site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025
ໝວດ: ຂ່າວ

ຜູ້ນຳຈີນປະກາດຊ່ວຍຟື້ນຟູມຽນມາຫຼັງເກີດແຜ່ນດິນໄຫວຄັ້ງໃຫຍ່ ລະຫວ່າງການຫາລືກັບຜູ້ນຳລັດຖະບານທະຫານມຽນມາເປັນເທື່ອທຳອິດນັບຕັ້ງແຕ່ກອງທັບມຽນມາກໍ່ລັດຖະປະຫານເມື່ອ 4 ປີທີ່ຜ່ານມາ

 

ວັນນີ້ (11 ພຶດສະພາ 2025) ສຳນັກຂ່າວຕ່າງປະເທດ ລາຍງານວ່າ “ສີ ຈິ້ນຜິງ” ປະທານາທິບໍດີຈີນ ພົບກັບ “ພົນ.ອ.ອາວຸໂສມິນ ອອງ ໄລງ໌” ຜູ້ນຳລັດຖະບານທະຫານມຽນມາ ກ່ອນເຂົ້າຮ່ວມປະຊຸມພ້ອມຄະນະເຈົ້າໜ້າທີ່

ສື່ທາງການມຽນມາ ເປີດເຜີຍວ່າ

 

ຜູ້ນຳຈີນໃຫ້ຄຳໝັ້ນວ່າຈະສະໜັບສະໜູນຄວາມຊ່ວຍເຫຼືອໃນການຟື້ນຟູມຽນມາ ຫຼັງເຜີຊິນແຜ່ນດິນໄຫວຄັ້ງໃຫຍ່ເມື່ອປາຍເດືອນ ມີນາ ທີ່ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 3,700 ຄົນ

 

ນອກຈາກນີ້, ຜູ້ນຳຈີນຍັງລະບຸວ່າຈະໃຫ້ຄວາມຊ່ວຍເຫຼືອມຽນມາໃນການຢຸດຕິຄວາມຂັດແຍ່ງພາຍໃນປະເທດ ຂະນະທີ່ຜູ້ນຳທັງ 2 ຄົນຮ່ວມຫາລືໃນປະເດັນຄວາມສຳພັນທະວິພາຄີ ແລະ ການຍົກລະດັບຄວາມຮ່ວມມືຮອບດ້ານ ເພື່ອສະໜັບສະໜູນສັນຕິພາບ ແລະ ສະຖຽນລະພາບໃນພູມິພາກ

 

ການຫາລືໃນຄັ້ງນີ້ຈັດຂຶ້ນທີ່ນະຄອນມົສກູ ປະເທດຣັດເຊຍ ເມື່ອວັນທີ 9 ພຶດສະພາ ທີ່ຜ່ານມາ ລະຫວ່າງທີ່ຜູ້ນຳທັງ 2 ຄົນເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 80 ປີ ວັນແຫ່ງໄຊຊະນະ ເຊິ່ງຣັດເຊຍເປັນເຈົ້າພາບ ໂດຍຄັ້ງນີ້ຖືເປັນຄັ້ງທຳອິດທີ່ຜູ້ນຳລັດຖະບານທະຫານມຽນມາໄດ້ເຂົ້າພົບຜູ້ນຳຈີນ ນັບຕັ້ງແຕ່ກອງທັບມຽນມາກໍ່ລັດຖະປະຫານເມື່ອ 4 ປີທີ່ຜ່ານມາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ