site-cover (68)
ນັກວິທະຍາສາດວິເຄາະແລ້ວ, ຄຳທຳນາຍວັນສິ້ນໂລກຂອງ "ອີລອນ ມັສກ໌" ຈະເປັນຈິງປີໃດ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 May, 2025
ໝວດ: ຂ່າວ

 

ນັກວິທະຍາສາດຄາດການແລ້ວວ່າເມື່ອໃດຄຳທຳນາຍວັນສິ້ນໂລກທີ່ມືດມົນຂອງ “ອີລອນ ມັສກ໌” ກ່ຽວກັບການສິ້ນສຸດຂອງມະນຸດຊາດອາດກາຍເປັນຄວາມຈິງ

 

ດ້ວຍເຫດຜົນບາງປະການ, ພວກເຮົາມັກຫຼົງໄຫຼໃນການທຳນາຍວ່າເມື່ອໃດໂລກຈະບໍ່ສາມາດຢູ່ອາໄສໄດ້ອີກຕໍ່ໄປສຳລັບມະນຸດ ບໍ່ວ່າຈະເປັນຈາກສົງຄາມນິວເຄລຍ, ອຸກກາບາດທີ່ບໍ່ສາມາດຄວບຄຸມໄດ້, ຫຼືຈາກຄວາມໂງ່ຂອງພວກເຮົາເອງທ່າມກາງວິກິດການດ້ານສະພາບອາກາດທີ່ຍັງຄົງດຳເນີນຢູ່.

 

  • ມີພຽງແຕ່ 2 ປະເທດທີ່ຢູ່ລອດ! ຜູ້ຊ່ຽວຊານເປີດເຜີຍ “ພື້ນທີ່ປອດໄພ” ຫາກເກີດສົງຄາມນິວເຄລຍ

 

ຫາກທ່ານຢູ່ໃນໄວໜຶ່ງ, ທ່ານອາດຈະຈື່ໄດ້ວ່າໃນປີ 2012 ຫຼາຍຄົນຄິດວ່າໂລກຈະສິ້ນສຸດລົງ. ແຕ່ຄວາມຈິງແລ້ວການເຕືອນວັນສິ້ນໂລກນັ້ນເກີດຂຶ້ນສະເໝີ, ເຊັ່ນດຽວກັບຄຳທຳນາຍອາຍຸ 1,000 ປີ ທີ່ຖືກເປີດເຜີຍໃນນະຄອນວາຕິກັນຫຼັງຈາກການປະກາດແຕ່ງຕັ້ງສົມເດັດພະສັນຕະປາປາຄົນໃໝ່ໃນອາທິດນີ້.

 

ມັສກ໌ພຽງແຕ່ແນະນຳວ່າ, ເພິ່ນຄາດວ່າໂລກຈະຖືກ “ເຜົາທຳລາຍ” ແລະນັ້ນຄືເຫດຜົນທີ່ເພິ່ນຕ້ອງການໃຫ້ມະນຸດຊອກຫາວິທີທີ່ຈະຢູ່ອາໄສໃນອາວະກາດ, ເຊິ່ງກໍ່ບໍ່ໜ້າແປກໃຈ, ເມື່ອພິຈາລະນາຈາກການທີ່ເພິ່ນມີສ່ວນຮ່ວມໃນໂຄງການອາວະກາດຫຼາຍໂຄງການ, ລວມເຖິງການສົ່ງເທສລາໄປໃນອາວະກາດ.

 

ໃນການສຳພາດກັບເຈສຊີ່ ວໍເຕີສ ຈາກຊ່ອງຟັອກຊ໌, ເມື່ອວັນຈັນທີ 5 ພຶດສະພາ ທີ່ຜ່ານມາ, ມັສກ໌ ກ່າວວ່າ “ມັນບໍ່ແມ່ນພຽງການໄປຢ້ຽມຢາມດາວອັງຄານຄັ້ງດຽວ ແຕ່ຄືການເຮັດໃຫ້ຊີວິດເປັນແບບຫຼາຍດາວເຄາະ, ເພື່ອຂະຫຍາຍຂອບເຂດແລະຂະໜາດຂອງຈິດສຳນຶກ, ເພື່ອໃຫ້ພວກເຮົາເຂົ້າໃຈທຳມະຊາດຂອງຈັກກະວານໄດ້ດີຂຶ້ນ, ແລະເພື່ອຮັບປະກັນການຢູ່ລອດໄລຍະຍາວຂອງອາລະຍະທຳ.

 

ໃນກໍລະນີທີ່ເກີດເຫດການຮ້າຍແຮງກັບໂລກ, ພວກເຮົາຈະຍັງຄົງມີຈິດສຳນຶກທີ່ດາວອັງຄານ.”

 

 

ຊີອີໂອຂອງ SpaceX ກ່າວເສີມວ່າ “ນີ້ຄືໜຶ່ງໃນຜົນປະໂຫຍດຂອງດາວອັງຄານ, ມັນຄືກັບປະກັນຊີວິດຮ່ວມກັນ.

 

ໃນທີ່ສຸດຊີວິດທັງໝົດໃນໂລກຈະຖືກທຳລາຍໂດຍດວງອາທິດ. ດວງອາທິດກຳລັງຂະຫຍາຍຕົວຢ່າງຊ້າໆ ແລະພວກເຮົາຈຳເປັນຕ້ອງເປັນອາລະຍະທຳທີ່ມີຫຼາຍດາວເຄາະ, ເພາະໂລກຈະຖືກເຜົາທຳລາຍ”

 

ນັກວິໄຈຈາກມະຫາວິທະຍາໄລໂທໂຮໃນຍີ່ປຸ່ນ ໄດ້ຄຳນວນວັນທີ່ປະມານການວ່າເມື່ອໃດເຫດການນີ້ອາດເກີດຂຶ້ນ, ໂດຍໃຊ້ຊຸບເປີຄອມພິວເຕີຂັ້ນສູງແລະແບບຈຳລອງທາງຄະນິດສາດເພື່ອທຳນາຍການພັດທະນາໄລຍະຍາວຂອງດວງອາທິດ.

 

ໃນການສຶກສາທີ່ເຜີຍແຜ່ໃນວາລະສານ Nature Geoscience ພວກເຂົາປະມານວ່າ, ຫາກມະນຸດບໍ່ສາມາດປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໃໝ່ໄດ້, ໂລກຈະກາຍເປັນທີ່ຢູ່ອາໄສບໍ່ໄດ້ສຳລັບພວກເຮົາໃນປີ 1,000,002,021.

 

ໂດຍນັກວິໄຈເຊື່ອວ່າດວງອາທິດຈະຮ້ອນແລະສະຫວ່າງຂຶ້ນ, ເຊິ່ງຈະເຮັດໃຫ້ອຸນຫະພູມທົ່ວໂລກສູງຂຶ້ນແລະລະດັບອົກຊີເຈນຄ່ອຍໆ ຫຼຸດລົງ.

 

ຍັງພົບວ່າໃນອີກປະມານ 5,000 ລ້ານປີຂ້າງໜ້າ, ດວງອາທິດຈະເຂົ້າສູ່ຊ່ວງດາວຍັກແດງ, ແລະອາດເຮັດໃຫ້ມັນກືນກິນດາວເຄາະທີ່ຢູ່ໃກ້ຄຽງ, ລວມເຖິງດາວພຸດ, ດາວສຸກ, ແລະອາດລວມເຖິງໂລກດ້ວຍ.

 

ດັ່ງນັ້ນຫາກທ່ານກຳລັງອ່ານບົດຄວາມນີ້ໃນປີທີ່ 5,000 ລ້ານ, ຂໍໃຫ້ໂຊກດີ.

 

ເຖິງຢ່າງໃດກໍຕາມ, ພວກເຮົາໄດ້ເຫັນຜົນກະທົບຈາກການທີ່ອຸນຫະພູມຂອງໂລກເພີ່ມສູງຂຶ້ນແລ້ວ, ເຊິ່ງຈະມີຜົນຮ້າຍແຮງຫາກທານ້ຳແຂງຂະໜາດໃຫຍ່ບາງແຫ່ງລະລາຍໃນອີກບໍ່ເທົ່າໃດປີຂ້າງໜ້າ. ແຕ່ເບິ່ງຄືວ່າພວກເຮົາຈະຕ້ອງລໍຖ້າກັນອີກ, ກ່ອນທີ່ພວກເຮົາຈະບໍ່ສາມາດອາໄສຢູ່ໃນໂລກນີ້ໄດ້ອີກຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ