Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຮຽບຮຽງໂດຍ:kaling
ເຜີຍແຜ່: 13 May, 2025

ສໍາລັບທຸລະກິດທີ່ມີເຊີບເວີເປັນຫົວໃຈຫລັກຂອງການດໍາເນີນງານ, ການດູແລຮັກສາເຊີບເວີໃຫ້ຢູ່ໃນສະພາບດີເປັນສິ່ງທີ່ຈໍາເປັນ ເພື່ອໃຫ້ລະບົບເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຫລຸດຄວາມສ່ຽງຈາກບັນຫາອື່ນໆທີ່ອາດເກີດຂຶ້ນ. ໃນມື້ນີ້ພວກເຮົາຈະມາແນະນໍາວິທີການດູແລເຊີບເວີແບບງ່າຍໆ ທີ່ທຸລະກິດ SMEs ສາມາດເຮັດໄດ້.

1. ອັບເດດລະບົບປະຕິບັດການ ແລະ ຊອຟແວຢ່າງສະໝໍ່າສະເໝີ

ການໃຊ້ລະບົບປະຕິບັດການຫຼືຊອຟແວທີ່ລ້າສະໄໝ ອາດເຮັດໃຫ້ເຊີບເວີສ່ຽງຕໍ່ຊ່ອງໂຫວ່ດ້ານຄວາມປອດໄພ ແລະ ເຮັດໃຫ້ມີປະສິດທິພາບຫລຸດລົງ.

ວິທີການດູແລ

  • ຕັ້ງຄ່າ Automatic Update ເພື່ອໃຫ້ອັບເດດອັດຕະໂນມັດ (ໃນກໍລະນີທີ່ລະບົບມີການຮອງຮັບ)
  • ຄອຍກວດສອບ Patch ຄວາມປອດໄພ ຈາກເວັບໄຊຂອງຜູ້ໃຫ້ບໍລິການ ເຊັ່ນ Microsoft, Linux, ຫຼື ອື່ນໆ
  • ອັບເດດໄດເວີ ແລະ ເຟີມແວຂອງຮາດແວ

2. ສໍາຮອງຂໍ້ມູນ (Backup) ເປັນປະຈໍາ

ຂໍ້ມູນຄືສິ່ງທີ່ສໍາຄັນທີ່ສຸດຂອງທຸລະກິດ ຫາກເກີດຄວາມຜິດພາດ ເຊັ່ນ ໄຟລ໌ເສຍຫາຍ, ໄວຣັສໂຈມຕີ ຫຼື ຮາດແວພັງ, ການມີສໍາຮອງຂໍ້ມູນຊ່ວຍໃຫ້ສາມາດກູ້ຄືນລະບົບໄດ້ຢ່າງວ່ອງໄວ.

ວິທີການດູແລ

ໃຊ້ຫຼັກການ 3-2-1 Backup Rule

  • 3 ສໍາເນົາຂອງຂໍ້ມູນ (Primary backup + Backup copy 2 ຊຸດ)
  • ເກັບ Backup copy 2 ຊຸດໄວ້ໃນອຸປະກອນທີ່ແຕກຕ່າງກັນ ເພື່ອຊ່ວຍກະຈາຍຄວາມສ່ຽງໃນກໍລະນີທີ່ອຸປະກອນໃດອຸປະກອນໜຶ່ງເສຍຫາຍ
  • 1 ຊຸດທີ່ເກັບນອກສະຖານທີ່ (Offsite Backup) ເຊັ່ນ ການເກັບໄວ້ໃນຮາດດິສພາຍນອກທີ່ບໍ່ເຊື່ອມຕໍ່ກັບອິນເຕີເນັດ

ລວມເຖິງຄວນມີການທົດສອບການກູ້ຄືນຂໍ້ມູນ (Restore) ເປັນໄລຍະ ເພື່ອໃຫ້ແນ່ໃຈວ່າຂໍ້ມູນສາມາດໃຊ້ງານໄດ້.

3. ວາງແຜນບໍາລຸງຮັກສາເຊິງປ້ອງກັນ (Preventive Maintenance)

ການບໍາລຸງຮັກສາເປັນປະຈໍາຊ່ວຍໃຫ້ເຊີບເວີເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຫລຸດໂອກາດເກີດບັນຫາສຸກເສີນ.

ສິ່ງທີ່ຄວນເຮັດເປັນປະຈໍາ

  • ທໍາຄວາມສະອາດພາຍໃນເຄື່ອງ ທຸກ 3-6 ເດືອນ
  • ກວດສອບແຫຼ່ງຈ່າຍໄຟ ແລະ UPS (ເຄື່ອງສໍາຮອງໄຟ) ເພື່ອປ້ອງກັນຄວາມເສຍຫາຍຈາກໄຟດັບຫຼືໄຟກະຊາກ
  • ທົດສອບລະບົບສໍາຮອງຂໍ້ມູນ ແລະ ການກູ້ຄືນຂໍ້ມູນ

ຫາກທ່ານຕິດບັນຫາ, ບໍ່ສະດວກທີ່ຈະເຮັດເອງ ຫຼື ມີຄວາມຕ້ອງການທີ່ຈະຕິດຕໍ່ຜູ້ຊ່ຽວຊານເພື່ອຊ່ວຍໃນການວາງແຜນການບໍາລຸງຮັກສາເຊິງປ້ອງກັນ (Preventive Maintenance) ສາມາດຕິດຕໍ່ພວກເຮົາໄດ້ທັນທີ.

4. ປ້ອງກັນໄວຣັສ ແລະ ມັລແວ

ເຊີບເວີເປັນເປົ້າໝາຍສໍາຄັນຂອງແຮັກເກີ, ຄວນຕິດຕັ້ງລະບົບປ້ອງກັນໄວຣັສ ແລະ ຄອຍກວດສອບຄວາມປອດໄພຂອງລະບົບ.

ວິທີການດູແລ

  • ໃຊ້ Antivirus ແລະ Endpoint Protection ທີ່ເໝາະສໍາລັບເຊີບເວີ ເຊັ່ນ Bitdefender ຫຼື Windows Defender for Server
  • ຕັ້ງຄ່າການສະແກນໄວຣັສອັດຕະໂນມັດ ແລະ ອັບເດດຖານຂໍ້ມູນໄວຣັສຢູ່ສະເໝີ
  • ຫຼີກລ່ຽງການດາວໂຫຼດໄຟລ໌ທີ່ບໍ່ຮູ້ແຫຼ່ງທີ່ມາ ແລະ ຈໍາກັດສິດການຕິດຕັ້ງໂປຣແກຣມໃໝ່

5. ຄວບຄຸມການເຂົ້າເຖິງເຊີບເວີ

ການຕັ້ງຄ່າຄວາມປອດໄພຂອງບັນຊີຜູ້ໃຊ້ທີ່ເຂົ້າເຖິງເຊີບເວີ ຊ່ວຍຫລຸດຄວາມສ່ຽງຈາກການໂຈມຕີ ຫຼື ການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ.

ວິທີການດູແລ

  • ໃຊ້ Two-Factor Authentication (2FA) ເພື່ອເພີ່ມລະດັບຂອງຄວາມປອດໄພ
  • ສ້າງບັນຊີສະເພາະສໍາລັບແຕ່ລະຜູ້ໃຊ້ ແລະ ກໍານົດສິດໃຫ້ເໝາະສົມ
  • ກວດສອບ Log ການເຂົ້າເຖິງເຊີບເວີ ເປັນໄລຍະ ເພື່ອເບິ່ງວ່າມີການພະຍາຍາມເຂົ້າລະບົບໂດຍບໍ່ໄດ້ຮັບອະນຸຍາດຫຼືບໍ່

6. ກວດສອບຮາດແວເບື້ອງຕົ້ນ

ຮາດແວທີ່ມີບັນຫາອາດເຮັດໃຫ້ເຊີບເວີລົ້ມ ຫຼື ຂໍ້ມູນສູນຫາຍ ດັ່ງນັ້ນຄວນກວດສອບ ແລະ ຄອຍບໍາລຸງຮັກສາຢ່າງສະໝໍ່າສະເໝີ.

ວິທີການດູແລ

  • ເບິ່ງການໃຊ້ງານ RAM ແລະ CPU ຜ່ານ Task Manager ຫຼື Monitoring Tool ຫາກການໃຊ້ງານສູງຜິດປົກກະຕິ ອາດຕ້ອງເພີ່ມ RAM ຫຼື ປ່ຽນ CPU
  • ເຊັກສາຍໄຟ ແລະ ພອດເຊື່ອມຕໍ່ ໃຫ້ແນ່ໃຈວ່າແໜ້ນໜາ ແລະ ບໍ່ມີອາການຫລວມ

ການດູແລເຊີບເວີບໍ່ແມ່ນເລື່ອງຍາກຫາກມີການກວດສອບ ແລະ ບໍາລຸງຮັກສາຢ່າງສະໝໍ່າສະເໝີ. ທຸລະກິດ SMEs ສາມາດຫລຸດຄວາມສ່ຽງໃນການເກີດລະບົບລົ້ມ, ເພີ່ມຄວາມປອດໄພ ແລະ ຍືດອາຍຸການໃຊ້ງານຂອງເຊີບເວີໄດ້.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ