Copy of site cover (20)
ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 May, 2025
ໝວດ: ກິລາ

ຜົນບານບາເຊໂລນາ 4-3 ເຣອັນ ມາດຣິດ: ຣາຟິນຢາ ຍິງສອງປະຕູ! ໃກ້ຄວ້າແຊມລາລີກາ

ບາເຊໂລນາເປີດບ້ານເຊືອດຄູ່ແຂ່ງຢ່າງຕື່ນເຕັ້ນ 4-3 ໃນເກມ ເອນ ກລາຊິໂກ້, ເຖິງວ່າ ເອັມບັບເປເຮັດແຮດທຣິກໃຫ້ ເຣອັນ ມາດຣິດ ແຕ່ທີມຢ້ຽມກໍ່ບໍ່ລອດ ພ່າຍຕໍ່ “ເຈົ້າບຸນທຸ່ມ” ທີ່ມີ ຣາຟິນຢາ ເຮັດໄດ້ 2 ປະຕູ. ຖ້າໃນນັດຕໍ່ໄປບາເຊໂລນາບຸກຊະນະ ເອສປັນຢອນ ກໍ່ຈະຄວ້າແຊມລາລີກາທັນທີ.

ເຄິ່ງທຳອິດເລີ່ມມາພຽງແຕ່ 5 ນາທີ, ມາດຣິດໄດ້ຈຸດໂທດ ແລະ ກິລຽນ ເອັມບັບເປ ໄດ້ກືກປະຕູໃຫ້ທີມຢ້ຽມນຳ 1-0.

ຫຼັງຈາກນັ້ນໃນນາທີທີ 14, ມາດຣິດນຳຫ່າງ 2-0 ເມື່ອ ວິນິຊິອຸສ ຈູເນຍ ຈ່າຍບານຜ່ານຊ່ອງໃຫ້ ກິລຽນ ເອັມບັບເປ ຫຼຸດໄປຍິງຜ່ານມື ເຊສນີ່ ເຂົ້າໄປ.

ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນບາເຊໂລນາໄດ້ສີ່ປະຕູຕິດຕໍ່ກັນ ພິກກັບມານຳ 4-2 ຈາກ ເອຣິກ ກາເຊຍ ນາທີ 19, ລາມີນ ຢາມານ ນາທີ 32 ແລະ ຣາຟິນຢາ ຍິງສອງປະຕູໃນນາທີ 34 ແລະ 45.

ຈົບເຄິ່ງທຳອິດ, ບາເຊໂລນານຳໜ້າ ເຣອັນ ມາດຣິດ 4-2.

ເຄິ່ງຫຼັງ, ມາດຣິດໄດ້ປະຕູຕີຕື້ນມາເປັນ 3-4 ໃນນາທີ 70 ຈາກ ກິລຽນ ເອັມບັບເປ ຊຶ່ງເປັນແຮດທຣິກຂອງລາວໃນເກມນີ້.

ເວລາທີ່ເຫຼືອບໍ່ມີປະຕູເພີ່ມ, ຈົບເກມ ບາເຊໂລນາຊະນະ ເຣອັນ ມາດຣິດ 4-3.

ເຮັດໃຫ້ຖ້າ “ເຈົ້າບຸນທຸ່ມ” ບຸກຊະນະ ເອສປັນຢອນ ໃນນັດໜ້າ ຈະຄວ້າແຊມໄດ້ທັນທີ ຫຼັງຈາກມີຄະແນນຫ່າງຈາກ “ຣາຊັນຊຸດຂາວ” ເພີ່ມເປັນ 7 ຄະແນນ ໃນຂະນະທີ່ເຫຼືອພຽງ 3 ນັດສຸດທ້າຍເທົ່ານັ້ນ.

ລາຍຊື່ຜູ້ຫຼິ້ນທັງສອງທີມ:

ບາເຊໂລນາ (4-2-3-1): ມາກ-ອັນເດຣ ແທ ສເຕເກັນ – ເອຣິກ ກາເຊຍ, ເປົາ ກູບາຊີ່, ອິນເຢໂກ້ ມາຕີເນຊ, ອເລຮານໂດຣ ບັນເດ້ – ເປດຣີ້, ເຟຣັງກີ້ ເດ ຢອງ – ລາມີນ ຢາມານ, ດານີ່ ໂອນໂມ່, ຣາຟິນຢາ – ແຟຣານ ຕອເຣສ

ເຣອັນ ມາດຣິດ (4-2-3-1): ຕິໂບ ກູກຕົວສ໌ – ເຟເດຣິໂກ້ ວັນເວເດ້, ຣາອູນ ອາເຊນຊິໂອ, ໂອເຣເລຍນ ຊູອາເມນີ່, ຟຣານ ກາເຊຍ – ດານີ່ ເຊບາຢອສ, ລູຄັສ ບາສເກຊ – ອາດາ ກືແລ, ຈູ໊ດ ເບລລິງແຮມ, ວິນິຊິອຸສ ຈູເນຍ – ກິລຽນ ເອັມບັບເປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ