບຖາມ, ການກວດສະມັດຕະພາບສະໝອງ, ການກວດຮ່າງກາຍ ແລະ ການວິເຄາະເລືອດ ເຮັດໃຫ້ໄດ້ຂໍ້ມູນທີ່ສຳຄັນກ່ຽວກັບຄວາມເສື່ອມຂອງສະໝອງຕັ້ງແຕ່ໄວໜຸ່ມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ