ແຈ້ງການ
ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອຕັດທໍ່ຂະໜາດ DIP DN 250 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100mm.
ສະຖານທີ່: ບ້ານ ວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 14 ພຶດສະພາ 2025 ກົງກັບ ວັນພຸດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ
ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 250 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100 mm ເພື່ອແກ້ໄຂລະບົບນ້ຳປະປາ,
ສະຖານທີ່: ບ້ານ ວັດຈັນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບ້ານ ວັດຈັນ, ບ້ານ ຫັດສະດີ, ບ້ານ ມີໄຊ, ບ້ານ ຫາຍໂສກ, ບ້ານ ຊຽງຍືນ ແລະ ບ້ານອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,421 | 21,697 |
![]() THB | 653.16 | 665.57 |
![]() EUR | 23,664 | 24,138 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |