site-cover (70)
ສະຫະລັດ-ຈີນເປີດເຜີຍຕົງກັນວ່າ ການເຈລະຈາການຄ້າຄືບໜ້າ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 12 May, 2025

ເຈນີວາ 12 ພຶດສະພາ – ສະຫະລັດແລະຈີນຕ່າງສະແດງຄວາມຊື່ນຊົມຕໍ່ການເຈລະຈາການຄ້ານັດທຳອິດເມື່ອຊ່ວງທ້າຍອາທິດທີ່ຜ່ານມາວ່າ ການເຈລະຈາມີຄວາມຄືບໜ້າແລະເປັນໄປຢ່າງສ້າງສັນ ແຕ່ບໍ່ເປີດເຜີຍໃນລາຍລະອຽດ

 

ທ່ານເຫີ ລີ່ເຟິງ ຮອງນາຍົກລັດຖະມົນຕີຈີນ ເຊິ່ງເປັນຫົວໜ້າຄະນະເຈລະຈາການຄ້າຂອງຈີນເປີດເຜີຍກັບຜູ້ສື່ຂ່າວຫຼັງສຳເລັດການເຈລະຈາ 2 ວັນທີ່ນະຄອນເຈນີວາຂອງສະວິດເຊີແລນວ່າ ການເຈລະຈາເປັນໄປຢ່າງຕົງໄປຕົງມາ, ເຈາະເລິກ, ແລະມີຄວາມສ້າງສັນ.

 

ການພົບປະກັນຄັ້ງນີ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ ແລະ ມີບັນລຸສັນທາມະຕິທີ່ສຳຄັນດ້ວຍ.

 

ທັງຈີນແລະສະຫະລັດໄດ້ດຳເນີນການເຈລະຈາໂດຍຍຶດຫຼັກຄວາມເຄົາລົບເຊິ່ງກັນແລະກັນແລະຄວາມເທົ່າທຽມ, ຍຶດຖືຜົນປະໂຫຍດຮ່ວມກັນ, ເຈລະຈາກັນດ້ວຍຄວາມເປັນມືອາຊີບແລະມີປະສິດທິພາບ.

 

 

ທ່ານສະກັອດ ເບສເຊັນ ລັດຖະມົນຕີກະຊວງການຄັງສະຫະລັດ ເຊິ່ງເປັນຫົວໜ້າທີມເຈລະຈາຂອງສະຫະລັດກ່າວວ່າ ການເຈລະຈາຄັ້ງນີ້ມີຄວາມຄືບໜ້າທີ່ສຳຄັນກ່ຽວກັບການຄີ່ຄາຍຄວາມຕຶງຄຽດຂອງສົງຄາມການຄ້າລະຫວ່າງຈີນແລະສະຫະລັດ.

ນອກຈາກນີ້ຍັງບັນລຸຂໍ້ຕົກລົງກັບຈີນໃນການຫຼຸດການຂາດດຸນການຄ້າ. ສ່ວນລາຍລະອຽດອື່ນໆນັ້ນ, ທ່ານເບສເຊັນກ່າວວ່າ ຈະມີການເປີດເຜີຍໃນວັນຈັນນີ້ຕາມເວລາທ້ອງຖິ່ນ.

 

ທ່ານສະກັອດ ເບສເຊັນ (ຊ່້າຍ)  ເກຣຍ (ຂວາ)
 

ດ້ານທ່ານເຈມີສັນ ເກຣຍ ຜູ້ແທນການຄ້າສະຫະລັດ ເຊິ່ງຮ່ວມໃນທີມເຈລະຈາຂອງສະຫະລັດກ່າວວ່າ ຄວາມເຫັນຕ່າງລະຫວ່າງຈີນກັບສະຫະລັດບໍ່ໄດ້ຫຼາຍຢ່າງທີ່ເຄີຍຄາດໄວ້ກ່ອນໜ້ານີ້.

 

ເພິ່ນກ່າວເຖິງຄະນະເຈລະຈາຂອງຈີນວ່າ ມີຄວາມຄ່ຽວຫຼາຍ, ແລະວ່າຂໍ້ຕົກລົງທີ່ບັນລຸກັບຈີນໃນການເຈລະຈາຄັ້ງນີ້ຈະຊ່ວຍຫຼຸດຍອດຂາດດຸນການຄ້າສິນຄ້າທົ່ວໂລກຂອງສະຫະລັດທີ່ສູງເຖິງ 1.2 ລ້ານລ້ານໂດລາສະຫະລັດ (ລາວ 40 ລ້ານລ້ານບາດ). ຣອຍເຕີລາຍງານເພີ່ມເຕີມວ່າ ສະຫະລັດຂາດດຸນການຄ້າສິນຄ້າໃຫ້ຈີນ 295,000 ລ້ານໂດລາສະຫະລັດ.

 

ການເຈລະຈາປັນຫາການຄ້າລະຫວ່າງສະຫະລັດກັບຈີນຄັ້ງນີ້ຖືເປັນຄັ້ງທຳອິດນັບຕັ້ງແຕ່ທ່ານໂດນັລ ທຣັມປ໌ ເລີ່ມປະກາດຂຶ້ນພາສີນຳເຂົ້າຈາກຈີນມາຕັ້ງແຕ່ເດືອນກຸມພາໂດຍເລີ່ມຈາກຮ້ອຍລະ 20 ແລະຫຼັງຈາກນັ້ນກໍມີການປັບຂຶ້ນອີກຫຼາຍຄັ້ງຈົນລ່າສຸດຢູ່ທີ່ຮ້ອຍລະ 145,

 

ຂະນະທີ່ຈີນຂຶ້ນພາສີຕອບໂຕ້ສະຫະລັດຫຼາຍຮອບເຊັ່ນກັນ ຈົນລ່າສຸດຢູ່ທີ່ຮ້ອຍລະ 125. ສົງຄາມການຄ້າລະຫວ່າງຍັກໃຫຍ່ດ້ານເສດຖະກິດຂອງໂລກທັງສອງປະເທດໄດ້ສ້າງຄວາມໂກລາຫົນຢ່າງໜັກໃຫ້ກັບເສດຖະກິດທົ່ວໂລກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ