ປາຣີສ ພົບ ອາເຊນອລ: ຜົນບານ 2-1 (ຄະແນນລວມ ປາຣີສ ຊະນະ 3-1) | ປາຣີສ ເອົາຊະນະ ອາເຊນໍ ໃນການແຂ່ງຂັນຢູຟ່າ ແຊມປຽນລີກ ຮອບລອງຊະນະເລີດ ນັດທີ 2 ໂດຍເກມນີ້ ຟາເບຍນ ຣຸຍຊ໌ ກັບ ອາຊຣາຟ ຮາຄິມີ ຍິງຄົນລະໜຶ່ງປະຕູໃຫ້ເຈົ້າພາບ, ກ່ອນທີ່ທີມປືນໃຫຍ່ຈະໄດ້ປະຕູຈາກ ບູກາໂຢ ຊາກາ ແຕ່ສຸດທ້າຍກໍໄລ່ບໍ່ທັນ, ຈົບເກມ ປາຣີສ ຊະນະ 2-1 ຄະແນນລວມຊະນະ 3-1 ໄດ້ຜ່ານເຂົ້າຊິງໄປພົບກັບ “ງູໃຫຍ່” ອິນເຕີ ມິລານ ໃນຄືນວັນເສົາທີ 31 ພ.ຄ. ທີ່ອັລລິອັນຊ໌ ອາເຣນາ ປະເທດເຢຍລະມັນ
ບານເຕະຢູຟ່າ ແຊມປຽນລີກ 2024/25
ປາຣີສ 2-1 ອາເຊນໍ
ການແຂ່ງຂັນຟຸດບອນຢູຟ່າ ແຊມປຽນລີກ 2024/25 ຮອບເຄິ່ງຊະນະເລີດ ນັດທີ 2 ເມື່ອຄືນວັນພຸດທີ 7 ພຶດສະພາ 2568 ປາຣີສ ແຊງ-ແຊກແມງ ທີມຍັກໃຫຍ່ຂອງລີກເອິງ ຝຣັ່ງ ເປີດເຮືອນພົບກັບ “ປືນໃຫຍ່” ອາເຊໍ ທີມຈາກພຣີເມຍລີກ ໂດຍຜົນນັດທໍາອິດ ປາຣີສ ບຸກໄປເຊືອດຊະນະ 1-0 ເຖິງຖິ່ນເອມິເຣດສ໌ ສະຕາດຽມ ເມື່ອອາທິດທີ່ແລ້ວ
ເລີ່ມເກມມານາທີທີ 3 ອາເຊນອລໄດ້ລຸ້ນກ່ອນ ເຢີເຣຍນ ທິມເບີ ເປີດບານຈາກຂວາເຂົ້າມາໃຫ້ ເດແຄລນ ໄຣສ໌ ເຕັກໂຕຂຶ້ນໂໝ່ງ ບານພຸ່ງຫຼຸດເສົາອອກໄປໜ້ອຍດຽວ
ຖັດມາໜຶ່ງນາທີ ທີມປືນໃຫຍ່ໄດ້ລຸ້ນອີກຄັ້ງຈາກຈັງຫວະທີ່ ໂທມັດ ປາເຕ ທຸ່ມໄກເຂົ້າເຂດໂທດ ກາເບຣຽວ ມາຕິເນລລີ ວິ່ງສອດເຂົ້າມາແປຈໍ້ໆ ຕິດເຊັບນາຍປະຕູ ຈານລູຢຈິ ດອນນາຣຸມມາ
ນາທີທີ 8 ໂທມັດ ປາເຕ ໄດ້ທຸ່ມໄກເຂົ້າເຂດໂທດອີກຄັ້ງ ຜູ້ຫຼິ້ນປາຣີສໂໝ່ງສະກັດບານມາເຂົ້າທາງ ມາຕິນ ໂອເດກາດ ຫວົດດ້ວຍຊ້າຍເຕັມໆ ຈາກແຖວເສັ້ນເຂດໂທດ ແຕ່ບໍ່ຜ່ານມື ດອນນາຣຸມມາ ສະແດງຊູເປີເຊັບ ພຸ່ງປັດບານອອກຫຼັງໄດ້ຢ່າງໄວ
ນາທີ 17 ປາຣີສໄດ້ລຸ້ນຄັ້ງທໍາອິດແລະເກືອບໄດ້ເຮ ເມື່ອ ຄວິຊາ ຄວາຣັດສເຄເລຍ ໄດ້ປັ່ນເນັ້ນໆ ດ້ວຍຊ້າຍ ບານພຸ່ງໄປຊົນເສົາຢ່າງແຮງ
ປະຕູ!! ນາທີ 27 ປາຣີສໄດ້ປະຕູຂຶ້ນນໍາ 1-0 ຈາກຈັງຫວະເປີດຟຣີຄິກເຂົ້າເຂດໂທດ ປາເຕ ໂໝ່ງເຄລຍບານມາເຂົ້າທາງ ຟາເບຍນ ຣຸຍຊ໌ ໃຊ້ເອິກພັກບານໜຶ່ງຈັງຫວະ ກ່ອນຈະວອນເລຍດ້ວຍຊ້າຍເຕັມຂໍ້ຈາກໜ້າເຂດໂທດ ບານພຸ່ງເສຍບມຸມເຂົ້າໄປຢ່າງແຮງ
ນາທີ 30 ປາຣີສເກືອບໄດ້ລູກທີ 2 ເມື່ອໄດ້ຈັງຫວະສວນກັບ ແບຣດລີ ບາກໂຄລາ ໄດ້ຊັດໂລ່ງໆ ໃນເຂດໂທດ ແຕ່ຈັງຫວະສັບໄກມີ ເດແຄລນ ໄຣສ໌ ພຸ່ງມາຊ່ວຍສະກັດ ເຮັດໃຫ້ບານບໍ່ແຮງເທົ່າທີ່ຄວນ ແລະ ດາບິດ ຣາຢາ ລົ້ມຕົວປັດບານອອກຫຼັງໄປໄດ້ທັນ ກ່ອນຈະຈົບເຄິ່ງແລກດ້ວຍສະກໍ ປາຣີສ ນໍາ ອາເຊນອລ 1-0 ຄະແນນລວມສອງນັດ ປາຣີສ ນໍາ 2-0
ກັບມາລົງສະໜາມເຄິ່ງຫຼັງ ອາເຊນອລ ເລັ່ງເຄື່ອງບຸກເຂົ້າໃສ່ທັນທີ ແລະ ເກືອບໄດ້ປະຕູໃນນາທີ 64 ບູກາໂຢ ຊາກາ ໄດ້ບານໃນເຂດໂທດດ້ານຂວາ ກ່ອນແຕະເຂົ້າໃນແລ້ວປັ່ນດ້ວຍຊ້າຍ ແຕ່ກໍຍັງບໍ່ຜ່ານມື ດອນນາຣຸມມາ ທີ່ບິນປັດບານອອກຫຼັງໄປໄດ້ອີກ
ຈຸດໂທດ!! ຈາກນັ້ນ ປາຣີສ ມາໄດ້ຈຸດໂທດໃນນາທີ 69 ຈາກຈັງຫວະທີ່ ອາຊຣາຟ ຮາຄິມີ ຊັດດ້ວຍຂວາໃນເຂດໂທດ ບານໄປໂດນມື ໄມລສ໌ ລູອິສ-ສເຄລລີ ຜູ້ຕັດສິນເຊັກພາບຈາກ VAR ກ່ອນໃຫ້ຈຸດໂທດແກ່ເຈົ້າພາບ ແຕ່ວ່າ ວິຕິນຢາ ສັງຫານໄປຕິດ ດາບິດ ຣາຢາ ພຸ່ງປັດບານອອກຫຼັງໄປໄດ້ ເຮັດໃຫ້ປາຣີສຍັງນໍາຢູ່ແຄ່ 1-0 ເໝືອນເດີມ
ປະຕູ!! ນາທີ 72 ປາຣີສໄດ້ລູກທີ 2 ຈົນໄດ້ ເມື່ອ ອຸສມານ ເດມເບເລ ປັ້ມແຍ່ງບານໄດ້ຈາກ ໂທມັດ ປາເຕ ກ່ອນຈະໄຫຼໃຫ້ ອາຊຣາຟ ຮາຄິມີ ບັນຈຸງປັ່ນດ້ວຍຂວາໃນເຂດໂທດ ບານພຸ່ງເສຍບມຸມເຂົ້າໄປຢ່າງສວຍງາມ ປາຣີສ ໜີໄປເປັນ 2-0
ປະຕູ!! ນາທີ 76 ອາເຊນອລບໍ່ຍອມແພ້ງ່າຍໆ ເລອັນໂດ ທຣອສຊາ ຜ່ານບານຈາກຊ້າຍເຂົ້າເຂດໂທດ ບານໄປແຉລບ ວິລລຽນ ປາໂຊ ມາເຂົ້າທາງ ບູກາໂຢ ຊາກາ ຍິງຈັງຫວະແລກຕິດບລັອກ ລູກັສ ແອນັນເດຊ ແຕ່ ຊາກາ ຍັງຕາມໄປຊ້ໍາຈັງຫວະສອງຕຸງຕາຂ່າຍ ຕີໄຂ່ແຕກໄລ່ມາເປັນ 1-2
ນາທີ 80 ອາເຊນອລໄດ້ໂອກາດທອງ ຣິກຄາໂດ ຄາລາຟິອໍຣີ ປາດບານຈາກຊ້າຍເຂົ້າກາງ ດອນນາຣຸມມາ ອອກມາຕັດບານບໍ່ໂດນ ບານເລີຍມາເຖິງ ຊາກາ ໄດ້ຍິງໂລ່ງໆ ແຕ່ຍິງຂ້າມຄານອອກໄປຢ່າງໜ້າເສຍດາຍ
ຊ່ວງທ້າຍເກມ ທີມປືນໃຫຍ່ພະຍາຍາມເລັ່ງເຄື່ອງບຸກ ແຕ່ກໍບໍ່ສາມາດບວກປະຕູເພີ່ມໄດ້ ຈົບເກມ ປາຣີສ ຊະນະ ອາເຊນອລ 2-1 ຄະແນນລວມຊະນະ 3-1 ສົ່ງຜົນໃຫ້ ປາຣີສ ໄດ້ຜ່ານເຂົ້າສູ່ຮອບຊິງຊະນະເລີດໄປພົບກັບ “ງູໃຫຍ່” ອິນເຕີ ມິລານ ໃນຄືນວັນເສົາທີ 31 ພ.ຄ. ທີ່ສະໜາມອັລລິອັນຊ໌ ອາເຣນາ ເມືອງມິວນິກ ປະເທດເຢຍລະມັນ
ລາຍຊື່ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ
ປາຣີສ: ຈານລູຢຈິ ດອນນາຣຸມມາ (GK), ອາຊຣາຟ ຮາຄິມີ, ມາກິນຢອສ, ວິລລຽນ ປາໂຊ, ນູໂນ ເມນເດສ, ຊູເອາ ເນເວສ, ວິຕິນຢາ, ຟາເບຍນ ຣຸຍຊ໌, ແບຣດລີ ບາກໂຄລາ, ຄວິຊາ ຄວາຣັດສເຄເລຍ, ເດຊິເຣ ດູເອ
ອາເຊນໍ: ດາບິດ ຣາຢາ (GK), ເຢີເຣຍນ ທິມເບີ, ວິລລຽມ ຊາລິບາ, ຢາຄຸບ ຄິວິອໍ, ໄມລສ໌ ລູອິສ ສເຄລລີ, ເດແຄລນ ໄຣສ໌, ໂທມັດ ປາເຕ, ມາຕິນ ໂອເດກາດ, ບູກາໂຢ ຊາກາ, ກາເບຣຽວ ມາຕິເນລລີ, ມິເກລ ເມຣິໂນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |