VP LANDSCAPE COVER - 2025-05-08T113005.978
 ພະຍາດໄຂ້ເລືອດດຳ ມີວິທີປ້ອງກັນແນວໃດ?
ຮຽບຮຽງໂດຍ:patthana
ເຜີຍແຜ່: 8 May, 2025
 ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

*ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນໄດ້ເປັນເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງເຮັດໃຫ້ເມັດເລືອດແດງແຕກແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ.

ການຕິດຕໍ່ຂອງພະຍາດຈາກສັດສູ່ຄົນ: ການກິນຊີ້ນສັດ ຫລື ຜະລິດຕະພັນທີີ່ມີເຊື້ອ, ການສຳຜັດສັດທີ່ບໍ່ສະບາຍ ຫລື ຕາຍຜິດປົກກະຕິ, ຕິດຈາກການຫາຍໃຈເອົາຝຸ່ນດິນທີ່ມີສະປໍເຊື້ອພະຍາດເຂົ້າໄປ ເຊິ່ງໄລຍະຝັກຕົວຂອງພະຍາດ 1-5 ວັນ ຫລື ອາດດົນເຖິງ 60 ວັນ, ຜູ້ ທີ່ຕິດເຊື້ອພະຍາດນີ້ຈະມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ, ມີບາດຄືຖືກໄຟຈິ, ຫາຍໃຈຍາກ, ແໜ້ນໜ້າເອີກ…ເຖິງແນວໃດກໍຕາມ, ການປ້ອງກັນຈາກພະຍາດໄຂ້ເລືອດດຳໃຫ້ປະຕິບັດດັ່ງນີ້:

1.ຫລີກລ່ຽງການສຳຜັດຄວາຍ, ງົວ, ແບ້, ແກະ, ໝູ ທ່ີຕາຍໂດຍບໍ່ຮູ້ສາເຫດຢ່າງເດັດຂາດ ເພາະຈະເປັນສາເຫດໃຫ້ເຊື້ອພະຍາດສາມາດຕິດຕໍ່ສູ່ຄົນ, ຖ້າມີການລະບາດເປັນວົງກວ້າງຕ້ອງໄດ້ທຳລາຍຖິ້ມດ້ວຍການຈູດຢ່າງດຽວ ຈ່ຶງສາມາດທຳລາຍເຊື້ອພະຍາດນີ້ໄດ້.

2.ລ້າງມື, ອາບນ້ຳ ຫລັງສຳຜັດກັບສັດ.

3.ເຈົ້າຂອງສັດຕ້ອງເອົາໃຈໃສ່ກັກຂັງສັດລ້ຽງຂອງຕົນ ເພື່ອຕິດຕາມອາການ, ຖ້າພົບເຫັນສັດມີການເຫງົາຊຶມ, ບໍ່ກິນອາຫານ, ຂາໄຄ່ ຍຶ່ງທ້ອງ ໃຫ້ຟ້າວແຍກສັດດ່ັງກ່າວອອກຈາກຝູງ.

4.ຈົ່ງເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຖ້າພົບເຫັນປາກົດການຂອງພະຍາດດັ່ງກ່າວ ໃຫ້ຮີບປະສານກັບສັດຕະວະແພດບ້ານ ເພື່ອລາຍງານຂັ້ນເທິງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ