VP LANDSCAPE COVER (96)
"ເດັກ EQ ຕ່ຳ" ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ!
ຮຽບຮຽງໂດຍ:patthana
ເຜີຍແຜ່: 6 May, 2025

ສາດສະດາຈານຊື່ດັງ ຊີ້ວ່າສັງເກດ “ເດັກ EQ ຕ່ຳ” ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ! ນັກຈິດຕະວິທະຍາອາຊະຍາວິທະຍາ ເປີດເຜີຍໃຫ້ສັງເກດ “ເດັກທີ່ມີ EQ ຕ່ຳ” ມັກເຮັດ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຄວນຮີບແກ້ໄຂດ່ວນ!

ຜົນການສຶກສາຈາກມະຫາວິທະຍາໄລຮາວາດ ປະເທດສະຫະລັດອາເມລິກາ ຊີ້ວ່າ ຄວາມສະຫຼາດທາງອາລົມ (EQ) ມີບົດບາດສຳຄັນເຖິງ 80% ຕໍ່ຄວາມສຳເລັດໃນຊີວິດ, ຫຼາຍກວ່າ IQ ທີ່ມີສັດສ່ວນພຽງແຕ່ 20% ເທົ່ານັ້ນ. ນັ້ນໝາຍຄວາມວ່າ EQ ເປັນປັດໄຈຫຼັກທີ່ກຳນົດທິດທາງອະນາຄົດຂອງເດັກ ແລະ ສາມາດສັງເກດໄດ້ຈາກພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ຂະນະຮັບປະທານອາຫານຮ່ວມກັນໃນຄອບຄົວ.

ສາດສະດາຈານຫຼີ່ ເໝີຍຈິ່ນ (李玫瑾) ຜູ້ຊ່ຽວຊານດ້ານຈິດຕະວິທະຍາອາຊະຍາກຳຊື່ດັງຈາກປະເທດຈີນ ໄດ້ເປີດເຜີຍວ່າ ເດັກທີ່ມີ EQ ຕ່ຳ ມັກສະແດງອອກຜ່ານ 3 ພຶດຕິກຳສຳຄັນເທິງໂຕະອາຫານ ຊຶ່ງຫາກຜູ້ປົກຄອງສັງເກດເຫັນ ຄວນຮີບປັບພຶດຕິກຳທັນທີເພື່ອບໍ່ໃຫ້ສົ່ງຜົນຕໍ່ການພັດທະນາໃນອະນາຄົດ:

  1. ຮັບປະທານອາຫານບໍ່ເປັນລະບຽບ ເຮັດສຽງດັງລົບກວນ: ເດັກບາງຄົນມັກລຸກຍ່າງຫຼິ້ນ, ເວົ້າສຽງດັງ ຫຼື ຫຼິ້ນຂອງເທິງໂຕະຂະນະກິນເຂົ້າ. ພຶດຕິກຳນີ້ອາດເບິ່ງຄືບໍລິສຸດສຳລັບເດັກນ້ອຍ ແຕ່ຖ້າຍັງເກີດຂຶ້ນຢ່າງຕໍ່ເນື່ອງຫຼັງອາຍຸ 2 ປີ ຊຶ່ງເປັນໄວທີ່ເດັກສາມາດເລີ່ມຮັບປະທານອາຫານດ້ວຍຕົນເອງໄດ້ແລ້ວ ກໍ່ອາດບົ່ງຊີ້ວ່າເດັກມີຄວາມສາມາດໃນການຄວບຄຸມຕົນເອງຕ່ຳ ແລະ ບໍ່ຕະຫນັກເຖິງມາລະຍາດໃນການເຂົ້າສັງຄົມ ຊຶ່ງເປັນພື້ນຖານຂອງ EQ.
  2. ຍາດຂອງກິນ ບໍ່ແບ່ງປັນ: ເດັກທີ່ມັກເລືອກກິນສະເພາະອາຫານທີ່ຕົນເອງມັກ ແລະ ບໍ່ຍອມແບ່ງໃຫ້ຜູ້ອື່ນ ແມ່ນແຕ່ພໍ່ແມ່ ຫຼື ອ້າຍເອື້ອຍນ້ອງ ຖືເປັນພຶດຕິກຳທີ່ສະທ້ອນເຖິງຄວາມເຫັນແກ່ຕົວ ແລະ ຂາດທັກສະໃນການຢູ່ຮ່ວມກັບຜູ້ອື່ນ. ຫາກພຶດຕິກຳນີ້ບໍ່ໄດ້ຮັບການແກ້ໄຂ ເດັກອາດເຕີບໃຫຍ່ຂຶ້ນເປັນຄົນທີ່ບໍ່ຍອມແບ່ງປັນ, ບໍ່ຮູ້ຈັກການເຮັດວຽກເປັນທີມ ແລະ ປະເຊີນບັນຫາໃນການສ້າງຄວາມສຳພັນກັບຜູ້ອື່ນໃນອະນາຄົດ.
  3. ຕ້ອງມີຄົນປ້ອນຈຶ່ງຈະຍອມກິນ: ເຖິງແມ່ນວ່າຈະອາຍຸຫຼາຍແລ້ວ ແຕ່ບາງເດັກຍັງຄົງຕ້ອງເພິ່ງພາການປ້ອນເຂົ້າຈາກພໍ່ແມ່. ການທີ່ຜູ້ປົກຄອງຍອມເຮັດແນວນີ້ເພາະຕ້ອງການປະຫຍັດເວລາ ກັບກາຍເປັນການສົ່ງເສີມໃຫ້ເດັກເພິ່ງພິງຜູ້ອື່ນ ແລະ ບໍ່ຮຽນຮູ້ທີ່ຈະເບິ່ງແຍງຕົນເອງ ຊຶ່ງຈະສົ່ງຜົນຕໍ່ຄວາມສາມາດໃນການເພິ່ງພາຕົນເອງໃນອະນາຄົດ.

ພໍ່ແມ່ຄວນເຮັດແນວໃດ? ສາດສະດາຈານຫຼີ່ ລະບຸວ່າ ຊ່ວງອາຍຸ 3-6 ປີ ຄື “ຊ່ວງເວລາທອງ” ໃນການພັດທະນາບຸກຄະລິກະພາບຂອງເດັກ. ການສອນໃຫ້ເດັກເຂົ້າໃຈແລະສະແດງອອກທາງອາລົມຢ່າງເໝາະສົມຕັ້ງແຕ່ຍັງນ້ອຍ ຖືເປັນພື້ນຖານສຳຄັນຂອງການມີ EQ ສູງ.

“ເດັກທີ່ໄດ້ຮັບການປູກຝັງ EQ ທີ່ດີຕັ້ງແຕ່ໄວອະນຸບານ ຈະເຕີບໃຫຍ່ເປັນຜູ້ໃຫຍ່ທີ່ຮູ້ຈັກເຂົ້າໃຈຜູ້ອື່ນ, ເຮັດວຽກຮ່ວມກັບຄົນອ້ອມຂ້າງໄດ້ ແລະ ມີໂອກາດປະສົບຄວາມສຳເລັດໃນຊີວິດສູງກວ່າຄົນທີ່ມີ IQ ຢ່າງດຽວ” ສາດສະດາຈານຫຼີ່ ກ່າວ.

ດັ່ງນັ້ນ, ຢ່າມອງຂ້າມພຶດຕິກຳນ້ອຍໆ ເທິງໂຕະອາຫານ ເພາະນັ້ນອາດເປັນ “ສັນຍານເຕືອນ” ທີ່ສະທ້ອນເຖິງອະນາຄົດຂອງລູກນ້ອຍ. ພໍ່ແມ່ຄວນສັງເກດ, ເວົ້າລົມ ແລະ ປັບພຶດຕິກຳຢ່າງເໝາະສົມ ເພື່ອສົ່ງເສີມໃຫ້ລູກເຕີບໃຫຍ່ຢ່າງມີຄຸນນະພາບທັງທາງປັນຍາແລະອາລົມ.

ຮາວາດເຜີຍ 3 ນິໄສ(ເບິ່ງຄືວ່າ)ບໍ່ດີ ແຕ່ພິສູດໄດ້ວ່າ “ເດັກສະຫຼາດ” ຜູ້ປົກຄອງຄວນຮູ້ ບໍ່ຂັດຂວາງການເປັ່ງປະກາຍ! ສາດສະດາຈານຊື່ດັງ ຊີ້ສົ່ງລູກຮຽນພິເສດ 3 ຄລາສນີ້ ເປືອງເງິນບໍ່ມີປະໂຫຍດ ພໍ່ແມ່ຕ້ອງຮູ້ໃຫ້ທັນ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ